ລາວຈະສຸມໃສ່ວຽກງານສົ່ງເສີມການລ້ຽງລູກດ້ວຍນ້ຳນົມແມ່ໃຫ້ດີຂຶ້ນ
ປັດຈຸບັນຢູ່ປະເທດລາວເຮົາສະຖິຕິການລ້ຽງລູກດ້ວຍນ້ຳນົມແມ່ໃຫ້ແກ່ເດັກເກີດໃໝ່ຈົນຮອດ 6 ເດືອນສະເລ່ຍມີພຽງແຕ່ 40% ແລະ ຄາດໝາຍແມ່ນຈະສູ້ຊົນໃຫ້ເພີ່ມຂຶ້ນຫລາຍກວ່າ 50% ໃນປີ 2020.
ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາ ລະນະສຸກໄດ້ຖະແຫລງເນື່ອງໃນໂອກາດສະເຫລີມສະຫລອງງານສັບປະດາສາກົນການລ້ຽງລູກດ້ວຍນ້ຳນົມແມ່ຕໍ່ສື່ມວນຊົນໃນວັນທີ 1 ສິງຫານີ້ວ່າ: ງານດັ່ງກ່າວເປັນການສົ່ງເສີມສຸຂະພາບ ແລະ ໂພຊະນາການຂອງແມ່ ແລະ ເດັກ, ນັບແຕ່ວັນທີ 1-7 ສິງຫາຂອງແຕ່ລະປີບັນດາປະເທດຕ່າງໆໃນທົ່ວໂລກໄດ້ພ້ອມກັນສະເຫລີມສະຫລອງວັນສັບປະດາສາກົນການລ້ຽງລູກດ້ວຍນົມແມ່ດ້ວຍການຈັດງານ ແລະ ສ້າງຂະບວນການຕ່າງໆໃນຫລາຍຮູບແບບ ລວມທັງໂຄສະນາເພື່ອປົກປ້ອງ,ສົ່ງເສີມ ແລະ ສະໜັບສະໜູນການລ້ຽງລູກດ້ວຍນົມແມ່ໃຫ້ຟົດຟື້ນໃນທົ່ວໂລກ.ປີນີ້ການສະຫລອງມີຫົວຂໍ້ວ່າ: “ຮ່ວມແຮງຮ່ວມໃຈເຮັດໃຫ້ການລ້ຽງລູກດ້ວຍນົມແມ່ຍືນຍົງ” ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ.
ທ່ານຮອງລັດຖະມົນຕີ ກ່າວວ່າ: ຄືດັ່ງຮູ້ນໍາກັນແລ້ວວ່ານ້ຳນົມແມ່ແມ່ນອາຫານທີ່ດີທີ່ສຸດສຳລັບເດັກ, ມີຄຸນປະໂຫຍດມະຫາສານ ເຮັດໃຫ້ເດັກມີສຸຂະພາບແຂງແຮງ ແລະ ມີໂພສະນາການດີ, ມີການຈະເລີນເຕີບໂຕ ແລະ ການພັດທະນາທາງດ້ານຮ່າງກາຍ ແລະ ມັນສະໝອງ ສາມາດສ້າງໃຫ້ເດັກສະຫລາດຮຽນຮູ້ໄດ້ໄວ, ມີພູມຄຸ້ມກັນພະຍາດ ແລະ ການລ້ຽງລູກດ້ວຍນົມແມ່ສາມາດກອບກູ້ຊີວິດເດັກໄດ້ 823 ພັນຄົນຕໍ່ປີ ແລະ ຊ່ວຍສ້າງເສດຖະກິດໄດ້ປີລະ 302 ຕື້ໂດລາສະຫະລັດ, ຂະນະດຽວກັນຜູ້ເປັນແມ່ທີ່ລ້ຽງລູກດ້ວຍນ້ຳນົມຕົນເອງຈະເຮັດໃຫ້ເລືອດພາຍໃນຮ່າງກາຍໝູນວຽນດີ, ມົດລູກເຂົ້າອູ່ໄວ, ປ້ອງກັນການເປັນມະເຮັງເຕົ້ານົມ, ປະຢັດລາຍຈ່າຍພາຍໃນຄອບຄົວ ແລະ ເຮັດໃຫ້ສາຍພົວພັນລະຫວ່າງແມ່ກັບລູກມີບາດກ້າວດີຂຶ້ນເລື້ອຍໆ, ກົງກັນຂ້າມກັບແມ່ທີ່ລ້ຽງລູກດ້ວຍນົມເສີມ (ນົມຝຸ່ນ) ຈະເຮັດໃຫ້ລູກນ້ອຍສ່ຽງຕໍ່ການເປັນພະຍາດ, ບໍ່ມີພູມຄຸ້ມກັນທີ່ດີ ແລະ ອື່ນໆ, ດັ່ງນັ້ນ ຜູ້ທີ່ຈະເປັນແມ່ໃນອະນາຄົດ ຫລື ພວມເປັນແມ່ໃນປັດຈຸບັນຈົ່ງຫັນມາເອົາໃຈໃສ່ລູກນ້ອຍຂອງຕົນເພື່ອສຸຂະພາບຂອງເດັກໃນມື້ນີ້ ແລະ ການຈະເລີນເຕີບໂຕທີ່ສົມບູນໃນອະນາຄົດ.
ການລ້ຽງລູກດ້ວຍນົມແມ່ ແລະ ການໃຫ້ລູກກິນອາຫານເສີມທີ່ຖືກຕ້ອງເໝາະສົມກັບໄວອາຍຸຂອງເດັກແມ່ນປະກອບສ່ວນໃນການຫລຸດຜ່ອນການເສຍຊີວິດຂອງເດັກໄດ້ເຖິງ 13%, ແຕ່ລະປີທົ່ວໂລກມີແມ່ຍິງເສຍຊີວິດປະມານ 20 ພັນຄົນຍ້ອນມະເຮັງເຕົ້ານົມ ແລະ ພະຍາດດັ່ງກ່າວສາມາດຫລຸດຜ່ອນ ແລະ ປ້ອງກັນໄດ້ໂດຍການລ້ຽງລູກດ້ວຍນ້ຳນົມແມ່ຢ່າງຖືກຕ້ອງ.