ເອຟເວີຕັນ ປະກາດຕັ້ງ ແລມພາດ ຄຸມທີມຖາວອນ




ແຟນບານ ເອຟເວີຕັນ ສິ້ນສຸດການລໍຄອຍ ເມື່ອເອຟເວີຕັນ ປະກາດແຕ່ງຕັ້ງ ແຟຣັງ ແລມພາດ ເຂົ້າມາເປັນຜູ້ຈັດການທີມຄົນໃຫມ່ ເຊິ່ງເປັນການຫວນຄືນມາຮັບງານເປັນຄັ້ງທຳອິດໃນຮອບ 1 ປີ ນັບຕັ້ງແຕ່ແຍກທາງກັບ ເຊລຊີ.
ເອຟເວີຕັນ ປະກາດແຕ່ງຕັ້ງ ແຟຣັງ ແລມພາດ ຜູ້ຈັດການທີມຊາວອັງກິດເຂົ້າມາມາເປັນຜູ້ຈັດການທີມຄົນໃຫມ່ຢ່າງເປັນທາງການ ໂດຍຈະເຊັນສັນຍາຄຸມທີມໃນຖິ່ນ ກູດິສັນ ພາກ ເປັນເວລາສອງປີເຄິ່ງ.
ເອຟເວີຕັນ ຈຳເປັນຕ້ອງຊອກຫາຜູ້ຈັດການທີມຄົນໃຫມ່ພາຍຫລັງຕັດສິນໃຈແຍກທາງການ ຣາຟາເອລ ເບນີເຕສ ໄປຕັ້ງແຕ່ວັນທີ 16 ມັງກອນທີ່ຜ່ານມາ ເຊິ່ງຕອນນີ້ມີຂ່າວລືຢ່າງຫນັກວ່າພວກເຂົາກຽມແຕ່ງຕັ້ງ ວິກຕໍ ແປເຣຣາ ອະດີດຜູ້ຈັດການທີມ ເອຟຊີ ປໍໂຕ້ ເຂົ້າມາສານງານຕໍ່ ເນື່ອງຈາກ ຟາຮັດ ໂມຊິຣິ ເຈົ້າຂອງທີມ ເອຟເວີຕັນ ຕ້ອງການຫາຄົນທີ່ບໍ່ເຄີຍມີປະສົບການໃນ ພຣີເມຍລີກ ມາເປັນຄົນນຳທີມ.
ແນວໃດກໍຕາມ ກະແສຂ່າວການກຽມຕັ້ງ ແປເຣຣ່າ ຖືກຄ້ານຈາກແຟນບານ ເອຟເວີຕັນຫລາຍຄົນ ຈົນເຖິງຂັ້ນມີການປະທ້ວງທັງຜູ້ຈັດການທີມຊາວໂປຣຕຸເກສ ແລະ ຄະນະບໍລິຫານຂອງສະໂມສອນ ໂດຍມີກອງເຊຍບາງສ່ວນພົ່ນສະເປວ່າ ຢາກໄດ້ ແລມພາດ ມາເປັນຜູ້ຈັດການທີມຄົນໃຫມ່ມາກກວ່າ ແປເຣຣ່າ ຈົນເຮັດໃຫ້ຫລ້າສຸດຈະເປັນ ແລມພາດ ທີ່ຕົກລົງເຂົ້າມາຮັບວຽກຕໍ່ຈາກ ເບນິເຕສ ຫລັງຈາກລາວພວມຫວ່າງງານນັບແຕ່ແຍກທາງກັບ ເຊລຊີ ເມື່ອເດືອນມັງກອນ 2021.
ສ່ວນ ແລມພາດ ກ່າວຫລັງຮັບຕຳແຫນ່ງວ່າ ‘‘ ຖືເປັນກຽດຫລາຍທີ່ຈະໄດ້ເຂົ້າມາເປັນຜູ້ຈັດການທີມຂອງສະໂມສອນແຫ່ງນີ້ ຂ້ອຍຖ້າບໍ່ໄຫວແລ້ວທີ່ຈະໄດ້ເລີ່ມຕົ້ນຄຸມທີມ ’’.
‘‘ ຫລັງຈາກທີ່ຂ້ອຍໄດ້ລົມກັບປະທານ ແລະ ຄະນະບໍລິຫານແລ້ວນັ້ນ ຂ້ອຍຮູ້ສຶກເຖິງຄວາມມຸ່ງຫມັ້ນ ແລະ ຄວາມທະເຍີທະຍານຂອງພວກເຂົາເປັນຢ່າງຫລາຍ ແລະ ຂ້ອຍກໍຫວັງວ່າພວກເຂົາຈະຮູ້ສຶກເຖິງຄວາມທະເຍີທະຍານຂອງຂ້ອຍເຊັ່ນດຽວກັນ ’’.