ເຊລຊີ ເລັງຄວ້າ ເລວອນດອບສະກີ ແທນທີ່ດາວຍິງຟອມຟືດ

ເຊລຊີ ເລັງຄວ້າ ເລວອນດອບສະກີ ແທນທີ່ດາວຍິງຟອມຟືດ -                             - ເຊລຊີ ເລັງຄວ້າ ເລວອນດອບສະກີ ແທນທີ່ດາວຍິງຟອມຟືດ
ເຊລຊີ ເລັງຄວ້າ ເລວອນດອບສະກີ ແທນທີ່ດາວຍິງຟອມຟືດ - kitchen vibe - ເຊລຊີ ເລັງຄວ້າ ເລວອນດອບສະກີ ແທນທີ່ດາວຍິງຟອມຟືດ

ເຊລຊີ ເລັງຄວ້າ ເລວອນດອບສະກີ ແທນທີ່ດາວຍິງຟອມຟືດ -                             - ເຊລຊີ ເລັງຄວ້າ ເລວອນດອບສະກີ ແທນທີ່ດາວຍິງຟອມຟືດ

Football.london ລາຍງານວ່າ ເຊລຊີ ສະໂມສອນໃຫຍ່ແຫ່ງພຣີເມຍລີກ ອັງກິດ ອາດພິຈາລະນາຄວ້າ ໂຣເບີດ ເລວານດອບສະກີ ກອງຫນ້າທີມຊາດໂປແລນ ຂອງສະໂມສອນ ບາເຢິນ ມິວນິກ ຍອດສະໂມສອນແຫ່ງບຸນເດສລີກາ ເຢຍລະມັນ ມາສູ່ຖິ່ນສະແຕມຟອດ ບຣິດ ໃນໄລຍະລະດູການນີ້ ເພື່ອແທນທີ່ ໂຣເມລູ ລູກາກູ ກອງຫນ້າທີມຊາດເບລຢ້ຽມ.

ສຳລັບ ລູກາກູ ໂຊຟອມຢ່າງຫນ້າຜິດຫວັງ ໂດຍຍິງໄປພຽງ 3 ປະຕູ ຈາກການລົງຫລິ້ນ 19 ນັດຫລັງສຸດ ລວມທຸກລາຍການໃຫ້ກັບ ເຊລຊີ ແຖມຍັງເຄີຍອອກມາໃຫ້ສຳພາດໃນແງ່ລົບຕໍ່ສະໂມສອນ ຈົນຕ້ອງອອກມາຂໍໂທດໃນເວລາຕໍ່ມາ ເຮັດໃຫ້ອະນາຄົດຂອງນັກເຕະອາຍຸ 28 ປີ ພວມກາຍເປັນເຄື່ອງຫມາຍຄຳຖາມ ເຊິ່ງລາຍງານຫລ້າສຸດລະບຸວ່າ ເຊລຊີ ພວມພິຈາລະນາຄວ້າ ເລວານດອບສະກີ ມາແທນທີ່ ລູກາກູ.

ທັງນີ້ ເລວານດອບສະກີ ຖືເປັນຫນຶ່ງໃນສຸດຍອດກອງຫນ້າຂອງໂລກ ໂດຍຍິງໄປແລ້ວ 34 ປະຕູ ຈາກການລົງຫລິ້ນ 27 ນັດ ລວມທຸກລາຍການໃນລະດູການນີ້ໃຫ້ກັບ ບາເຢິນ ມິວນິກ ແຕ່ລາວພວມຈະຫມົດສັນຍາກັບ ບາເຢິນ ມິວນິກ ໃນເດືອນມິຖຸນາປີ 2023 ເຮັດໃຫ້ ບາເຢິນ ພ້ອມທີ່ຈະປ່ອຍລາວອອກຈາກທີມໃນລະດູການນີ້ ຖ້າຫາກລາວບໍ່ຕໍ່ສັນຍາສະບັບໃຫມ່ກັບສະໂມສອນ ເພາະບໍ່ຕ້ອງການຈະເສຍນັກເຕະໄປແບບຟຣີນັ້ນເອງ.

ເຊລຊີ ເລັງຄວ້າ ເລວອນດອບສະກີ ແທນທີ່ດາວຍິງຟອມຟືດ - 3 - ເຊລຊີ ເລັງຄວ້າ ເລວອນດອບສະກີ ແທນທີ່ດາວຍິງຟອມຟືດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!