8 ພືດສະໝຸນໄພທີ່ຊ່ວຍໃຫ້ເສັ້ນຜົມແຂງແຮງ
February 12, 2022 - 10:00 AM


- ຫວ້ານຫາງແຂ້ : ຊ່ວຍໃຫ້ເສັ້ນຜົມປົ່ງໃໝ່ໄດ້ຫລາຍຂຶ້ນ ແລະ ເສັ້ນຜົມໃໝ່ກໍເຫລື້ອມງາມ – ແຂງແຮງ ໂດຍໃຫ້ທ່ານເອົາວຸ້ນຈາກຫວ້ານຫາງແຂ້ມາໃຊ້ໝັກຜົມກ່ອນສະປະມານ 10 ນາທີ.
- ໃບຜັກໜອກ : ເອົາມາເຮັດຄຣີມໝັກຜົມໄດເ ໂດຍເອົາໄປປັ່ນປະສົມນຳ້ໃຫ້ແຫລວພໍດີ, ກອງເອົາແຕ່ນຳ້ແລ້ວໄປຕົ້ມໃສ່ນຳ້ມັນໝາກພ້າວ ເມື່ອໄດ້ເປັນຄຣີມແລ້ວຈຶ່ງເອົາມາຊະໂລມ ຫລື ໝັກໃຫ້ທົ່ວເສັ້ນຜົມ ປະໄວ້ 5 – 10 ນາທີ ຈຶ່ງລ້າງອອກ ຈະຊ່ວຍໃຫ້ເສັ້ນຜົມອ່ອນນຸ້ມ ແລະ ສຸຂະພາບແຂງແຮງ.
- ດອກອັນຊັນ : ເອົານຳ້ສະກັດຈາກດອກອັນຊັນມາໝັກຜົມກ່ອນສະ ປະມານ 15 ນາທີ ຫລື ໃຫ້ປະສົມກັບຢາສະຜົມເປັນປະຈຳ ຊ່ວຍເຮັດໃຫ້ເສັ້ນຜົມດົກດຳ ແລະ ເຫລື້ອມງາມຂຶ້ນໄດ້.
- ໝາກຂີ້ຫູດ : ຊ່ວຍກະຕຸ້ນໃຫ້ເສັ້ນຜົມປົ່ງໃໝ່ໄດ້ໄວຂຶ້ນ ປ້ອງກັນບັນຫາຜົມຫລົ່ນ ທັງຍັງຊ່ວຍກຳຈັດຂີ້ຄັນແຄໄດ້ດີຫລາຍ ໂດຍເລືອກໃຊ້ຢາສະຜົມ ຫລື ຄຣີມນວດທີ່ປະສົມໝາກຂີ້ຫູດ ຫລື ເອົານຳ້ມັນຈາກເປືອກໝາກຂີ້ຫູດມາໝັກຜົມກໍໄດ້.
- ໂສມ : ຊ່ວຍລ້າງສານພິດທີ່ຕົກຄ້າງຢູ່ເທິງໜັງຫົວ ແລະ ຮາກຜົມ ຊ່ວຍໃຫ້ເສັ້ນຜົມເຫລື້ອມງາມ ພ້ອມທັງຊ່ວຍປິ່ນປົວຕຸ່ມສິວເທິງໜັງຫົວນຳອີກ ແນະນຳໃຫ້ລອງຊື້ຢາສະຜົມທີ່ມີສ່ວນປະສົມຂອງໂສມມາໃຊ້ເປັນປະຈຳ ແລ້ວທ່ານຈະບໍ່ມີບັນຫາຕຸ່ມສິວຢູ່ເທິງໜັງຫົວອີກເລີຍ.
- ໃບໄຜ່ : ນຳ້ໃບໄຜ່ຊ່ວຍໃຫ້ເສັ້ນຜົມແຂງແຮງ, ຂ້າເຊື້ອເທິງໜັງຫົວ ແລະ ເຮັດໃຫ້ໜັງຫົວມີພູມຕ້ານທານຕໍ່ແສງແດດ ແລະ ສານເຄມີຕ່າງໆ ເຮັດໃຫ້ທ່ານມັກຈະເຫັນຜະລິດຕະພັນບຳລຸງຜົມທີ່ມີສານສະກັດຈາກໃບໄຜ່.
- ຫົວຜັກບົ່ວໃຫຍ່ : ເອົາມາຄັ້ນເອົາແຕ່ນຳ້ ແລ້ວໜັກຜົມໄວ້ ຈະຊ່ວຍປິ່ນປົວອາການຜົມຫງອກ, ຜົມຫລົ່ນ ແລະ ຜົມບາງໄດ້ເປັນຢ່າງດີ ເພາະນຳ້ຂອງຫົວຜັກບົ່ວໃຫຍ່ມີລິດໃນການບຳລຸງເສັ້ນຜົມໃຫ້ແຂງແຮງຂຶ້ນ.
- ຊາຂຽວ : ຕົ້ມນຳ້ຊາຂຽວ 2 ຖົງຕໍ່ນຳ້ 1 ຈອກ ຈາກນັ້ນປະໄວ້ໃຫ້ອຸ່ນ ແລ້ວເອົາມາຊະໂລມໃຫ້ທົ່ວໜັງຫົວ ປະໄວ້ປະມານ 1 ຊົ່ວໂມງ ກ່ອນລ້າງອອກ ຈະຊ່ວຍປ້ອງກັນຜົມຫລົ່ນ ລວມເຖິງເລັ່ງໃຫ້ເສັ້ນຜົມຈະເລີນເຕີບໃຫຍ່ໄດ້ດີ.