ຜູ້ປະກອບການທ່ອງທ່ຽວລາວ ຫັນມາເອົາຕະຫລາດພາຍໃນເປັນເປົ້າໝາຍໃໝ່


ຜູ້ປະກອບການທຸລະກິດການທ່ອງທ່ຽວລາວ 70% ຫັນມາເອົາຕະຫລາດພາຍໃນປະເທດເປັນເປົ້າໝາຍໃໝ່ ທັງໄດ້ຂະຫຍາຍການຂາຍ ແລະ ໂຄສະນາທາງອອນລາຍ ພາຍຫລັງປີ 2020 ນັກທ່ອງທ່ຽວສາກົນ ມາທ່ຽວລາວ ຫລຸດລົງເຖິງ 91,5% ສົ່ງຜົນເຮັດໃຫ້ຂາດລາຍຮັບຫລາຍກວ່າ 86% ເມື່ອທຽບໃສ່ປີ2019. ຂະນະທີ່ປີ 2021 ບໍ່ມີນັກທ່ອງທ່ຽວສາກົນເຂົ້າມາທ່ຽວແມ່ນຄົນດຽວເນື່ອງຈາກການປິດດ່ານສາກົນ ແລະ ບໍ່ອະນຸຍາດໃຫ້ນັກທ່ອງທ່ຽວເດີນທາງເຂົ້າປະເທດ. ຜົນກະທົບດັ່ງກ່າວຄືຕົ້ນຕໍເຮັດໃຫ້ແຮງງານໃນຂະແໜງ ການທ່ອງທ່ຽວ ທັງທາງກົງ ແລະ ທາງອ້ອມໄດ້ຮັບຜົນກະທົບເກືອບທັງໝົດເຊັ່ນ: ບໍ່ໄດ້ຮັບຄ່າແຮງງານ, ຖືກພັກວຽກຊົ່ວຄາວ ແລະ ຖາວອນ, ຖືກຕັດເງິນເດືອນ. ຜູ້ປະກອບການທຸລະກິດທ່ອງທ່ຽວພົບບັນຫາໜີ້ສິນເພີ່ມຂຶ້ນ, ຄັງເງິນສົດສໍາຮອງໝົດ ແລະ ໄດ້ແບກຫາບພາລະຄ່າໃຊ້ຈ່າຍບໍລິຫານຕ່າງໆ ເຊັ່ນ: ຄ່ານໍ້າ, ຄ່າໄຟຟ້າ ແລະ ອື່ນໆ. ຈາກນີ້ຈຶ່ງເຮັດໃຫ້ຜູ້ປະກອບການທຸລະກິດທ່ອງທ່ຽວ 30% ໄດ້ປິດກິດຈະການແບບຖາວອນ ຍ້ອນບໍ່ສາມາດປະຄອງທຸລະກິດໃຫ້ຢູ່ລອດໄດ້.
ປັດຈຸບັນ, ລາວ ມີສະຖານທີ່ທ່ອງທ່ຽວທາງທໍາມະຊາດ 1.145 ແຫ່ງ, ວັດທະນະທໍາ 534 ແຫ່ງ ແລະ ປະຫວັດສາດ 278 ແຫ່ງ. ໂຄງລ່າງພື້ນຖານ ແລະ ສິ່ງອໍານວຍຄວາມສະດວກ ໄດ້ຮັບການປັບປຸງຢ່າງຕໍ່ເນື່ອງໂດຍສະເພາະແຂວງອຸດົມໄຊ ໄດ້ສໍາເລັດການປັບປຸງເສັ້ນທາງເຂົ້າເຖິງສະຖານທີ່ທ່ອງທ່ຽວທັງປັບປຸງສິ່ງອໍານວຍຄວາມສະດວກ ແລະ ຂໍ້ມູນຂ່າວສານການທ່ອງທ່ຽວພາຍໃນຖໍ້າຈອມອອງ; ແຂວງ ຫລວງພະບາງ ສໍາເລັດການປັບປຸງທາງຍ່າງພາຍໃນບ້ານ, ຫ້ອງຂໍ້ມູນຂ່າວສານ, ຫ້ອງນ້ຳສາທາລະນະສະອາດອາ ຊຽນ, ລານຈອດລົດ, ຂັ້ນໄດລົງນໍ້າຂອງ, ທ່າເຮືອ, ສູນສາທິດເຄື່ອງປັ້ນດິນເຜົາ, ສູນວາງສະແດງ, ຂົວອູ່ ແລະ ເຮືອນພັກແຮມປະຊາຊົນ ແລະ ການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມຢູ່ເມືອງຕ່າງໆ; ແຂວງວຽງຈັນໄດ້ປັບປຸງເສັ້ນທາງເຂົ້າ ແລະ ສິ່ງອໍານວຍຄວາມສະດວກບໍລິເວນໜ້າອ່າງນໍ້າງື່ມ 1 ເຊັ່ນ:ທ່າເຮືອ, ລານຈອດລົດ, ຮ້ານຂາຍເຄື່ອງ, ຮ້ານອາຫານ, ບ່ອນນັ່ງຫລິ້ນ ແລະ ອື່ນໆ; ເມືອງວັງວຽງໄດ້ປັບປຸງເສັ້ນ ທາງ ແລະ ສ້າງສິ່ງອໍານວຍຄວາມສະດວກການທ່ອງທ່ຽວ ຕາດແກ້ງຍຸຍ, ເສັ້ນທາງວົງແຫວນເບື້ອງເວັນຕົກສາຍນໍ້າຊອງ, ສ້າງຂົວນໍ້າຊອງ ແລະ ປັບປຸງສະໜາມເກັບມ້ຽນຂີ້ເຫຍື້ອ.