ມອບ-ຮັບວຽກນິຕິກໍາຂອງກະຊວງການເງິນລະຫວ່າງກົມນະໂຍບາຍການເງິນ ແລະ ຫ້ອງການກະຊວງ

ມອບ-ຮັບວຽກນິຕິກໍາຂອງກະຊວງການເງິນລະຫວ່າງກົມນະໂຍບາຍການເງິນ ແລະ ຫ້ອງການກະຊວງ - 3030e90b 2022 4481 8ce8 901b5b45321c - ມອບ-ຮັບວຽກນິຕິກໍາຂອງກະຊວງການເງິນລະຫວ່າງກົມນະໂຍບາຍການເງິນ ແລະ ຫ້ອງການກະຊວງ
ມອບ-ຮັບວຽກນິຕິກໍາຂອງກະຊວງການເງິນລະຫວ່າງກົມນະໂຍບາຍການເງິນ ແລະ ຫ້ອງການກະຊວງ - kitchen vibe - ມອບ-ຮັບວຽກນິຕິກໍາຂອງກະຊວງການເງິນລະຫວ່າງກົມນະໂຍບາຍການເງິນ ແລະ ຫ້ອງການກະຊວງ

ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານນິຕິກໍາຂອງກະຊວງການເງິນໃຫ້ສອດຄ່ອງກັບພາລະບົດບາດໃໝ່ ຂອງສອງພາກສ່ວນກໍ່ຄືຂອງກົມນະໂຍບາຍການເງິນ ແລະ ຫ້ອງການກະຊວງການເງິນ, ໃນວັນທີ 27 ມັງກອນ 2022 ຜ່ານມາໄດ້ມີພິທີມອບ-ຮັບວຽກນິຕິກໍາຂອງກະຊວງການເງິນລະຫວ່າງກົມນະໂຍບາຍການເງິນ ແລະ ຫ້ອງ ການກະຊວງ.
ໂດຍຕາງໜ້າເຊັນບົດບັນທຶກມອບວຽກນິຕິກໍາຂອງທ່ານ ໄພວັນ ຈັນດາວົງ ຫົວໜ້າກົມນະໂຍບາຍການເງິນ

ກະຊວງການເງິນ ແລະ ຕາງໜ້າຮັບຂອງທ່ານ ສົມບູນ ອິນຖະປັດຖາ ຫົວໜ້າຫ້ອງການກະຊວງການເງິນ, ໂດຍມີທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ, ຜູ້ຊີ້ນໍາວຽກງານນິຕິກໍາ, ຄະນະກົມ, ພະແນກ, ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ມອບ-ຮັບວຽກນິຕິກໍາຂອງກະຊວງການເງິນລະຫວ່າງກົມນະໂຍບາຍການເງິນ ແລະ ຫ້ອງການກະຊວງ - Visit Laos Visit SALANA BOUTIQUE HOTEL - ມອບ-ຮັບວຽກນິຕິກໍາຂອງກະຊວງການເງິນລະຫວ່າງກົມນະໂຍບາຍການເງິນ ແລະ ຫ້ອງການກະຊວງ

ອີງຕາມພາລະບົດບາດສະບັບໃໝ່ຂອງຫ້ອງການກະຊວງ ສະບັບເລກທີ 6118/ກງ, ລົງວັນທີ 10 ທັນວາ 2021 ວຽກງານນິຕິກຳຈຳນວນໜຶ່ງໄດ້ມາຢູ່ຫ້ອງການ ແລະ ຈຳນວນໜຶ່ງໄດ້ມອບໃຫ້ແກ່ກົມວິຊາການເປັນເຈົ້າ ການຈັດຕັ້ງປະຕິບັດ, ແນໃສ່ເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດລົງເລິກ ແລະ ທັນກັບສະພາບການ ຕົວຈິງໃນໄລຍະໃໝ່.

ສຳລັບວຽກນິຕິກຳທີ່ມອບໂອນມາໃຫ້ຫ້ອງການກະຊວງ ແມ່ນເຮັດໜ້າທີ່ເປັນໃຈກາງສັງລວມບັນດາກົດ ໝາຍ ແລະ ນິຕິກຳໃຕ້ກົດໝາຍທີ່ໄດ້ຮັບຮອງແລ້ວ, ເພື່ອໂຄສະນາເຜີຍແຜ່ຜ່ານສື່ມວນຊົນຂອງກະຊວງການເງິນ, ລວມທັງແຜນການສ້າງ-ປັບປຸງນິຕິກຳຂອງຂະແໜງການເງິນ,ເພື່ອລາຍງານຄະນະນໍາກະຊວງພິຈາລະນາ. ນອກນັ້ນ, ວຽກຕິດພັນກັບຂອດການປະສານງານ ແລະ ການເປັນໃຈກາງສັງລວມລາຍງານຕ່າງໆໃຫ້ຄະນະນຳກະຊວງຮັບຊາບ ແລະມີທິດຊີ້ນໍາ, ລົງເລິກຄົ້ນຄວ້າວິຊາການ ແລະ ດໍາເນີນການຕົວຈິງຕາມພາລະບົດບາດຂອງບັນດາກົມທີ່ຕິດ ພັນຕ້ອງໄດ້ພ້ອມກັນສືບຕໍ່ຈັດຕັ້ງປະຕິບັດ.

ໃນພິທີດັ່ງກ່າວ, ທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ໄດ້ມີຄໍາເຫັນເພື່ອເປັນທິດຊີ້ນໍາໃນການຈັດຕັ້ງປະຕິບັດວຽກງານວຽກງານນນິຕິກໍາເປັນວຽກງານທີ່ສໍາຄັນ ແລະ ເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານຕ່າງໆ… ໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ, ພາຍຫຼັງການມອບ-ຮັບວຽກນິຕິກໍາສໍາເລັດແລ້ວໃຫ້ມີຄວາມຮັບຜິດ ຊອບໃນການປະສານສົມທົບກັນກັບພາກສ່ວນທີ່ກ່ຽວຂ້ອງ ແລະ ກົນໄກໃນການເຮັດວຽກເພື່ອຮັບປະກັນໃຫ້ການ ເຮັດວຽກມີປະສິດທິພາບປະສິດທິຜົນ.

ມອບ-ຮັບວຽກນິຕິກໍາຂອງກະຊວງການເງິນລະຫວ່າງກົມນະໂຍບາຍການເງິນ ແລະ ຫ້ອງການກະຊວງ - 5 - ມອບ-ຮັບວຽກນິຕິກໍາຂອງກະຊວງການເງິນລະຫວ່າງກົມນະໂຍບາຍການເງິນ ແລະ ຫ້ອງການກະຊວງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!