ເກີດເຫດການກໍ່ຄວາມບໍ່ສະຫງົບຢູ່ບໍລິສັດແຫ່ງໜຶ່ງທີ່ບ້ານດົງໃຕ້ ແຂວງຄຳມ່ວນ


ຕາມຂ່າວແຂວງຄຳມ່ວນລາຍງານວ່າ: ສອງສາມມື້ຜ່ານມານີ້ ໄດ້ເກີດເຫດການກຳມະກອນຄົນຈີນຮ່ວມຕົວກັນກໍ່ເຫດຄວາມບໍ່ສະຫງົບເພື່ອທວງເອົາຄ່າແຮງງານນຳບໍລິສັດແຫ່ງໜຶ່ງຢູ່ບ້ານດົງໃຕ້ ເມືອງທ່າແຂກ ແຂວງຄຳມ່ວນ ຈົນກຳລັງທະຫານທີ່ຮັບຜິດຊອບ ໃນເຂດດັ່ງກ່າວໄດ້ເຂົ້າມາຄວບຄຸມ ແລະ ໄກ້ຍິງປືນຂຶ້ນຟ້າ ຫຼາຍນັດ ເພື່ອສະກັດເຫດການດັ່ງກ່າວ.


ຕໍ່ເຫດການນີ້ໃນມື້ວັນທີ 2 ຜ່ານມາ ທາງເຈົ້າຫນ້າທີ່ລະດັບສູງຢູ່ໃນ ກຳລັງ ປກຊ-ປກສ ແຂວງຄຳມ່ວນ ໄດ້ອອກມາຊີ່ແຈງວ່າ: ໃນເຊົ້າຂອງວັນທີ 30 ມັງກອນ 2022 ຢູ່ບໍລິສັດ ຊີໂນ-ອາກຣີ ໂປຕາສ ຕັ້ງຢູ່ບ້ານດົງໃຕ້ ເມືອງທ່າແຂກ ໄດ້ເກີດເຫດການມີກຳມະກອນຊາວຈີນ ຈຳນວນ 35 ຄົນ ຂອງບໍລິສັດ ຊິງອ່ານ ອຸດສາຫະກຳຈຳກັດ ເຊິ່ງເປັນບໍລິສັດຮັບເໝົາກໍ່ສ້າງຫໍພັກກຳມະກອນ ໃຫ້ແກ່ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈຳກັດ, ບໍລິສັດດັ່ງກ່າວມາແຕ່ຕົ້ນປີ 2021 ເຊິ່ງໄດ້ຕົກລົງ ກັນວ່າ ພາຍຫຼັງກໍ່ສ້າງສຳເລັດແລ້ວ ທາງບໍລິສັດ ຊີໂນ-ອາກຣີ ໂປຕາສ ຈຳກັດ ຈະຈ່າຍຄ່າກໍ່ສ້າງໃຫ້ບໍລິສັດ ຊິງອ່ານ ອຸດສາຫະກຳ ໃນຈຳນວນ 85% ຂອງມູນຄ່າການກໍ່ສ້າງທັງໝົດ ສ່ວນທີ່ເຫຼືອອີກ 15% ແມ່ນພາຍຫຼັງ ໄດ້ກວດກາໂຄງການແລ້ວຈະຈ່າຍອີກ 5-10% ແລະ ຍັງເຫຼືອອີກ 5% ແມ່ນແຮໄວ້ເພື່ອຮັບປະກັນຄຸນນະພາບ ຂອງການກໍ່ສ້າງ ແລະ ພາຍຫລັງໂຄງການກໍ່ສ້າງສຳເລັດບໍລິສັດ ຊີໂນ-ອາກຣີ ໄດ້ຈ່າຍໃຫ້ແກ່ບໍລິສັດຊິງອ່ານ ແລ້ວ 85% ຕາມການຕົກລົງ. ແຕ່ບໍລິສັດ ຊິງອ່ານບໍ່ຈ່າຍເງິນເດືອນໃຫ້ກຳມະມະກອນຄົບຕາມຈຳນວນ ຈິ່ງເປັນສາເຫດເຮັດໃຫ້ກຳມະກອນຂອງບໍລິສັດຊິງອ່ານ ໄດ້ກໍ່ເຫດການຄັ້ງນີ້ຍ້ອນບໍ່ໄດ້ຮັບເງິນເດືອນຈາກບໍລິສັດມາແລ້ວເປັນເວລາ 2 ເດືອນຄື: ເດືອນ 11,12 ປີ 2021 ແລະ ເງິນຄ່າເດີນທາງ ກັບປະເທດ ເພາະວ່າໃນເບື້ອງຕົ້ນ ບໍລິສັດຊິງອ່ານ ໄດ້ໃຫ້ສັນຍາວ່າ ພາຍຫຼັງໂຄງການສຳເລັດ ແມ່ນຈະຈ່າຍ ຄ່າເດີນທາງໃຫ້ກຳມະກອນກັບຄືນປະເທດຈີນ ແຕ່ຍ້ອນສະພາບໂຄວິດ-19 ຈຶ່ງເຮັດໃຫ້ຄ່າເດີນທາງເພີ່ມຂຶ້ນ ຈາກ 3.000 ຢວນ ໃນເມື່ອກ່ອນມາເປັນປະມານ 5.000 ຢວນຕໍ່ຄົນ ຈຶ່ງເຮັດໃຫ້ບໍລິສັດ ຊິງອ່ານ ບໍ່ສາມາດຈ່າຍ ໃຫ້ໄດ້ຕາມຄວາມຮຽກຮ້ອງຂອງກຳມະກອນ ແລະ ບໍລິສັດສາມາດຈ່າຍໃຫ້ໄດ້ 4.000 ຢວນຈິ່ງກໍ່ໃຫ້ເກີດເຫດການຄັ້ງນີ້.
ເມື່ອເປັນແນວນັ້ນ ທາງກຳລັງທະຫານທີ່ປະຈຳການ ຢູ່ບໍລິສັດຈຶ່ງໄດ້ເຂົ້າມາລະງັບເຫດການ ແຕ່ສະຖານະການຍິ່ງຮຸນແຮງຂຶ້ນ ຊຶ່ງພວກກຳມະກອນ ໄດ້ໄລ່ຍາດຊີງເອົາປືນຈາກກຳລັງທະຫານ ເພື່ອເປັນການສະກັດກັ້ນ ບໍ່ໃຫ້ເຫດການບານປາຍທາງເຈົ້າໜ້າທີ່ຈຶ່ງໄດ້ນຳໃຊ້ປືນຍິງ