ຜົນກະທົບຈາກນ້ຳໄຫລຊຸແຮງຢູ່ເມືອງແກ່ນທ້າວເສຍຫາຍຫລາຍຕື້ກີບ


ພາຍຫລັງເກີດມີຝົນຕົກ ໜັກໃນລະຫວ່າງວັນທີ 27-28 ກໍລະກົດ ຜ່ານມາ ໄດ້ເຮັດໃຫ້ເກີດ ນ້ຳຖ້ວມໄຫລຊຸ ເຮືອນຊານຂອງ ປະຊາຊົນ 2 ບ້ານຄື: ບ້ານປົ່ງ ແດງ ແລະ ບ້ານໜອງເມືອງ ແກ່ນທ້າວ ແຂວງໄຊຍະບູລີ ມີ 99 ຄອບຄົວ ແລະ , ພົນລະ ເມືອງເກືອບ 500 ກວ່າຄົນ, ໄດ້ ຮັບຜົນກະທົບ ແລະ ມີຜູ້ເສຍຊີ ວິດ 2 ຄົນ, ພ້ອມທັງໄດ້ສ້າງ ຄວາມເສຍຫາຍຕໍ່ເສັ້ນທາງຄົມມະນາຄົມຫລາຍສີບຕື້ກີບ.


+ ຜົນກະທົບທີ່ເກີດຈາກການພັກຜ່ອນບໍ່ພຽງພໍ
+ ເມືອງຜາອຸດົມປັກດຳເຂົ້ານາປີສຳເລັດແລ້ວ95%
ທ່ານ ອຳຄາ ລັດສະໝີ ຮອງເຈົ້າເມືອງແກ່ນທ້າວໃຫ້ ຮູ້ວ່າ: ຜົນກະທົບໃນຄັ້ງນີ້ ໄດ້ ສ້າງຄວາມເສຍໜັກໃຫ້ທັງ ສອງບ້ານ, ສະເພາະບ້ານໜອງ ໄດ້ຮັບຜົນກະທົບທັງໝົດ 59 ຄອບຄົວ, ເສຍຫາຍໜັກຈຳນວນ 45 ຄອບຄົວ, ເນື້ອທີ່ການຜະ ລິດເສຍຫາຍເກືອບ 100 ເຮັກ ຕາ ແລະ ເສຍຊີວິດ 1 ຄົນ, ລວມ ມູນຄ່າຄວາມເສຍຫາຍ 8,5 ຕື້ ກວ່າກີບ; ຂະນະທີ່ບ້ານປົ່ງແດງ ໄດ້ຮັບຜົນກະທົບທັງໝົດ 40 ຄອບຄົວ, ເສຍຫາຍໜັກ 13 ຄອບຄົວ, ເນື້ອທີ່ການຜະລິດເສຍ ຫາຍຫລາຍກວ່າ 22 ເຮັກຕາ ແລະ ມີຜູ້ເສຍຊີວິດ 1 ຄົນ. ນອກ ນີ້, ຍັງມີເສັ້ນທາງເປ່ເພ 4 ເສັ້ນຄື: ເສັ້ນທາງເລກ 3856 ນ້ຳເຕົ່າ- ດົງ ສະຫງວນ ເສຍຫາຍ 2,2 ຕື້ກວ່າກີບ, ເສັ້ນທາງເລກ 3613 ຫ້ວຍຫລອດ-ດອນເມນ-ບ້ານ ແຄ ເສຍຫາຍ 350 ລ້ານກວ່າ ກີບ, ເສັ້ນທາງເລກ 3589 ຫາດ ແດງ-ເວີນຄຳ ເສຍຫາຍ 562 ລ້ານກວ່າກີບ ແລະ ເສັ້ນທາງ 3855 ສາລານ້ຳວັງຫລວງ- ພູ ແດນດິນ, ເສຍຫາຍ 2,3 ຕື້ ກວ່າ ກີບ, ລວມມູນຄ່າເສຍຫາຍປະ ມານ 5 ຕື້ກວ່າກີບ. ໄພນ້ຳຖ້ວມ ຄັ້ງນີ້ ໄດ້ຍື່ງຖ້ວມບ້ານ ເຮືອນປະ ຊາຊົນ ຈຳນວນ 4 ບ້ານຄື: ບ້ານ ຫ້ວຍເລິກ, ວັງປູນ, ຫ້ວຍບູຮາ ແລະ ປາກຕົມຢູ່ເມືອງ ແກ່ນທ້າວ ແຕ່ບໍ່ໄດ້ຮັບຄວາມເສຍຫາຍ ແລະ ໃນວັນທີ 1 ສິງຫາ ນີ້, ທ່ານ ພົງສະຫວັນ ສິດທະວົງ ເຈົ້າ ແຂວງໄຊຍະບູລີ ພ້ອມຄະນະ ໄດ້ນຳເອົາເຄື່ອງຊ່ວຍເຫລືອ ບັນເທົາທຸກປະເພດເຂົ້າສານ ອາຫານແຫ້ງ ແລະ ເຄື່ອງອຸປະ ໂພກ-ບໍລິໂພກຈຳນວນໜຶ່ງໄປ ມອບໃຫ້ ປະຊາຊົນບ້ານໜອງ ແລະ ບ້ານປົ່ງແດງລວມມີມູນ ຄ່າ 77 ລ້ານກວ່າກີບ ແລະ ຈະສືບຕໍ່ລະດົມທົ່ວສັງຄົມໃຫ້ ຄວາມຊ່ວຍເຫລືອຕໍ່ໄປ. ສ່ວນ ປະຊາຊົນໃນ 4 ບ້ານ 42 ຄອບ ຄົວ ທີ່ຖືກນ້ຳຍື່ງຖ້ວມໄດ້ຮັບຜົນ ກະທົບເລັກໜ້ອຍ ໄດ້ຮັບຄວາມ ຊ່ວຍຈາກແຂວງ ເປັນເຂົ້າສານ ຈຳນວນ 35 ກິໂລຕໍ່ຄອບຄົວ. ໂອກາດນີ້ ທ່ານເຈົ້າແຂວງ ໄດ້ຊີ້ນຳໃຫ້ຄະນະນຳເມືອງ ແລະ ອຳນາດການປົກຄອງບ້ານປຶກສາຫາລື ເພື່ອວາງແຜນ ຍັບຍ້າຍ ປະຊາຊົນທັງສອງບ້ານຂຶ້ນ ໄປຢູ່ທີ່ສູງເພື່ອຄວາມປອດໄພ ໃນຕໍ່ໜ້າ.