ປະເທດອາຊີໃຕ້ຍົກລະດັບການຮ່ວມມື ແກ້ໄຂບັນຫາດ້ານສຸຂະພາບ
ລັດຖະມົນຕີວ່າການກະຊວງສາທາລະນະສຸກຈາກປະເທດອາຊີໃຕ້ມີມະຕິຮັບຮອງປະລິນຍາໂກລົມໂບ ວ່າດ້ວຍການຍົກລະດັບການຮ່ວມມືໃນການແກ້ໄຂບັນຫາດ້ານສຸຂະພາບໃນພາກພື້ນ ລະຫວ່າງກອງປະຊຸມສະມາຄົມການຮ່ວມມືແຫ່ງພາກພື້ນອາຊີໃຕ້ (SAARC) ໃນອາທິດຜ່ານມາ.
ກອງປະຊຸມດັ່ງກ່າວຈັດຂຶ້ນຢູ່ສີລັງກາລະຫວ່າງວັນທີ 27-30 ກໍລະກົດຜ່ານມາ ໂດຍເປັນການຫາລືກັນລະຫວ່າງຜູ້ແທນຈາກປະເທດສະມາຊິກຂອງສະມາຄົມການຮ່ວມມືແຫ່ງພາກພື້ນອາຊີໃຕ້ ເຊິ່ງປະກອບມີອັບການິດສະຖານ, ບັງກະລາເທດ, ພູຖານ, ອິນເດຍ, ມານດິວ, ເນປານ, ປາກິດສະຖານ ແລະ ສີລັງກາ.
ຖະແຫລງການລະບຸວ່າ: ບັນດາລັດຖະມົນຕີໃນກອງປະຊຸມໄດ້ມີມະຕິຮັບຮອງປະລິນຍາໂກລົມໂບ ວ່າດ້ວຍເລື່ອງການຮ່ວມມືດ້ານສາທາລະນະສຸກທີ່ສຳຄັນຕ່າງໆເຊັ່ນ: ບັນຫາພະຍາດຕິດຕໍ່ທີ່ມີແມງໄມ້ເປັນພາຫະ, ກຸ່ມພະຍາດບໍ່ຕິດຕໍ່, ໂພຊະນາການ, ສຸຂະອານາໄມ, ການແພດແຜນບູຮານ ແລະ ບັນຫາຊັບພະຍາກອນມະນຸດໃນລະບົບສຸຂະພາບ. ນອກຈາກນີ້ ຍັງເຫັນພ້ອມກັນໃນເລື່ອງຂອງການຮ່ວມມືລະດັບພາກພື້ນໃນການເບິ່ງແຍງສຸຂະພາບໃຫ້ບັນດາຜູ້ອົບພະຍົບຍ້າຍຖິ່ນຖານນຳອີກ.
ເລຂາທິການສະມາຄົມການຮ່ວມມືແຫ່ງພາກພື້ນອາຊີໄດ້ສະເໜີປະເທດສະມາຊິກຈັດຕັ້ງມະຫາວິທະຍາໄລການແພດແຫ່ງອາຊີໃຕ້ ເພື່ອສະໜັບສະໜູນການສຶກສາດ້ານການແພດໃຫ້ບັນດານັກສຶກສາໃນພາກພື້ນ ແລະ ການຊ່ວຍໃຫ້ບັນດາຜູ້ທຸກຍາກເຂົ້າເຖິງບໍລິການສາທາລະນະສຸກຂັ້ນພື້ນຖານໄດ້ ຖືເປັນພັນທະກິດຕົ້ນຕໍຂອງສະມາຄົມ.