ນາຍົກລັດຖະມົນຕີ ເຊີນຊວນນັກທຸລະກິດຫວຽດນາມເຂົ້າໄປລົງທຶນຢູ່ລາວ ໃຫ້ຫລາຍຂຶ້ນ

ນາຍົກລັດຖະມົນຕີ ເຊີນຊວນນັກທຸລະກິດຫວຽດນາມເຂົ້າໄປລົງທຶນຢູ່ລາວ ໃຫ້ຫລາຍຂຶ້ນ - ttxvn thu tuong lao - ນາຍົກລັດຖະມົນຕີ ເຊີນຊວນນັກທຸລະກິດຫວຽດນາມເຂົ້າໄປລົງທຶນຢູ່ລາວ ໃຫ້ຫລາຍຂຶ້ນ
ນາຍົກລັດຖະມົນຕີ ເຊີນຊວນນັກທຸລະກິດຫວຽດນາມເຂົ້າໄປລົງທຶນຢູ່ລາວ ໃຫ້ຫລາຍຂຶ້ນ - kitchen vibe - ນາຍົກລັດຖະມົນຕີ ເຊີນຊວນນັກທຸລະກິດຫວຽດນາມເຂົ້າໄປລົງທຶນຢູ່ລາວ ໃຫ້ຫລາຍຂຶ້ນ

ໃນໂອກາດເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການໃນວັນທີ 8-10 ມັງກອນ 2022, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເປັນປະທານຮ່ວມກັບ ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຈັດກອງປະຊຸມພົບປະຜູ້ຕາງໜ້ານັກທຸລະກິດຂອງສອງປະ ເທດ ທີ່ຮ່າໂນ້ຍ ໂດຍມີບັນດາຄະນະຜູ້ແທນ, ວິສາຫະກິດຫວຽດນາມ ແລະ ລາວ ພ້ອມດ້ວຍນັກທຸລະກິດ ທັງສອງຝ່າຍ ເຂົ້າຮ່ວມ.

ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງສປປ ລາວ ໄດ້ກ່າວເຊີນຊວນບັນດານັກທຸລະກິດຫວຽດ ນາມ ເຂົ້າໄປລົງທຶນຢູ່ ສປປ ລາວ ໃຫ້ຫລາຍຂຶ້ນ ໂດຍພ້ອມກັນຫັນຈາກສະໜາມຮົບຕໍ່ສູ້ໃນເມື່ອກ່ອນມາ ເປັນສະໜາມຮົບແກ້ໄຂຄວາມທຸກຍາກ ຮ່ວມມືພ້ອມກັນສ້າງສາພັດທະນາ, ສ້າງຄວາມຮັ່ງມີໃຫ້ປະຊາຊົນສອງຊາດລາວ-ຫວຽດນາມ ເຊິ່ງເມື່ອກ່ອນໄດ້ເຄື່ອນທັບຈາກຫວຽດນາມສູ່ພາກຕາເວັນຕົກ. ມື້ນີ້ສອງຊາດພວກເຮົາ ພ້ອມກັນປະກາດໃຫ້ບັນດານັກທຸລະກິດຫັນໄປລົງທຶນຢູ່ລາວ ເປັນສະໜາມຮົມໃໝ່ ສະໜາມຮົບດ້ານການຄ້າແກ້ໄຂຄວາມທຸກຍາກ. ພ້ອມນັ້ນ, ພາກສ່ວນກ່ຽວຂ້ອງບໍ່ວ່າຈະເປັນພາກລັດ-ເອກະຊົນ ກໍໃຫ້ປະສານງານສົມທົບ ເພື່ອຊອກຫາແກ້ໄຂຂໍ້ຫຍຸ້ງຍາກ ແລະ ສິ່ງກີດຂວາງຕ່າງໆ. ມາຮອດປັດຈຸບັນ, ການລົງທຶນຂອງ ສສ ຫວຽດນາມຢູ່ ສປປ ລາວ ຖືວ່າຢູ່ອັນດັບຕົ້ນໆຂອງການລົງທຶນຕ່າງປະເທດ ແລະ ຫວັງເຫັນນັກທຸລະກິດລາຍໃຫຍ່ ແລະ ລາຍໃໝ່ ເຂົ້າໄປລົງທຶນໃນລາວໃຫ້ເພີ່ມຂຶ້ນ.

ກອງປະຊຸມດັ່ງກ່າວເປັນເວທີໃຫ້ນັກທຸລະກິດສອງຝ່າຍໄດ້ຮ່ວມມືລົງທຶນ, ຊຸກຍູ້-ຊອກຫາທາງອອກ, ສ້າງເງື່ອນໄຂຂໍ້ສະດວກ ແລະ ແກ້ໄຂຂໍ້ຫຍຸ້ງຍາກຂອງບັນດາທຸລະກິດຫວຽດນາມ ທີ່ໄປລົງທຶນຢູ່ລາວ ແລະ ທຸລະກິດລາວ ລົງທຶນຢູ່ຫວຽດນາມ. ນອກນີ້ກໍເປັນການພົບປະຊຸມຊົນວິສາຫະກິດ, ບັນດາວິສາຫະກິດຫວຽດນາມ ທີ່ສະແດງຄວາມສົນໃຈຢາກມາລົງທຶນດ້ານກະສິກຳ, ເສດຖະກິດດິຈິຕອນ, ໂຄງການພື້ນ ຖານໂຄງລ່າງ ແລະ ອື່ນໆຢູ່ລາວ.

ນາຍົກລັດຖະມົນຕີ ເຊີນຊວນນັກທຸລະກິດຫວຽດນາມເຂົ້າໄປລົງທຶນຢູ່ລາວ ໃຫ້ຫລາຍຂຶ້ນ - 4 - ນາຍົກລັດຖະມົນຕີ ເຊີນຊວນນັກທຸລະກິດຫວຽດນາມເຂົ້າໄປລົງທຶນຢູ່ລາວ ໃຫ້ຫລາຍຂຶ້ນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!