ນາຍົກລັດຖະມົນຕີອິດສະລາແອນອ້າງການວິໄຈ ຢືນຢັນວັກຊີນປ້ອງກັນໂຄວິດ-19 ເຂັມທີ 4 ຊ່ວຍເພີ່ມລະດັບພູມຕ້ານ 5 ເທົ່າ
ນາຍົກລັດຖະມົນຕີອິດສະລາແອນອ້າງການວິໄຈ ຊີ້ວັກຊີນກະຕຸ້ນເຂັມ 4 ຊ່ວຍເພີ່ມລະດັບພູມຕ້ານທານ 5 ເທົ່າພາຍໃນເວລາ 1 ອາທິດ.
ວັນທີ 5 ມັງກອນ 2022, ທ່ານ ນາຟຕາລີ ເບນເນດ ນາຍົກລັດຖະມົນຕີອິດສະລາແອນ ໄດ້ອ້າງການວິໄຈເບື້ອງຕົ້ນໃນປະເທດພົບຂໍ້ບົ່ງຊີ້ວ່າ: ວັກຊີນປ້ອງກັນໂຄວິດ-19 ເຂັມທີ 4 ມີຄວາມປອດໄພ ແລະ ຊ່ວຍເພີ່ມລະດັບພູມຕ້ານທານໄດ້ປະມານ 5 ເທົ່າພາຍໃນໄລຍະເວລາພຽງ 1 ອາທິດ.
ທັງນີ້, ການສຶກສາດັ່ງກ່າວທີ່ນາຍົກລັດຖະມົນຕີອິດສະລາແອນຍົກຂຶ້ນມາກ່າວອ້າງເປັນການສຶກສາຈາກກຸ່ມຕົວຢ່າງທີ່ສັກວັກຊີນກະຕຸ້ນເຂັມທີ 4 ຂອງບໍລິສັດໄຟເຊີ-ໄບໂອເອັນເທັກ. ຕາມການເປີດເຜີຍຂອງທ່ານໝໍ ສຕີຟ ວອລ ໂຄສົກສູນການແພດຊີບາ ໂດຍອິດສະລາແອນຈະເລີ່ມຕົ້ນທົດລອງສັກວັກຊີນກະຕຸ້ນເຂັມທີ 4 ຂອງໂມເດິນາໃຫ້ກຸ່ມຕົວຢ່າງ 150 ຄົນໃນອາທິດນີ້.
ສຳນັກຂ່າວຣອຍເຕີລາຍງານວ່າ: ອິດສະລາແອນຖືເປັນປະເທດທີ່ມີບົດບາດສຳຄັນໃນການສຶກສາຜົນກະທົບຂອງການສັກວັກຊີນປ້ອງກັນໂຄວິດ-19 ເນື່ອງຈາກເປັນປະເທດທີ່ດຳເນີນການສັກວັກຊີນເຂັມທີ 2 ໃຫ້ປະຊາຊົນວົງກວ້າງໄວທີ່ສຸດ ທັງຍັງເປັນປະເທດຕົ້ນໆໃນໂລກທີ່ເລີ່ມສັກວັກຊີນກະຕຸ້ນເຂັມທີ 3 ແລະ ປັດຈຸບັນໄດ້ເລີ່ມສັກກະຕຸ້ນເຂັມທີ 4 ໃຫ້ປະຊາຊົນອາຍຸ 60 ປີຂຶ້ນໄປ, ຜູ້ທີ່ມີພູມຕ້ານທານບົກພ່ອງ ລວມທັງບຸກຄະລາກອນການແພດແລ້ວ.
ເຖິງຢ່າງໃດກໍຕາມ, ອົງການອະນາໄມໂລກ (WHO) ຍັງເນັ້ນວ່າ: ຄົນທົ່ວໂລກຄວນໄດ້ຮັບວັກຊີນເຂັມທຳອິດກ່ອນຫລາຍປະເທດຈະເລີ່ມສັກວັກຊີນເຂັມກະຕຸ້ນໃຫ້ປະຊາຊົນ.
ອ້າງອີງ: