ຫາລື ແນວທາງ ການປັບປຸງການດຳເນີນ ທຸລະກິດ ຂອງບໍລິສັດ ດາວທຽມລາວ

ຫາລື ແນວທາງ ການປັບປຸງການດຳເນີນ ທຸລະກິດ ຂອງບໍລິສັດ ດາວທຽມລາວ - 6441e44b 26c6 41a1 95e0 6a3691020093 - ຫາລື ແນວທາງ ການປັບປຸງການດຳເນີນ ທຸລະກິດ ຂອງບໍລິສັດ ດາວທຽມລາວ
ຫາລື ແນວທາງ ການປັບປຸງການດຳເນີນ ທຸລະກິດ ຂອງບໍລິສັດ ດາວທຽມລາວ - kitchen vibe - ຫາລື ແນວທາງ ການປັບປຸງການດຳເນີນ ທຸລະກິດ ຂອງບໍລິສັດ ດາວທຽມລາວ

ວັນທີ 9 ກຸມພາ 2022 ກະຊວງການເງິນ ໄດ້ຈັດກອງປະຊຸມເພື່ອປຶກສາຫາລື ຫາວິທີທາງແກ້ໄຂ ກ່ຽວກັບສະພາບບໍລິການດາວທຽມລາວ ຂອງບໍລິສັດ ດາວທຽມລາວ ເອເຊຍປາຊີຟິກ ຈໍາກັດ ຂຶ້ນ ໂດຍການເປັນປະທານຂອງ ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ, ມີທ່ານ ຫຽມ ພົມມະຈັນ ປະທານສະພາບໍລິສັດ ດາວທຽມລາວ ເອເຊຍ ປາຊີຟິກ ຈຳກັດ ມີຫົວໜ້າຫ້ອງການກະຊວງ, ຫົວໜ້າ, ຮອງຫົວໜ້າກົມ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ຫຽມ ພົມມະຈັນ ປະທານສະພາບໍລິສັດ ດາວທຽມລາວ ເອເຊຍ ປາຊີຟິກ ຈຳກັດ ໄດ້ລາຍງານໃຫ້ຮູ້ເຖິງສະພາບລວມ ການເຄື່ອນໄຫວຂອງການບໍລິການດາວທຽມລາວ ແລະ ທິດທາງແຜນການໃນຕໍ່ໜ້າ, ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ແລະ ທັງປຶກສາຫາລື ວຽກວິຊາສະເພາະ ແລະ ກົນໄກການດໍາເນີນທຸລະກິດ ກັບພາກສ່ວນກ່ຽວຂ້ອງ ເພື່ອແກ້ໄຂໃຫ້ມີຄວາມສະດວກ ໃນການປະຕິບັດວຽກງານ ແລະ ມີຄວາມສອດຄ່ອງກັບສະພາບການຕົວຈິງໃນປັດຈຸບັນ.

ໂອກາດດັ່ງກ່າວ, ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ ຍັງໄດ້ມີຄໍາເຫັນຕໍ່ກອງປະຊຸມ ແລະ ຍົກໃຫ້ເຫັນສະພາບຄວາມຫຍຸ້ງຍາກຫຼາຍດ້ານ ເປັນຕົ້ນກົນໄກ ແລະ ນະໂຍບາຍຂອງລັດ ໃນການອໍານວຍຄວາມສະດວກ ໃນການດໍາເນີນທຸລະກິດ, ຄວາມສາມາດໃນການຊື້ຂອງຕະຫຼາດພາຍໃນມີຄວາມຈໍາກັດ, ຂໍ້ຜູກມັດທາງດ້ານນິຕິກໍາຫຼາຍອັນທີ່ຍັງບໍ່ສາມາດເຂົ້າເຖິງ ແລະ ເປັນສິ່ງທີ່ທ້າທາຍທີ່ສຸດ ສະນັ້ນ, ເພື່ອແກ້ໄຂໃຫ້ໂຄງການສາມາດດໍາເນີນຕໍ່ໄປໄດ້ ແມ່ນຕ້ອງໄດ້ມີການປັບປຸງ ແລະ ປະຕິຮູບວຽກງານດັ່ງກ່າວ ໃຫ້ມີສະພາບຄ່ອງ ສາມາດດໍາເນີນງານເປັນປົກກະຕິ ໂດຍການປະສານສົມທົບກັບພາກສ່ວນທີ່່ກ່ຽວຂ້ອງ ເພື່ອປັບປຸງແກ້ໄຂບັນດາຂອດຂັ້ນໜ້າວຽກຕ່າງໆ ທີ່ເຫັນວ່າເປັນສິ່ງທີ່ຫຍຸ້ງຍາກ ປັບໃຫ້ດີຂຶ້ນເປັນກ້າວໆ ແລະ ພ້ອມນັ້ນໃນກອງປະ ຊຸມ ບັນດາແຂກທີ່ເຂົ້າຮ່ວມ ຍັງໄດ້ພ້ອມກັນປຶກສາຫາລື ປະກອບຄໍາຄິດເຫັນກັນອີກຫຼາຍໆບັນຫາອີກດ້ວຍ.

ຫາລື ແນວທາງ ການປັບປຸງການດຳເນີນ ທຸລະກິດ ຂອງບໍລິສັດ ດາວທຽມລາວ - 5 - ຫາລື ແນວທາງ ການປັບປຸງການດຳເນີນ ທຸລະກິດ ຂອງບໍລິສັດ ດາວທຽມລາວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!