ສານອິນໂດເນເຊຍສັ່ງຕິດຄຸກຕະຫລອດຊີວິດ ຄູຂົ່ມຂືນນັກຮຽນຍິງ 13 ຄົນ ເຮັດໃຫ້ 8 ຄົນຖືພາ


ສານອິນໂດເນເຊຍຕັດສິນຕິດຄຸກຕະຫລອດຊີວິດຄູໂຮງຮຽນສອນສາສະໜາອິດສະລາມໃນຄະດີຂົ່ມຂືນເດັກນັກຮຽນຍິງ 13 ຄົນ ເປັນຄະດີທີ່ເຮັດໃຫ້ຫລາຍໜ່ວຍງານເນັ້ນໜັກເຖິງຄວາມສຳຄັນຂອງການປົກປ້ອງເດັກນັກຮຽນຈາກການຖືກລ່ວງລະເມີດທາງເພດໃນໂຮງຮຽນສອນສາສະໜາແບບກິນນອນຫລາຍໝື່ນແຫ່ງທົ່ວປະເທດ.
ຜູ້ພິພາກສາໃນເມືອງບັນດຸງຂອງແຂວງຊະວາຕາເວັນຕົກ ລະບຸວ່າ: ທ້າວ ເຮຣີ ວິຣາວັນ ຄູປະຈຳໂຮງຮຽນສອນສາສະໜາອິດສະລາມ ອາຍຸ 36 ປີ ຜູ້ຕ້ອງຫາກໍ່ເຫດຂົ່ມຂືນເດັກນັກຮຽນຍິງ 13 ຄົນ ອາຍຸ 12-16 ປີ ໂດຍເຮັດໃຫ້ເດັກນັກຮຽນ 8 ຄົນຖືພາ ແລະ ບາງຄົນໄດ້ຮັບບາດເຈັບຈາກການຖືກກະທຳຊຳເລົາ ມີຄວາມຜິດແທ້ຕາມຂໍ້ກ່າວຫາທັງໝົດ ເຊິ່ງຖືເປັນການກໍ່ອາດຊະຍາກຳທີ່ຕັ້ງໃຈສ້າງຄວາມຮຸນແຮງ ແລະ ບັງຄັບໃຫ້ເດັກມີເພດສຳພັນຊ້ຳແລ້ວຊ້ຳອີກ ສານຈຶ່ງຕັດສິນໃຫ້ທ້າວ ວິຣາວັນ ຖືກລົງໂທດຕິດຄຸກຕະຫລອດຊີວິດ. ຂະນະທີ່ທະນາຍຂອງທ້າວ ວິຣາວັນ ເຜີຍວ່າ: ລາວຈະປຶກສາກັບລູກຄວາມຕໍ່ໄປວ່າຈະຍື່ນອຸທອນຄຳຕັດສິນດັ່ງກ່າວ ຫລື ບໍ່.
ກ່ອນໜ້ານີ້, ໄອຍະການໄດ້ຍື່ນຄຳຮ້ອງໃຫ້ສານຍື່ນໂທດປະຫານຊີວິດ ຫລື ສັກຢາທີ່ເຮັດໃຫ້ອັນທະຝໍ່ (chemical castration) ແກ່ທ້າວ ວິຣາວັນ ໂດຍອ້າງເຖິງຄວາມຮ້າຍແຮງຂອງການກະທຳຜິດທີ່ເກີດຂຶ້ນໃນໄລຍະປີ 2016-2021. ຂະນະທີ່ເຈົ້າໜ້າທີ່ຂອງທາງການອິນໂດເນເຊຍຫລາຍຄົນເຊັ່ນ: ລັດຖະມົນຕີກະຊວງຄຸ້ມຄອງເດັກ ໄດ້ອອກມາກ່າວສະໜັບສະໜູນຂໍ້ຮຽກຮ້ອງໃຫ້ລົງໂທດປະຫານຊີວິດ ເຖິງວ່າຄະນະກຳມາທິການສິດທິມະນຸດຂອງອິນໂດເນເຊຍໄດ້ຄັດຄ້ານໂທດປະຫານຊີວິດ ດ້ວຍເຫດຜົນດ້ານຄວາມບໍ່ເໝາະສົມກໍຕາມ. ທັງນີ້ ອິນໂດເນເຊຍ ເຊິ່ງມີປະຊາກອນນັບຖືສາສະໜາອິດສະລາມຫລາຍທີ່ສຸດໃນໂລກ ມີໂຮງຮຽນສອນສາສະໜາອິດສະລາມແບບກິນນອນກະຈາຍຢູ່ທົ່ວປະເທດຫລາຍກວ່າໝື່ນແຫ່ງ ໂຮງຮຽນເຫລົ່ານີ້ມັກເປັນພຽງຫົນທາງດຽວທີ່ຈະຊ່ວຍໃຫ້ນັກຮຽນທີ່ຄອບຄົວມີຖານະທຸກຍາກໄດ້ເຂົ້າເຖິງການສຶກສາ.