ນິວຢອກໄລ່ອອກເຈົ້າໜ້າທີ່ລັດ 1.400 ກວ່າຄົນ ທີ່ປະຕິເສດສັກວັກຊີນປ້ອງກັນໂຄວິດ

ທ່ານ ເອຣິກ ອາດຳ ເຈົ້າຄອງນະຄອນນິວຢອກຂອງອາເມລິກາ ປະກາດໄລ່ອອກເຈົ້າໜ້າທີ່ລັດ ຈຳນວນ 1.430 ຄົນ ທີ່ປະຕິເສດເຂົ້າຮັບການສັກວັກຊີນ ເຊິ່ງໃນຈຳນວນນີ້ລວມທັງເຈົ້າໜ້າທີ່ກົມຕຳຫລວດ (NYPD) 36 ຄົນ, ເຈົ້າໜ້າທີ່ກົມມອດໄຟ 25 ຄົນ, ເຈົ້າໜ້າທີ່ກົມການສຶກສາ 914 ຄົນ ແລະ ເຈົ້າໜ້າທີ່ກົມການເຄຫາ 101 ຄົນ.
ການໄລ່ອອກເຈົ້າໜ້າທີ່ລັດຂອງນິວຢອກມີຈຳນວນຫລຸດລົງຈາກເກົ່າທີ່ຄາດໄວ້ວ່າອາດສູງເຖິງ 4.000 ກວ່າຄົນ ເນື່ອງຈາກເຈົ້າໜ້າທີ່ລັດຈຳນວນຫລາຍຕັດສິນໃຈຍອມສັກວັກຊີນກ່ອນເສັ້ນຕາຍໃນວັນທີ 11 ກຸມພາຜ່ານມາ.
ໂດຍກ່ອນໜ້ານີ້, ນະຄອນນິວຢອກປະກາດຂໍ້ກຳນົດໃຫ້ກຸ່ມບຸກຄະລາກອນທາງການແພດ, ຄູ ແລະ ພະນັກງານລັດ ຕ້ອງເຂົ້າຮັບການສັກວັກຊີນປ້ອງກັນໂຄວິດຢ່າງໜ້ອຍຄົນລະ 1 ໂດສ ເຊິ່ງຜູ້ທີ່ບໍ່ເຂົ້າຮັບການສັກວັກຊີນພາຍໃນເດືອນຕຸລາປີຜ່ານມາ ຕ້ອງຢຸດວຽກໂດຍບໍ່ໄດ້ຮັບການຈ່າຍເງິນເດືອນທັນທີ 2.400 ກວ່າຄົນ.
ຫລັງຈາກນັ້ນ ທາງການໄດ້ກຳນົດເສັ້ນຕາຍຮອບທຳອິດໃນວັນທີ 11 ກຸມພາຜ່ານມາ ເຊິ່ງເຈົ້າໜ້າທີ່ລັດ 1.400 ກວ່າຄົນ ຖືກໄລ່ອອກຍັງປະຕິເສດຈະສັກວັກຊີນ, ສ່ວນອີກເກືອບ 1.000 ຄົນຍອມສັກວັກຊີນ ແລະ ໄດ້ຮັບອະນຸຍາດໃຫ້ກັບເຂົ້າເຮັດວຽກຕາມປົກກະຕິນັບແຕ່ວັນທີ 14 ກຸມພາ.
ຈາກຂໍ້ມູນພົບວ່າ: ໃນເດືອນຕຸລາປີຜ່ານມາ ມີເຈົ້າໜ້າທີ່ລັດຂອງນິວຢອກປະມານ 85% ຈາກທັງໝົດ 370.000 ກວ່າຄົນ ທີ່ໄດ້ຮັບການສັກວັກຊີນຢ່າງໜ້ອຍ 1 ໂດສ ເຊິ່ງຕົວເລກຫລ້າສຸດເພີ່ມຂຶ້ນເປັນກວ່າ 95%.
ຂະນະທີ່ໃນເມືອງໃຫຍ່ອື່ນໆເຊັ່ນ: ຊິຄາໂກ ແລະ ບອສຕັນ ຕ່າງເລີ່ມດຳເນີນການບັງຄັບໃຫ້ພະນັກງານລັດເຂົ້າຮັບການສັກວັກຊີນແລ້ວເຊັ່ນກັນ ໂດຍນະໂຍບາຍບັງຄັບສັກວັກຊີນນີ້ຍັງເປັນການຖົກຖຽງ ແລະ ມີຊາວອາເມລິກາຈຳນວນຫລາຍບໍ່ເຫັນພ້ອມ ແລະ ອອກມາປະທ້ວງຕໍ່ຕ້ານ.
ອ້າງອີງ: