ຟີລິບປິນ ເລີ່ມສັກວັກຊີນໃຫ້ເດັກ 5-11 ປີ
February 8, 2022 - 3:52 PM


ອີງຕາມ PPTV ເຜີຍແຜ່ວ່າ: ໃນວັນທີ 7 ກຸມພາ 2022 ເປັນມື້ທຳອິດທີ່ປະເທດຟີລິບປິນ ໄດ້ເລີ່ມສັກວັກຊີນປ້ອງກັນໂຄວິດ-19 ໃຫ້ກຸ່ມເດັກອາຍຸ 5-11 ປີ ໃນບາງພື້ນທີ່, ເຊິ່ງບັນຍາກາດທີ່ສູນສັກວັກຊີນໃນນະຄອນຫລວງມະນິລາ ຈຶ່ງເຕັມໄປດ້ວຍກຸ່ມຊຸບເປີຮີໂລ ທີ່ມາຮ່ວມສ້າງສີສັນ ແລະ ໃຫ້ກຳລັງໃຈເດັກນ້ອຍ ນ້ອງໆທັງຫລາຍ.
ບັນດາຜູ້ປົກຄອງບອກວ່າ: ລູກຂອງຕົນຢູ່ແຕ່ໃນເຮືອນເປັນເວລາ 2 ປີແລ້ວ ຈຶ່ງຕັດສິນໃຈພາມາຮັບການສັກວັກຊີນ, ຈາກນີ້ຈຶ່ງຈະໄດ້ອອກມາໃຊ້ຊີວິດນອກເຮືອນໄດ້ຢ່າງປອດໄພຂຶ້ນ, ໄດ້ພົບປະໝູ່ເພື່ອນ ແລະ ໄດ້ໄປໂຮງຮຽນ.
ພ້ອມນີ້, ລັດຖະບານຟີລິບປິນໄດ້ຕັ້ງເປົ້າໝາຍການສັກວັກຊີນໃຫ້ເດັກ 15 ລ້ານຄົນ ໂດຍຈະຂະຫຍາຍເວລາການສັກວັກຊີນໄປທົ່ວປະເທດຕັ້ງແຕ່ວັນທີ 14 ກຸມພານີ້.