ປກສ ເມືອງໄຊເສດຖາ ຈັບເປົ້າໝາຍຢາເສບຕິດພ້ອມຢາບ້າ 2.000 ເມັດ

ປກສ ເມືອງໄຊເສດຖາ ຈັບເປົ້າໝາຍຢາເສບຕິດພ້ອມຢາບ້າ 2.000 ເມັດ - 98523 - ປກສ ເມືອງໄຊເສດຖາ ຈັບເປົ້າໝາຍຢາເສບຕິດພ້ອມຢາບ້າ 2.000 ເມັດ
ປກສ ເມືອງໄຊເສດຖາ ຈັບເປົ້າໝາຍຢາເສບຕິດພ້ອມຢາບ້າ 2.000 ເມັດ - kitchen vibe - ປກສ ເມືອງໄຊເສດຖາ ຈັບເປົ້າໝາຍຢາເສບຕິດພ້ອມຢາບ້າ 2.000 ເມັດ

ວາລະສານປ້ອງກັນຄວາມສະຫງົບ ໄດ້ຕີແພ່ຜົນງານການປາບປາມຢາເສບຕິດຂອງ ປກສ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໂດຍວັນທີ 19 ມັງກອນນີ້, ເຈົ້າໜ້າທີ່ພະແນກຕຳຫຼວດກອງບັນຊາການປກສ ເມືອງໄຊເສດຖາ ໄດ້ເຂົ້າຈັບເປົ້າໝາຍຊື່ ທ້າວ ທະນົງສິນ ອາຍຸ 34 ປີ ຢູ່ບ້ານທົ່ງພານທອງ ເມືອງສີສັດ ຕະນາກ ພ້ອມຂອງກາງຢາບ້າ 2.000 ເມັດ, ເງິນ 1.000.000 ກີບ ແລະ ລົດຈັກ MSX ແລະ ຜ່ານ ການສອບສວນຂະຫຍາຍຜົນ ສາມາດຈັບຜູ້ຊັດທອດໄດ້ອີກ 1 ຄົນ ຊື່ ທ້າວ ບຸນວາຈຽງ ອາຍຸ 35 ປີ ຢູ່ບ້ານທົ່ງພານທອງ ເມືອງສີສັດຕະນາກ ພ້ອມເງິນ 71.000 ບາດ, 144.000 ກີບ, ໂທລະສັບ 1 ໜ່ວຍ ແລະ ລົດຈັກ PCX.

ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ລາຍງານອີກວ່າ: ຜ່ານມາ, ທ້າວ ທະນົງສິນ ເຄີຍຖືກສານຕັດສິນລົງໂທດຕັດອິດສະລະພາບ ມາແລ້ວ 6 ປີ 6 ເດືອນໃນສະຖານປຸ້ນຊັບພົນລະເມືອງ ແລະ ຖືກປ່ອຍ ໃນວັນທີ 28 ຕຸລາ 2021, ສ່ວນ ທ້າວ ບຸນວາຈຽງ ເຄີຍຖືກສານຕັດສິນລົງໂທດຕັດອິດສະລະພາບ 2 ປີ 6 ເດືອນ ໃນສະຖານ ເສບ ແລະ ມີຢາເສບຕິດໄວ້ໃນຄອບຄອງ ເຊິ່ງຖືກປ່ອຍໃນເດືອນມີນາ 2021.

ປກສ ເມືອງໄຊເສດຖາ ຈັບເປົ້າໝາຍຢາເສບຕິດພ້ອມຢາບ້າ 2.000 ເມັດ - Visit Laos Visit SALANA BOUTIQUE HOTEL - ປກສ ເມືອງໄຊເສດຖາ ຈັບເປົ້າໝາຍຢາເສບຕິດພ້ອມຢາບ້າ 2.000 ເມັດ
ປກສ ເມືອງໄຊເສດຖາ ຈັບເປົ້າໝາຍຢາເສບຕິດພ້ອມຢາບ້າ 2.000 ເມັດ - 3 - ປກສ ເມືອງໄຊເສດຖາ ຈັບເປົ້າໝາຍຢາເສບຕິດພ້ອມຢາບ້າ 2.000 ເມັດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!