ອາເມລິກາແອລາຍ ຈອດສຸກເສີນ ຫລັງພົບຜູ້ໂດຍສານໂວຍວາຍ ທຳຮ້າຍລູກເຮືອ-ພະຍາຍາມເປີດປະຕູ
ເຮືອບິນຂອງສາຍການບິນອາເມລິກາແອລາຍຕ້ອງຈອດສຸກເສີນ ຫລັງຜູ້ໂດຍສານຄຸ້ມຄັ່ງ ພະຍາຍາມເປີດປະຕູ ທຳຮ້າຍພະນັກງານຕ້ອນຮັບເທິງເຮືອບິນ ຈົນຜູ້ໂດຍສານຄົນອື່ນຕ້ອງຊ່ວຍຢຸດ.
ວັນທີ 15 ກຸມພາ 2022, ສຳນັກຂ່າວຊີເອັນເອັນ (CNN) ລາຍງານວ່າ: ເກີດເຫດວຸ້ນວາຍຂຶ້ນໃນຖ້ຽວບິນໂດຍສານຂອງສາຍການບິນອາເມລິກາແອລາຍ ທີ່ກຳລັງເດີນທາງຈາກນະຄອນລອສແອນເຈລິສມຸ້ງໜ້າໄປນະຄອນຫລວງວໍຊິງຕັນ ດີ.ຊີ. ໃນວັນທີ 13 ກຸມພາ ຈົນຕ້ອງລົງຈອດສຸກເສີນຢູ່ສະໜາມບິນນາໆຊາດແຄນຊັສຊິຕີ ລັດມິສຊູຣີ ຫລັງພົບຜູ້ໂດຍສານຄົນໜຶ່ງມີອາການຄຸ້ມຄັ່ງ ສົ່ງຜົນໃຫ້ລູກເຮືອ ແລະ ຜູ້ໂດຍສານຮ່ວມຖ້ຽວບິນຄົນອື່ນຕ້ອງຊ່ວຍກັນຄວບຄຸມຕົວເອົາໄວ້.
ອາເມລິກາແອລາຍເປີດເຜີຍໃນຖະແຫລງການວ່າ: ເຫດການວຸ້ນວາຍເກີດຂຶ້ນໃນຖ້ຽວບິນ 1775 ໂດຍນັກບິນສາມາດເອົາເຮືອບິນລົງຈອດສຸກເສີນໄດ້ຢ່າງປອດໄພຢູ່ສະໜາມບິນນາໆຊາດແຄນຊັສຊິຕີ ເມື່ອເວລາ 14:28 ໂມງ ຕາມເວລາທ້ອງຖິ່ນ ແລະ ມີເຈົ້າໜ້າທີ່ຕຳຫລວດເຂົ້າມາກວດສອບເມື່ອເດີນທາງມາເຖິງ ພ້ອມຄວບຄຸມຕົວຜູ້ກໍ່ເຫດໄວ້ແລ້ວ.
ຜູ້ເຫັນເຫດການເລົ່າວ່າ: ຜູ້ໂດຍສານທີ່ກໍ່ເຫດເປັນຊາຍອາຍຸປະມານ 50 ປີ ໂດຍລາວໄດ້ບອກກັບພະນັກງານຕ້ອນຮັບໃນເຮືອບິນວ່າ: ມີຄົນພະຍາຍາມຈະທຳຮ້າຍລາວ ແລະ ຄອບຄົວ ແລະ ຜູ້ຮ້າຍໄດ້ຕິດຕາມລາວມາໃນຖ້ຽວບິນນີ້ນຳ.
ຕໍ່ມາເຈົ້າໜ້າທີ່ໄດ້ເອົາຕົວຜູ້ກໍ່ເຫດໄປສອບປາກວ່າ: ເຊິ່ງລາວໄດ້ເປີດເຜີຍວ່າ: ໄດ້ຍິນວ່າຈະມີຄົນມາທຳຮ້າຍຄອບຄົວຂອງລາວທາງໂທລະສັບ ແລະ ເມື່ອຖືກຖາມວ່າຄົນຮ້າຍໜ້າຕາເປັນແນວໃດ, ຊາຍຄົນດັ່ງກ່າວລະບຸວ່າ: ເປັນຜູ້ໂດຍສານຄົນໜຶ່ງທີ່ນັ່ງຢູ່ຂ້າງໆລາວໃນເຮືອບິນ ແລະ ມີຄົນຮ້າຍອີກຄົນໜຶ່ງພົກມີດຂຶ້ນມາໃນເຮືອບິນນຳ.
ຂະນະທີ່ພະນັກງານຕ້ອນຮັບໃນເຮືອບິນເລົ່າວ່າ: ລະຫວ່າງເກີດເຫດໄດ້ມີການກວດສອບໂທລະສັບຂອງຊາຍຄົນດັ່ງກ່າວ ພົບວ່າລາວພະຍາຍາມໂທຫາ 191 ແຕ່ບໍ່ສາມາດໂທໄດ້ເນື່ອງຈາກຢູ່ໃນເຮືອບິນ. ຈາກນັ້ນຊາຍຄົນນີ້ໄດ້ຂໍນ້ຳໜຶ່ງຈອກຈາກພະນັກງານຕ້ອນຮັບ ແລະ ຍ່າງໄປຫ້ອງນັກບິນ ພ້ອມໂວຍວາຍວ່າເຮືອບິນລຳນີ້ຍັງບໍ່ໄດ້ຂຶ້ນບິນ ແລະ ພະນັກງານຕ້ອນຮັບກຳລັງຂີ້ຕົວະລາວ.
ຈາກນັ້ນຜູ້ກໍ່ເຫດໄດ້ພະຍາມຈັບສິ່ງຂອງທີ່ຢູ່ໃກ້ຕົວ ລາວໄດ້ຈັບເອົາແກ້ວແຊມເປນນ້ອຍໆແກ້ວໜຶ່ງ ແລະ ພະຍາຍາມທຸບແກ້ວໃສ່ເຄົາເຕີ ມີອາການໂວຍວາຍ ກ່ອນຈະພະຍາຍາມດຶງປະຕູທາງອອກຂອງເຮືອບິນຈົນພະນັກງານຕ້ອນຮັບຕ້ອງຕັດສິນໃຊ້ໝໍ້ກາເຟທຸບໃສ່ຫົວຂອງຊາຍຄົນດັ່ງກ່າວສອງເທື່ອ. ຂະນະຜູ້ໂດຍສານຄົນອື່ນຕ່າງມາຊ່ວຍ ໂດຍພະນັກງານຕ້ອນຮັບໃນເຮືອບິນລະບຸວ່າ: ບໍ່ໄດ້ມີການເສີບເຄື່ອງດື່ມແອລກໍຮໍໃຫ້ຜູ້ກໍ່ເຫດຄົນນີ້ລະຫວ່າງການເດີນທາງ.
ດ້ານເອຟບີໄອ ແລະ ກະຊວງຍຸຕິທຳອາເມລິກາ ເຜີຍວ່າ: ຜູ້ກໍ່ເຫດໄດ້ຖືກຄວບຄຸມຕົວໄວ້ແລ້ວ ໂດຍເບື້ອງຕົ້ນໄດ້ຕັ້ງຂໍ້ຫາທຳຮ້າຍຮ່າງກາຍ ແລະ ຂົ່ມຂູ່ພະນັກງານຕ້ອນຮັບໃນເຮືອບິນ, ຂັດຂວາງການປະຕິບັດໜ້າທີ່ຂອງພະນັກງານຕ້ອນຮັບໃນເຮືອບິນ ໂດຍຊາຍຄົນດັ່ງກ່າວຖືກຄວບຄຸມຕົວພາຍໃຕ້ການເບິ່ງແຍງຂອງລັດຖະບານກາງຈົນກວ່າຈະມີການພິຈາລະນາຄະດີຕໍ່ໄປ.
ທັງນີ້, ຂໍ້ມູນຈາກອົງການບໍລິຫານການບິນແຫ່ງຊາດອາເມລິກາ (FAA) ລະບຸວ່າ: ປີ 2021 ຜ່ານມາ ເປັນປີເກີດເຫດການທີ່ເປັນອຸປະສັກຕໍ່ການບິນຈຳນວນຫລາຍ ໂດຍມີລາຍງານຜູ້ໂດຍສານມີພຶດຕິກຳກໍ່ເຫດວຸ້ນວາຍສູງເຖິງ 5.981 ຄັ້ງ ໄລ່ຮອດວັນທີ 31 ທັນວາປີຜ່ານມາ.
ອ້າງອີງ: