ຢາປົວພະຍາດໂຄວິດ-19 ທີ່ລາວຜະລິດເອງມີຈຳໜ່າຍແລ້ວ ລາຄາ 400.000 ກີບຕໍ່ກ່ອງ


ທ່ານ ລາຫຸນ ຈັນທະບຸດ ຜູ້ອຳນວຍການບໍລິສັດລັດວິສະຫະກິດໂຮງງານຜະລິດຢາເລກ 3 ໄດ້ລາຍງານການຜະລິດ ແລະ ສະໜອງຢາປິ່ນປົວພະຍາດໂຄວິດ-19 ໃນວັນທີ 6 ມັງກອນ 2022 ນີ້ ທີ່ກະຊວງສາທາລະນະສຸກ ວ່າ: ພວກເຮົາມີຜະລິດຕະພັນນັບແຕ່ເລີ່ມພະຍາດໂຄວິດ-19 ລະບາດ ຊຶ່ງມີ 2 ໝວດຄື ໝວດທີ 1 ສຳລັບປ້ອງກັນ ປະກອບມີຜ້າປິດປາກ-ດັງ, ເຈວລ້າງມື, ເຫລົ້າພົ່ນຂ້າເຊື້ອ ແລະ ໝວດທີ 2 ສຳລັບປິ່ນປົວປະກອບມີຜະລິດຕະພັນລາຊາບີ, ກະຊາຍຂາວ, ຜັກຄາວທອງ ຊຶ່ງນອກຈາກເປັນການສົ່ງເສີມໃຫ້ນໍາໃຊ້ຢາພື້ນເມືອງລາວແລ້ວ ຍັງບໍ່ມີຜົນສະທ້ອນຕໍ່ສຸຂະພາບ ດັ່ງນັ້ນ, ຈຶ່ງສະເໜີຫັນມາຊົມໃຊ້ຜະລິດຕະພັນຢາ ພື້ນເມືອງຂອງລາວໃຫ້ຫລາຍຂຶ້ນ ລາຄາກໍບໍ່ແພງ ແລະ ຫລຸດຜ່ອນຄ່າໃຊ້ຈ່າຍ.
ທ່ານ ລາຫຸນ ກ່າວອີກວ່າ: ສຳລັບຢາປິ່ນປົວພະຍາດໂຄວິດ-19 ທີ່ຜະລິດອອກມາໃໝ່ເປັນຢາຜະລິດດ້ວຍເຄມີ ຊຶ່ງໄດ້ຮັບການພັດທະນາໂດຍບໍລິສັດ ເມິກ ສະຫະລັດອາເມຣິກາ ຊຶ່ງພວກເຮົາໄດ້ນໍາເອົາຢາດັ່ງກ່າວມາຜະລິດຢູ່ໃນປະເທດ ຖືເປັນໂອກາດອັນດີຂອງລາວທີ່ພວກເຮົາໄດ້ມີຢາປິ່ນປົວທີ່ມີປະສິດທິພາບສູງ ແລະ ຢາດັ່ງກ່າວໄດ້ຈຳໜ່າຍແລ້ວເມື່ອບໍ່ດົນມານີ້. ເນື່ອງຈາກມີຜູ້ຕິດເຊື້ອເປັນຈຳນວນຫລາຍຈຶ່ງເຮັດໃຫ້ຄວາມສາມາດການສະໜອງຢາປິ່ນປົວບໍ່ທັນພຽງພໍກັບຄວາມຮຽກຮ້ອງຕ້ອງການ. ຢາດັ່ງກ່າວມີຊື່ທາງເຄມີວ່າ: ໂມໂນປີລາເວຍ; ເປັນຍີ່ຫໍ້ຂອງພວກເຮົາໄດ້ໃສ່ຊື່ວ່າ: ໂມລາໂກເວຍ ເປັນຊະນິດແຄັບຊູນ, ກ່ອງໜຶ່ງມີ 40 ເມັດ, ສຳລັບນໍາໃຊ້ 5 ວັນ, ກິນເທື່ອລະ 4 ເມັດເຊົ້າ-ແລງ, ຫ່າງກັນ 12 ຊົ່ວໂມງ, ກ່ອນນໍາໃຊ້ຢານີ້ຄວນອ່ານຄຳແນະນຳຢ່າງລະອຽດ. ປັດຈຸບັນ, ໂຮງງານພວກເຮົາໄດ້ສຸມໃສ່ຜະລິດທຸກວັນເນື່ອງຈາກມີຜູ້ຕິດເຊື້ອເປັນຈຳນວນຫລາຍ ຄາດວ່າໃນໄວໆນີ້ຈະສາມາດຜະລິດຢາພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມຢ່າງແນ່ນອນໂດຍຂາຍລາຄາ 400.000 ກີບຕໍ່ກ່ອງ ຊຶ່ງເປັນລາຄາຂາຍເອກະພາບກັນໃນທົ່ວປະເທດ.