ມອບ-ຮັບອາຄານຮຽນຫລັງໃໝ່ໃຫ້ໂຮງຮຽນ ມສ ບຶກທົ່ງ

ວັນທີ 2 ສິງຫານີ້, ທ່ານເອກອັກຄະລັດຖະທູດຍີ່່ປຸ່ນປະຈຳລາວ, ໄດ້ເຂົ້າຮ່ວມພິທີມອບ-ຮັບໂຄງການກໍ່ສ້າງໂຮງຮຽນມັດທະຍົມສົມບູນບຶກທົ່ງເມືອງຈຳພອນແຂວງສະຫວັນນະເຂດ, ຊຶ່ງແມ່ນທຶນຊ່ວຍເຫລືອລ້າຈາກລັດຖະບານຍີ່ປຸ່ນໃນໂຄງການປັບປຸງສະພາບແວດລ້ອມໂຮງຮຽນເພື່ອການພັດທະນາຊຸມຊົນຂອງເມືອງຈຳພອນ, ເວົ້າສະເພາະກໍແມ່ນໂຮງຮຽນ ມສ ບຶກທົ່ງ ໃນມູນຄ່າກໍ່ສ້າງທັງໝົດ 90 ພັນໂດລາສະຫະລັດ, ຊຶ່ງໄດ້ເລີ່ມລົງມືກໍ່ສ້າງມາແຕ່ຕົ້ນເດືອນມີນາ 2016 ຜ່ານມາ ແລະ ໄດ້ສຳເລັດໃນຕົ້ນເດືອນກັນຍາຂອງປີດຽວກັນ ແລະ ແມ່ນໜຶ່ງໃນຫລາຍໆໂຄງການທີ່ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫລືອແຂວງສະຫວັນນະເຂດ ທີ່ສະແດງເຖິງໄມຕີຈິດມິດຕະພາບ ແລະ ເປັນການປະກອບສ່ວນສຳຄັນເຂົ້າໃນການສ້າງເງື່ອນໄຂອັນດີເພື່ອພັດທະນາຊັບພະຍາກອນມະນຸດໃຫ້ແກ່ລາວ.
ໂຮງຮຽນ ມສ ບຶກທົ່ງມີຄູອາຈານທັງໝົດ 31 ຄົນ, ຍິງ 15 ຄົນ, ມີນັກຮຽນ 830 ຄົນ, ຍິງ 399 ຄົນ. ພາຍຫລັງສໍາເລັດພິທີມອບ-ຮັບອາຄານຮຽນດັ່ງກ່າວແລ້ວ, ທ່ານເອກອັກຄະລັດຖະທູດຍີປຸ່ນປະຈໍາລາວກໍໄດ້ເດີນທາງໄປບ້ານສົງເປືອຍເພື່ອເຂົ້າຮ່ວມພິທີມອບ-ຮັບໂຄງການສ້ອມແປງອ່າງເກັບນ້ຳບ້ານດັ່ງກ່າວໃນມູນຄ່າ 63 ພັນໂດລາສະຫະລັດ, ໂດຍແມ່ນທຶນຊ່ວຍເຫລືອຂອງລັດຖະບານ ແລະ ປະຊາຊົນຍີ່ປຸ່ນເຊັ່ນດຽວກັນ.