ຄາດຄະເນເດືອນມີນາ 2022 ຈະເປີດນໍາໃຊ້ສະໜາມບິນສາກົນບໍ່ແກ້ວ

ຄາດຄະເນເດືອນມີນາ 2022 ຈະເປີດນໍາໃຊ້ສະໜາມບິນສາກົນບໍ່ແກ້ວ - 271447505 2974930316150843 5482570750655265394 n - ຄາດຄະເນເດືອນມີນາ 2022 ຈະເປີດນໍາໃຊ້ສະໜາມບິນສາກົນບໍ່ແກ້ວ
ຄາດຄະເນເດືອນມີນາ 2022 ຈະເປີດນໍາໃຊ້ສະໜາມບິນສາກົນບໍ່ແກ້ວ - kitchen vibe - ຄາດຄະເນເດືອນມີນາ 2022 ຈະເປີດນໍາໃຊ້ສະໜາມບິນສາກົນບໍ່ແກ້ວ

ມາຮອດປັດຈຸບັນ, ສະໜາມບິນສາກົນບໍ່ແກ້ວ ໃກ້ຈະສໍາເລັດການກໍ່ສ້າງແລ້ວ ແລະ ຄາດວ່າຈະເປີດນໍາໃຊ້ຢ່າງເປັນທາງການໃນເດືອນມີນາ 2022 ເຊິ່ງຈະກາຍເປັນທ່າແຮງສໍາຄັນດຶງດູກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າໄປທ່ອງທ່ຽວແຂວງບໍ່ແກ້ວນັບມື້ເພີ່ມຂຶ້ນ.

ທ່ານ ຄໍາພະຍາ ພົມປັນຍາ ຮອງເຈົ້າແຂວງໆບໍ່ແກ້ວ ໃຫ້ສໍາພາດໃນທ້າຍເດືອນທັນວາ 2021 ຜ່ານມາ ວ່າ: ພາຍຫລັງກໍ່ສ້າງມາໄດ້ 2 ປີ ມາຮອດປັດຈຸບັນຄືບໜ້າເກືອບຮ້ອຍສ່ວນຮ້ອຍແລ້ວ ແລະ ໂດຍໄດ້ທົດສອບໃຫ້ເຮືອບິນຂຶ້ນ-ລົງ ລວມເຖີງທົດສອບລະບົບການສື່ສານ ແລະ ສິ່ງອຳນວຍຄວາມສະດວກຕ່າງໆຢູ່ໃນສະໜາມບິນແລ້ວ. ແນວໃດກໍດີວຽກທີ່ພວມສຸມໃສ່ຈັດຕັ້ງປະຕິບັດໃນປັດຈຸບັນຄືການກໍ່ສ້າງອາຄານຜູ້ ໂດຍສານ ໂດຍຄາດວ່າຈະສໍາເລັດໃນໄວໆນີ້ ເພື່ອໃຫ້ທັນເປີດນໍາໃຊ້ຢ່າງເປັນທາງການໃນເດືອນມີນາໜ້ານີ້.

ສະໜາມບິນສາກົນບໍ່ແກ້ວ ຕັ້ງຢູ່ບ້ານສີເມືອງງານ ເມືອງ ຕົ້ນເຜີ້ງ ຫ່າງໄກຈາກເຂດເສດຖະກິດພິເສດສາມຫຼ່ຽມຄຳ 5 ກິໂລແມັດ. ຂະນະທີ່ພິທີສູດຖອດທາງສາສະໜາ ແລະ ທົດລອງບິນເທື່ອທຳອິດໄດ້ຈັດຂຶ້ນໃນວັນທີ 22 ທັນວາ 2021 ຜ່ານມາ.

ຄາດຄະເນເດືອນມີນາ 2022 ຈະເປີດນໍາໃຊ້ສະໜາມບິນສາກົນບໍ່ແກ້ວ - 4 - ຄາດຄະເນເດືອນມີນາ 2022 ຈະເປີດນໍາໃຊ້ສະໜາມບິນສາກົນບໍ່ແກ້ວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!