ມາຊິຢາລ ເປີດເຜີຍຄັ້ງທຳອິດ ລາແມນຢູ ມາຢູ່ກັບ ເຊບີຢາ
ອອງໂຕນີ ມາຊິຢາລ ກອງຫນ້າທີມຊາດຝຣັ່ງຂອງ ແມນເຊສເຕີ ຢູໄນເຕັດ ລະບຸວ່າ ຕັດສິນໃຈຍ້າຍມາຮ່ວມທີມ ເຊບີຢາ ສະໂມສອນແຫ່ງ ລາ ລີກາ ສະເປນ ດ້ວຍສັນຍາຢືມຕົວຈົນຈົບລະດູການນີ້ ເພື່ອໂອກາດໃນການລົງສະຫນາມຢ່າງສະຫມ່ຳສະເຫມີ ແລະ ພິສູດຕົວເອງວ່າສາມາດເຮັດຫຍັງໄດ້ແດ່ ສ່ວນອະນາຄົດກັບແມນຢູຄ່ອຍວ່າກັນຕື່ມອີກ.
ມາຊີຢາລ ກ່າວວ່າ : ສັນຍາຢືມຕົວຂອງຂ້ອຍກັບເຊບີຢາ ຈະມີໄປຈົນເຖິງຈົບລະດູການນີ້ ແຕ່ເຈົ້າບໍ່ມີທາງຮູ້ວ່າຈະເກີດຫຍັງຂຶ້ນໃນອະນາຄົດ ແລະ ເຮົາຈະໄດ້ເຫັນນຳກັນ ມັນບໍ່ກ່ຽວກັບເລື່ອງເງິນ ແຕ່ມັນຄືກັນໄດ້ລົງຫລິ້ນ ແລະ ມ່ວນໄປກັບມັນ ນັ້ນເປັນເຫດຜົນທີ່ຂ້ອຍເລືອກມາຢູ່ນີ້ ນັ້ນຄືການລົງຫລິ້້ນ ແລະ ສະຫນຸກກັບບານເຕະອີກເທື່ອຫນຶ່ງ.
ຂ້ອຍຍ້າຍມາຢູ່ນີ້ ເພາະຜູ້ອຳນວຍການກິລາ ພວກເຂົາສົນໃຈຕົວຂ້ອຍຫລາຍ ນັ້ນຄືສິ່ງທີ່ດຶງດູດຂ້ອຍ ພວກເຂົາບອກວ່າຂ້ອຍສາມາດຊ່ວຍທີມໄດ້ ແລະ ຂ້ອຍມາຢູ່ນີ້ກໍຕ້ອງການລົງຫລິ້ນແລະສະແດງໃຫ້ເຫັນວ່າຂ້ອຍເຮັດຫຍັງໄດ້ແດ່ ຂ້ອຍເຊື່່ອວ່າ ເຊບີຢາ ຄືທີມທີ່ສົມບູນແບບ ຂ້ອຍຢາກຍິງປະຕູ ຈ່າຍໃຫ້ຫມູ່ຍິງ ແລະເປັນສ່ວນສຳຄັນສຳລັບທີມໃນໄລຍະທີ່ຢູ່ເປັນເວລາ 5 ເດືອນຂ້າງຫນ້າ ເຊບີຢາ ມີນັກເຕະທີ່ດີຫລາຍຄົນ ແລະ ຂ້ອຍຕ້ອງການນຳປະສົບການຂອງຂ້ອຍມາຊ່ວຍທີມ.
ນອກຈາກນີ້ ໃນໄລຍະເປີດຕົວ ເຊບີຢາ ໄດ້ຈັດເຊີໄພຣ ໃຫ້ກັບ ມາຊີຢາລ ດ້ວຍການເປີດວີດີໂອ ໂຣນັລໂດ ຕຳນານທີມຊາດບຣາຊິລ ຫນຶ່ງໃນຕົວແບບນັກເຕະຂອງ ມາຊີຢາລ ຝາກຄຳອວຍພອນມາເຖິງ ມາຊີຢາລ ໃຫ້ໂຊກດີປະສົບຄວາມສຳເລັດກັບ ເຊບີຢາ ນຳອີກ ເຮັດໃຫ້ລາວນ້ຳຕາຊືມ.