ຢຸດເຊື່ອຂ່າວລື!! ເລື່ອງການສັກວັກຊີນທີ່ບິດເບືອນຄວາມຈິງຢູ່ໃນຂະນະນີ້
January 15, 2022 - 9:41 AM


ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ລາຍງານວັນທີ 14 ມັງກອນ 2022 ວ່າ: ດັ່ງທີ່ມີກະແສສື່ສັງຄົມອອນລາຍໄດ້ເຜີຍແຜ່ອອກໄປກ່ຽວກັບຊາຍໜຸ່ມຄົນໜຶ່ງໄປສັກວັກຊີນໄຟເຊີເຂັມທີ 3 ແລະ ເຮັດໃຫ້ເກືອບເສຍຊີວິດ, ຕໍ່ບັນຫາດັ່ງກ່າວເລື່ອງການສັກວັກຊີນ ທີ່ບິດເບືອນຄວາມຈິງຢູ່ໃນຂະນະນີ້ ແມ່ນຢ່າພາກັນຫລົງເຊື່ອ, ເຊິ່ງຄະນະສະເພາະກິດກຳລັງຕິດຕາມເຟສຜູ້ທີ່ໂພສຂໍ້ຄວາມດັ່ງກ່າວ.
ພ້ອມນີ້ທາງພາກລັດກໍໄດ້ມີຄວາມພະຍາຍາມຈັດຊອກຫາວັກຊີນທີ່ມີຄຸນນະພາບເພື່ອມາສັກໃຫ້ປະຊາຊົນສ້າງພູມຄຸ້ມກັນໃຫ້ຮ່າງກາຍຕ້ານໂຄວິດ-19, ເຊິ່ງມາຮອດມື້ນີ້ ທົ່ວປະເທດ ສັກວັກຊີນສະສົມທັງໝົດ:
- ເຂັມ1 ໄດ້ 4,643,202 ຄົນ (ກວມເອົາ 628 %)
- ທຸກເຂັມທີ່ແນະນໍາ 3,786,147 ຄົນ (ກວມເອົາ 560 %)
- ອາຍຸ 12-17 ປີ ໄດ້ 497,036 ຄົນ (ເຂັ້ມ 1 ມີ 4%)