ຈັບຜູ້ຂາຍຍ່ອຍ ນໍາໄປສູ່ການຈັບຜູ້ຈໍາໜ່າຍ 

ຈັບຜູ້ຂາຍຍ່ອຍ ນໍາໄປສູ່ການຈັບຜູ້ຈໍາໜ່າຍ  - 994329 - ຈັບຜູ້ຂາຍຍ່ອຍ ນໍາໄປສູ່ການຈັບຜູ້ຈໍາໜ່າຍ 
ຈັບຜູ້ຂາຍຍ່ອຍ ນໍາໄປສູ່ການຈັບຜູ້ຈໍາໜ່າຍ  - kitchen vibe - ຈັບຜູ້ຂາຍຍ່ອຍ ນໍາໄປສູ່ການຈັບຜູ້ຈໍາໜ່າຍ 

ພັທ ຄໍາມະນີ ແກ້ວສີຫາ ຫົວໜ້າພະແນກຕໍາຫຼວດ ປກສ ເມືອງໄຊທານີ ໃຫ້ສໍາພາດໃນວັນທີ 5 ມັງກອນນີ້ ວ່າ: ເພື່ອເປັນການສະກັດກັ້ນ ແລະ ຕ້ານກຸ່ມບໍ່ຫວັງດີທີ່ຫວັງມ້າງເພທໍາລາຍຄວາມສະຫງົບຂອງປະເທດ ທັງເປັນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ປກສ ເມືອງໄຊທານີ ຈຶ່ງໄດ້ຫັນເອົາກໍາລັງວິຊາສະເພາະລົງຕິດຕາມ-ກວດກາເພື່ອຂຶ້ນບັນຊີເປົ້າໝາຍທີ່ພົວພັນຢາເສບຕິດຢູ່ບັນດາຈຸດຫຼໍ່ແຫຼມໃນຂອບເຂດຄວາມຮັບຜິດຊອບຂອງຕົນດ້ວຍຄວາມເດັດຂາດ, ໂປ່ງໃສ ແລະ ເປັນມືອາຊີບ ເຮັດໃຫ້ສາມາດມ້າງ-ແກ້ໄຂຄະດີໄດ້ເປັນຈໍານວນຫຼາຍ; ຄະດີທີ່ພົ້ນເດັ່ນຫລ້າສຸດທີ່ເກີດຂຶ້ນຢູ່ບ້ານດອນໜູນໃນວັນທີ 23 ທັນວາ 2021 ຜ່ານມາ ທີ່ເຈົ້າໜ້າທີ່ສາມາດຈັບຜູ້ຖືກຫາໄດ້ 3 ຄົນ ພ້ອມທັງ ຢຶດຂອງກາງຢາບ້າໄດ້ 31.210 ເມັດ ແລະ ຊັບສິນທີ່ກ່ຽວຂ້ອງໄປສອບສວນ.
ພັທ ຄໍາມະນີ ແກ້ວສີຫາ ເປີດເຜີຍວ່າ: ຄະດີດັ່ງກ່າວເກີດຂຶ້ນໃນເວລາ 22:30 ໂມງຂອງວັນທີ 22 ທັນວາ 2021, ຂະນະທີ່ເຈົ້າໜ້າທີ່ ປກສ ກຸ່ມບ້ານໄຊ ແລະ ອົງການປົກຄອງບ້ານດອນໜູນເມືອງໄຊທາ ນີ ອອກກວດກາລາດຕາເວນຕາມຄວາມຮັບຜິດຊອບຢູ່ຕາມເສັ້ນທາງຮ່ອມ ໄດ້ເຫັນເປົ້າໝາຍມີທ່າທາງພິ ລຸດສົງໄສທີ່ກໍາລັງຄ້າຂາຍຢາເສບຕິດຢູ່ ຈຶ່ງໄດ້ນໍາໄປສອບສວນ ຈຶ່ງຮູ້ວ່າຜູ້ກ່ຽວ ຊື່ ທ້າວ ອາມີ ຫຼື ອັອດ ອາຍຸ 39 ປີ ຢູ່ບ້ານດອນໜູນ. ນອກນີ້, ຍັງພົບຂອງກາງປະເພດຢາບ້າ 210 ເມັດ. ຜ່ານການສອບສວນຂະຫຍາຍຜົນ ຈຶ່ງຈັບເປົ້າໝາຍຊື້-ຂາຍຢາເສບຕິດຕາມການຊັດທອດຂອງທ້າວ ອາມີ ໄດ້ອີກ 2 ຄົນຄື: ນາງ ໄຊພອນ ອາຍຸ 57 ປີ ມີຂອງກາງຢາບ້າ 1.000 ເມັດ ແລະ ທ້າວ ສາຍສະຫອນ ຫຼື ຄໍາຫຼ້າ ອາຍຸ 29 ປີ ຂໍ້ຫາເສບຢາເສບຕິດ ແລະ ປິດບັງການກະທໍາຜິດຂອງຄົນອື່ນ ເຊິ່ງທັງສອງເປັນແມ່ລູກກັນຢູ່ບ້ານດອນໜູນ.

อาจเป็นรูปภาพของ 2 คน, ผู้คนกำลังยืน และ กลางแจ้ง ຈັບຜູ້ຂາຍຍ່ອຍ ນໍາໄປສູ່ການຈັບຜູ້ຈໍາໜ່າຍ  - 271601135 910599336291122 8351845318288754499 n - ຈັບຜູ້ຂາຍຍ່ອຍ ນໍາໄປສູ່ການຈັບຜູ້ຈໍາໜ່າຍ 

ຈັບຜູ້ຂາຍຍ່ອຍ ນໍາໄປສູ່ການຈັບຜູ້ຈໍາໜ່າຍ  - Visit Laos Visit SALANA BOUTIQUE HOTEL - ຈັບຜູ້ຂາຍຍ່ອຍ ນໍາໄປສູ່ການຈັບຜູ້ຈໍາໜ່າຍ 
ຈັບຜູ້ຂາຍຍ່ອຍ ນໍາໄປສູ່ການຈັບຜູ້ຈໍາໜ່າຍ  - Visit Laos Visit SALANA BOUTIQUE HOTEL - ຈັບຜູ້ຂາຍຍ່ອຍ ນໍາໄປສູ່ການຈັບຜູ້ຈໍາໜ່າຍ 

ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ນໍານາງ ໄຊພອນ ໄປສອບສວນນໍາໄປສູ່ການຈັບທ້າວ ສຸບັນ ອາຍຸ 58 ປີ ຢູ່ບ້ານດອນໜູນ ໃນຂໍ້ຫາ ຄ້າຂາຍຢາເສບຕິດ ໂດຍພົບຂອງກາງປະເພດຢາບ້າ 30.000 ເມັດ, ເງິນ 150.000.000 ກີບ, 3.784.000 ບາດ, 24.000 ໂດລາ, ລົດໃຫຍ່ 3 ຄັນ, ວັດຖຸຄ້າຍຄືເງິນ ແລະ ຄໍາ ແລະ ໃບຕາດິນຈໍານວນໜຶ່ງ. ສໍາລັບທ້າວ ສຸບັນ ແມ່ນເປົ້າໝາຍຄ້າຂາຍຢາເສບຕິດທີ່ເຈົ້າໜ້າທີ່ຕິດ ຕາມການເຄື່ອນໄຫວມາໄດ້ 2 ປີ ແລ້ວ ຈົນມີຂໍ້ມູນຫຼັກຖານໜາແໜ້ນ ຈຶ່ງນໍາໄປສູ່ການຈັບກຸມໃນຄັ້ງນີ້.

อาจเป็นรูปภาพของ เงิน ຈັບຜູ້ຂາຍຍ່ອຍ ນໍາໄປສູ່ການຈັບຜູ້ຈໍາໜ່າຍ  - 271590986 910599839624405 2538310647926471549 n - ຈັບຜູ້ຂາຍຍ່ອຍ ນໍາໄປສູ່ການຈັບຜູ້ຈໍາໜ່າຍ 

ໃນການແກ້ໄຂຄະດີໄດ້ເຮັດຢ່າງຖືກຕ້ອງຕາມຫຼັກການວິຊາສະເພາະ ເປັນຕົ້ນເວລາຈັບ ຕ້ອງໃຫ້ມີຫຼັກຖານ ຫຼືວ່າມີຂອງກາງ, ມີຄວາມເດັດຂາດ ນໍາໃຊ້ມາດຕະການຕ່າງໆທີ່ກົດໝາຍໄດ້ກໍານົດໄວ້, ໃນເວ ລາໄລ່ນໍາ ຕ້ອງໃຫ້ມີຄວາມວອ່ງໄວ, ມີການຕັດສິນໃຈສູງ ແລະ ມີຄວາມໂປ່ງໃສຕໍ່ໜ້າທີ່ ໂດຍສະເພາະເວລາຈັບ-ກວດຄົ້ນຕົນຕົວ, ກວດຄົ້ນເຄຫາສະຖານ, ພາຫະນະແລະອື່ນໆຕ້ອງມີການຈັດຕັ້ງບ້ານເຂົ້າຮ່ວມ ພ້ອມທັງເຮັດບົດບັນທຶກ ແລະ ຖ່າຍຮູບຢູ່ກັບທີ່ ໂດຍຊ້ອງໜ້າຜູ້ຖືກຈັບຢ່າງລະອຽດ ເພື່ອຄວາມສະດວກໃນການປະກອບຂໍ້ມູນຫຼັກຖານໃສ່ສໍານວນຄະດີໃຫ້ເຮັດກຸມ ແລະ ແນໃສ່ໃຫ້ຜູ້ກະທໍາຜິດ ຖືກດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ຂໍ້ມູນ: ຄວາມສະຫງົບ Lao Security News

ຈັບຜູ້ຂາຍຍ່ອຍ ນໍາໄປສູ່ການຈັບຜູ້ຈໍາໜ່າຍ  - 4 - ຈັບຜູ້ຂາຍຍ່ອຍ ນໍາໄປສູ່ການຈັບຜູ້ຈໍາໜ່າຍ 
ຈັບຜູ້ຂາຍຍ່ອຍ ນໍາໄປສູ່ການຈັບຜູ້ຈໍາໜ່າຍ  - 3 - ຈັບຜູ້ຂາຍຍ່ອຍ ນໍາໄປສູ່ການຈັບຜູ້ຈໍາໜ່າຍ 
ຈັບຜູ້ຂາຍຍ່ອຍ ນໍາໄປສູ່ການຈັບຜູ້ຈໍາໜ່າຍ  - 5 - ຈັບຜູ້ຂາຍຍ່ອຍ ນໍາໄປສູ່ການຈັບຜູ້ຈໍາໜ່າຍ