ລົດໄຟ ຈີນ-ລາວ ສົ່ງຜູ້ໂດຍສານເຖິງ 1 ລ້ານຄົນ ສິນຄ້າລະຫວ່າງປະເທດ 1 ແສນໂຕນ

ລົດໄຟ ຈີນ-ລາວ ສົ່ງຜູ້ໂດຍສານເຖິງ 1 ລ້ານຄົນ ສິນຄ້າລະຫວ່າງປະເທດ 1 ແສນໂຕນ -           7 - ລົດໄຟ ຈີນ-ລາວ ສົ່ງຜູ້ໂດຍສານເຖິງ 1 ລ້ານຄົນ ສິນຄ້າລະຫວ່າງປະເທດ 1 ແສນໂຕນ
ລົດໄຟ ຈີນ-ລາວ ສົ່ງຜູ້ໂດຍສານເຖິງ 1 ລ້ານຄົນ ສິນຄ້າລະຫວ່າງປະເທດ 1 ແສນໂຕນ - kitchen vibe - ລົດໄຟ ຈີນ-ລາວ ສົ່ງຜູ້ໂດຍສານເຖິງ 1 ລ້ານຄົນ ສິນຄ້າລະຫວ່າງປະເທດ 1 ແສນໂຕນ

ວັນທີ 30 ມັງກອນ 2022, ບໍລິສັດ ລົດໄຟແຫ່ງປະເທດຈີນ ສາຂາຄຸນໝິງ ຈຳກັດ ລາຍງານວ່າ: ບໍລິການລົດໄຟ ຈີນ-ລາວ ມີຄວາມກ້າວໜ້າຢ່າງຍິ່ງດ້ານການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ ໂດຍໄລ່ຮອດວັນທີ 30 ມັງກອນ 2022 ບໍລິການລົດໄຟ ຈີນ-ລາວ ຂົນສົ່ງຜູ້ໂດຍສານແລ້ວຫລາຍກວ່າ 1 ລ້ານຄົນ ແລະ ສິນຄ້າອີກ 500.000 ກວ່າໂຕນ ໂດຍໃນຈຳນວນນີ້ 100.000 ໂຕນ ເປັນສິນຄ້າຂ້າມຊາຍແດນລະຫວ່າງປະເທດ.

ລົດໄຟ ຈີນ-ລາວ ເລີ່ມໃຫ້ບໍລິການໃນເດືອນທັນວາ 2021 ໂດຍຜູ້ໃຫ້ບໍລິການຈະປັບຈຳນວນລົດໄຟແລ່ນໃຫ້ບໍລິການໂດຍອີງຈາກປະລິມານຜູ້ໂດຍສານ ເພື່ອອຳນວຍຄວາມສະດວກໃນການເດີນທາງ.

ລົດໄຟ ຈີນ-ລາວ ສົ່ງຜູ້ໂດຍສານເຖິງ 1 ລ້ານຄົນ ສິນຄ້າລະຫວ່າງປະເທດ 1 ແສນໂຕນ - Visit Laos Visit SALANA BOUTIQUE HOTEL - ລົດໄຟ ຈີນ-ລາວ ສົ່ງຜູ້ໂດຍສານເຖິງ 1 ລ້ານຄົນ ສິນຄ້າລະຫວ່າງປະເທດ 1 ແສນໂຕນ

ລາຍງານລະບຸວ່າ: ປັດຈຸບັນ ບໍລິການລົດໄຟ ຈີນ-ລາວ ໃນເບື້ອງຈີນ ໃຫ້ບໍລິການຂະບວນລົດໄຟໂດຍສານສະເລ່ຍວັນລະ 28,5 ຄູ່ ເຊິ່ງຫລາຍກວ່າໄລຍະກ່ອນເທດສະການກຸດຈີນ 9 ຄູ່ ໂດຍຄາດວ່າປະລິມານການຂົນສົ່ງຜູ້ໂດຍສານສະເລ່ຍຕໍ່ວັນຫລາຍກວ່າ 39.000 ບ່ອນນັ່ງ ເພີ່ມຂຶ້ນ 40% ເມື່ອທຽບໃສ່ໄລຍະກ່ອນກຸດຈີນ, ສ່ວນບໍລິການລົດໄຟ ຈີນ-ລາວ ໃນເບື້ອງລາວ ໃຫ້ບໍລິການລົດລາງໄຟຟ້າ 1-2 ຄູ່ທຸກວັນຕາມປະລິມານຜູ້ໂດຍສານ.

ຜູ້ອຳນວຍການຝ່າຍການຕະຫລາດຂອງສະຖານີຄຸນໝິງຕາເວັນອອກ ສັງກັດບໍລິສັດ ໃຫ້ຂໍ້ມູນວ່າ: ບໍລິການລົດໄຟຂົນສົ່ງສິນຄ້າຂ້າມຊາຍແດນ ເຊິ່ງອອກເດີນທາງຈາກນະຄອນຄຸນໝິງກ່ອນຮອດປາຍທາງໃນລາວ ມີປະເພດສິນຄ້າເພີ່ມຂຶ້ນເລື້ອຍໆ ຈາກໄລຍະທຳອິດທີ່ເປັນຜະລິດຕະພັນຈຳພວກອາຫານສັດ ແລະ ປຸ໋ຍ ຕໍ່ມາແມ່ນຜະລິດຕະພັນດ້ານການສື່ສານ, ເຊລແສງຕາເວັນ, ລົດຍົນ ແລະ ເຄື່ອງຕັດຫຍິບ ແລະ ເມື່ອບໍ່ດົນມານີ້ ປະລິມານການຂົນສົ່ງເຂົ້າ, ເບຍ ແລະ ອາຫານອື່ນໆ ມີທ່າອ່ຽງເພີ່ມຂຶ້ນ.

ອ້າງອີງ: ສຳນັກຂ່າວຊິນຮົວ

ລົດໄຟ ຈີນ-ລາວ ສົ່ງຜູ້ໂດຍສານເຖິງ 1 ລ້ານຄົນ ສິນຄ້າລະຫວ່າງປະເທດ 1 ແສນໂຕນ - 5 - ລົດໄຟ ຈີນ-ລາວ ສົ່ງຜູ້ໂດຍສານເຖິງ 1 ລ້ານຄົນ ສິນຄ້າລະຫວ່າງປະເທດ 1 ແສນໂຕນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!