ເດືອນມັງກອນ ສານປະຊາຊົນແຂວງອຸດົມໄຊ ຕັດສິນຄະດີຢາເສບຕິດ 6 ເລື່ອງ

ເດືອນມັງກອນ ສານປະຊາຊົນແຂວງອຸດົມໄຊ ຕັດສິນຄະດີຢາເສບຕິດ 6 ເລື່ອງ - 01592 - ເດືອນມັງກອນ ສານປະຊາຊົນແຂວງອຸດົມໄຊ ຕັດສິນຄະດີຢາເສບຕິດ 6 ເລື່ອງ
ເດືອນມັງກອນ ສານປະຊາຊົນແຂວງອຸດົມໄຊ ຕັດສິນຄະດີຢາເສບຕິດ 6 ເລື່ອງ - kitchen vibe - ເດືອນມັງກອນ ສານປະຊາຊົນແຂວງອຸດົມໄຊ ຕັດສິນຄະດີຢາເສບຕິດ 6 ເລື່ອງ

ແຫລ່ງຂ່າວຄວາມສະຫງົບ ລາຍງານວ່າ: ວັນທີ 14 ມັງກອນ ຜ່ານມາ, ຄະນະສານອາຍາສານປະຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ໄດ້ນຳເອົາຄະດີຢາເສບຕິດ 6 ເລື່ອງຂຶ້ນມາພິຈາລະນາຕັດສິນລົງໂທດ ຕາມກົດໝາຍ.

ເລື່ອງທີ 1. ຈຳເລີຍຊື່ ທ້າວ ອານຸວື ອາຍຸ 27 ປີ ຢູ່ບ້ານຫ້ວຍຍໍາ ເມືອງໄຊ ແຂວງອຸດົມໄຊ ຖືກຈັບໃນວັນທີ 10 ມີນາ 2021 ໃນຖານຂົນຢາເສບຕິດ ແລະ ມີຢາບ້າໄວ້ໃນຄອບຄອງ 12.000 ເມັດ, ນ້ຳໜັກ 1,2 ກິໂລກຣາມ, ໂທລະສັບ 1 ໜ່ວຍ, ເງິນ 15.000 ກີບ, ລົດຈັກບໍ່ມີໝາຍເລກທະບຽນ. ຄະດີນີ້ ຈໍາເລີຍ ມີຄວາມຜິດຕາມຂໍ້ກ່າວຫາແທ້, ຄະນະສານອາຍາ ຈຶ່ງໄດ້ພິຈາລະນາຕັດສິນລົງໂທດຕັດອິດສະລະພາບຕະຫລອດຊີວິດ ແລະ ປັບໃໝ 500.000.000 ກີບ, ຮິບຢາບ້າ 12.000 ເມັດ ມາທຳລາຍຖິ້ມ, ຮິບລົດຈັກມາເປັນຂອງລັດ ແລະ ສົ່ງໂທລະສັບພ້ອມເງິນ 15.000 ກີບໃຫ້ຈໍາເລີຍ.

ເດືອນມັງກອນ ສານປະຊາຊົນແຂວງອຸດົມໄຊ ຕັດສິນຄະດີຢາເສບຕິດ 6 ເລື່ອງ - Visit Laos Visit SALANA BOUTIQUE HOTEL - ເດືອນມັງກອນ ສານປະຊາຊົນແຂວງອຸດົມໄຊ ຕັດສິນຄະດີຢາເສບຕິດ 6 ເລື່ອງ

ເລື່ອງທີ 2. ຈຳເລີຍຊື່ທ້າວ ເຈຍຢ້າ ອາຍຸ 36 ປີ ຢູ່ບ້ານພູສະຫວັນ ເມືອງໄຊ ແຂວງອຸດົມໄຊ ຖຶກຈັບໃນວັນທີ 6 ກໍລະກົດ 2021 ໃນຖານມີຢາບ້າໄວ້ໃນຄອບຄອງ 2 ຖົງ, ມີຢາ 406 ເມັດ, ນ້ຳໜັກ 40,7 ກຣາມ, ຄະນະສານອາຍາ ໄດ້ພິຈາລະນາຕັດສິນລົງໂທດ 6 ປີ ແລະ ປັບໃໝ 12.000.000ກີບ, ຮິບຢາ ບ້າ 2 ຖົງ, ມີ 406 ເມັດ ມາທຳລາຍຖິ້ມ.

ເລື່ອງທີ 3. ຈຳເລີຍຊື່ທ້າວ ແສງທອງ ອາຍຸ 44 ປີ ບ້ານຫ້ວຍລ້ອມ ເມືອງງາແຂວງອຸດົມໄຊ ຖືກຈັບໃນ ວັນທີ 28 ພຶດສະພາ 2021 ໃນຖານມີຢາບ້າໄວ້ໃນຄອບຄອງເພື່ອເສບ, ມີ  21 ເມັດ, ນ້ໍາໜັກ 2,1 ກຣາມ, ຄະນະສານອາຍາ ໄດ້ພິຈາລະນາຕັດສິນລົງໂທດຈໍາຄຸກ 2 ປີ ແລະ ປັບໃໝ 10.000.000 ກີບ.

ເລື່ອງທີ 4. ຈຳເລີຍຊື່ທ້າວ ຕູວ້າ ອາຍຸ 26 ປີ ຢູ່ບ້ານຫລັກ 32 ເມືອງໄຊ ແຂວງອຸດົມໄຊ ຖືກຈັບໃນວັນທີ 20 ມິຖຸນາ 2021 ໃນຖານຄ້າຂາຍຢາບ້າ ແລະ ມີຢາບ້າ ໄວ້ໃນຄອບຄອງ 67 ເມັດ, ນ້ຳໜັກ 6,8 ກຣາມ, ຄະນະສານອາຍາ ໄດ້ພິຈາລະນາຕັດສິນລົງໂທດຈຳຄຸກ 5 ປີ ແລະ ປັບໃໝ 10.000.000 ກີບ, ຮິບລົດຈັກບໍ່ມີໝາຍເລກທະບຽນ ມາເປັນຂອງລັດ ແລະ ສົ່ງໂທລະສັບພ້ອມກັບໂມງ 1 ໜ່ວຍຄືນຈຳເລີຍ.

ເລື່ອງທີ 5. ຈຳເລີຍຊື່ ທ້າວ ລາວກົວ ອາຍຸ 29 ປີ ແລະ ນາງ ໃຈວື ອາຍຸ 27 ປີ ທັງສອງຢູ່ບ້ານໄຊ ຊະນະ ເມືອງປາກແບງ ແຂວງອຸດົມໄຊ ຖືກຈັບໃນວັນທີ 27 ກັນຍາ 2020 ໃນຖານຄ້າຂາຍຢາບ້າ ແລະ ມີຢາບ້າ ໄວ້ໃນຄອບຄອງ 1.920 ເມັດ, ນ້ຳໜັກ 190,2 ກຣາມ, ຄະນະສານ ໄດ້ຕັດສິນລົງໂທດ ທ້າວ ລາວກົວ ຈໍາຄຸກ 10 ປີ, ປັບໃໝ 100.000.000 ກີບ ແລະ ນາງ ໃຈວື 5 ປີ ແລະ ປັບໃໝ 100.000.000 ກີບ.

ເລື່ອງທີ 6. ຈຳເລີຍຊື່ ທ້າວ ສົມສະນຸກ ອາຍຸ 33 ປີ ຢູ່ບ້ານນ້ຳຫຸມ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ຖືກຈັບໃນວັນທີ 1 ມິຖຸນາ 2021 ໃນຖານມີຢາບ້າ ໄວ້ໃນຄອບຄອງ 92 ເມັດ, ນ້ຳໜັກ 9,6 ກຣາມ, ຄະນະສານອາຍາ ຕັດສິນລົງໂທດຈຳຄຸກ 5 ປີ ແລະ ປັບໃໝ 10.000.000 ກີບ,ສົ່ງໂທລະສັບ ພ້ອມເງິນ 150.000 ກີບຄືນຈໍາເລີຍ ແລະ ຮິບຢາບ້າທັງໝົດມາທຳລາຍຖິ້ມ.

 

ເດືອນມັງກອນ ສານປະຊາຊົນແຂວງອຸດົມໄຊ ຕັດສິນຄະດີຢາເສບຕິດ 6 ເລື່ອງ - 5 - ເດືອນມັງກອນ ສານປະຊາຊົນແຂວງອຸດົມໄຊ ຕັດສິນຄະດີຢາເສບຕິດ 6 ເລື່ອງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!