ເລຂາທິການໃຫຍ່, ປະທານປະເທດ ເນັ້ນແຂວງຜົ້ງສາລີ ປະຕິບັດ 2 ວາລະແຫ່ງຊາດໃຫ້ເປັນຮູບປະທໍາ

ເລຂາທິການໃຫຍ່, ປະທານປະເທດ ເນັ້ນແຂວງຜົ້ງສາລີ ປະຕິບັດ 2 ວາລະແຫ່ງຊາດໃຫ້ເປັນຮູບປະທໍາ - 67473 - ເລຂາທິການໃຫຍ່, ປະທານປະເທດ ເນັ້ນແຂວງຜົ້ງສາລີ ປະຕິບັດ 2 ວາລະແຫ່ງຊາດໃຫ້ເປັນຮູບປະທໍາ
ເລຂາທິການໃຫຍ່, ປະທານປະເທດ ເນັ້ນແຂວງຜົ້ງສາລີ ປະຕິບັດ 2 ວາລະແຫ່ງຊາດໃຫ້ເປັນຮູບປະທໍາ - kitchen vibe - ເລຂາທິການໃຫຍ່, ປະທານປະເທດ ເນັ້ນແຂວງຜົ້ງສາລີ ປະຕິບັດ 2 ວາລະແຫ່ງຊາດໃຫ້ເປັນຮູບປະທໍາ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ຢໍ້າໃຫ້ຄະນະພັກ, ອົງການປົກຄອງແຂວງຜົ້ງສາລີ ໃນໂອກາດຢ້ຽມຢາມແຂວງດັ່ງກ່າວໃນວັນທີ 8-9 ກຸມພານີ້ໂດຍໃຫ້ເອົາໃຈໃສ່ພັດທະນາເສດຖະກິດ, ແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ຫລຸດລົງໂດຍເຮັດແນວໃດໃຫ້ປະຊາຊົນມີລາຍຮັບ, ມີຜະລິດ ຕະພັນທີ່ໝັ້ນທ່ຽງຍືນຍົງ; ມີວິທີທໍາມາຫາກິນແບບໃໝ່.

ນອກນີ້ຕ້ອງສືບຕໍ່ສຸມໃສ່ຂຸດຄົ້ນ ແລະ ເສີມຂະຫຍາຍທ່າແຮງທີ່ມີເພື່ອບຸກທະລຸເຮັດໃຫ້ການພັດທະນາກ້າວຂຶ້ນ, ລຶບລ້າງປົມດ້ອຍເປັນແຂວງພູດອຍທີ່ບໍ່ມີທາງອອກໃນການພັດທະນາ; ຍູ້ແຮງການຮ່ວມມືກັບບັນດາແຂວງຂອງບັນດາປະເທດເພື່ອນມິດເພື່ອແລກ ປ່ຽນການຄ້າຂາຍ, ຮ່ວມມືກັນໃຫ້ຫລາຍກວ່າເກົ່າ; ເອົາໃຈໃສ່ແກ້ໄຂບັນຫາຢາເສບຕິດ ຊຶ່ງເປັນໄພອັນຕະລາຍຕໍ່ສັງຄົມ ໂດຍສະເພາະຢາບ້າ, ເຮໂລອິນ, ການລັກປູກຝິ່ນ…ໂດຍຖືເປັນແຜນວຽກສໍາຄັນໜຶ່ງ, ເປັນໜ້າທີ່ຄວາມຮັບຜິດຊອບ ແລະ ເປັນໜ້າທີ່ຂອງໝົດທຸກຄົນ; ເອົາໃຈໃສ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕີຖອຍການສ້າງຄວາມແຕກແຍກຄວາມສາມັກຄີພາຍໃນພັກ ແລະ ສັງຄົມ, ການສວຍໃຊ້ບັນຫາສາສະໜາ, ຊົນເຜົ່າ ມ້າງຄວາມສາມັກຄີລະຫວ່າງຂັ້ນເທິງກັບຂັ້ນລຸ່ມ, ລະຫວ່າງພະນັກງານກັບປະຊາຊົນ; ສືບຕໍ່ຍຶດໝັ້ນ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງແຂວງວິລະຊົນປະຕິວັດກໍຄືຄວາມສາມັກຄີເປັນປຶກແຜ່ນຂອງຄະນະພັກ, ຄະນະນໍາແຕ່ລະຂັ້ນ, ພະນັກງານ, ສະມາຊິກພັກ; ເອົາໃຈໃສ່ນໍາພາການເມືອງແນວຄິດຂອງປະຊາຊົນບັນດາເຜົ່າ; ຕ້ອງຍົກສູງບົດບາດນໍາພາຂອງພັກໂດຍຄະນະພັກ, ສະມາຊິກພັກ-ພະນັກງານຕ້ອງເປັນແບບຢ່າງນໍາໜ້າ, ປັບປຸງປ່ຽນແປງອັນທີ່ບໍ່ຖືກຕ້ອງ, ຄົງຄ້າງຕ່າງໆໂດຍໃຫ້ປະຊາຊົນເປັນຜູ້ຕີລາຄາພະນັກງານ, ຕ້ອງຮັບປະ ກັນໃຫ້ພະນັກງານເປັນຜູ້ຮັບໃຊ້ປະຊາຊົນ, ເຮັດໃຫ້ປະຊາຊົນ ສົມບູນພູນສຸກຢ່າງແທ້ຈິງ.

ເລຂາທິການໃຫຍ່, ປະທານປະເທດ ເນັ້ນແຂວງຜົ້ງສາລີ ປະຕິບັດ 2 ວາລະແຫ່ງຊາດໃຫ້ເປັນຮູບປະທໍາ - Visit Laos Visit SALANA BOUTIQUE HOTEL - ເລຂາທິການໃຫຍ່, ປະທານປະເທດ ເນັ້ນແຂວງຜົ້ງສາລີ ປະຕິບັດ 2 ວາລະແຫ່ງຊາດໃຫ້ເປັນຮູບປະທໍາ

อาจเป็นรูปภาพของ 2 คน, ผู้คนกำลังยืน และ สถานที่ในร่ม ເລຂາທິການໃຫຍ່, ປະທານປະເທດ ເນັ້ນແຂວງຜົ້ງສາລີ ປະຕິບັດ 2 ວາລະແຫ່ງຊາດໃຫ້ເປັນຮູບປະທໍາ - 273738939 662682921847078 8176758609696353925 n - ເລຂາທິການໃຫຍ່, ປະທານປະເທດ ເນັ້ນແຂວງຜົ້ງສາລີ ປະຕິບັດ 2 ວາລະແຫ່ງຊາດໃຫ້ເປັນຮູບປະທໍາ

ເລຂາທິການໃຫຍ່, ປະທານປະເທດ ເນັ້ນແຂວງຜົ້ງສາລີ ປະຕິບັດ 2 ວາລະແຫ່ງຊາດໃຫ້ເປັນຮູບປະທໍາ - 3 - ເລຂາທິການໃຫຍ່, ປະທານປະເທດ ເນັ້ນແຂວງຜົ້ງສາລີ ປະຕິບັດ 2 ວາລະແຫ່ງຊາດໃຫ້ເປັນຮູບປະທໍາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!