ຮູ້ຫລືບໍ່ ໂຕຫຍໍ້ວັນໝົດອາຍຸ EXP ກັບ BBF ແຕກຕ່າງກັນແນວໃດ ?
February 23, 2022 - 10:00 AM


ກ່ອນຈະກິນຫຍັງກໍຕ້ອງເບິ່ງວັນເດືອນປີໝົດອາຍຸໃຫ້ດີສາກ່ອນ, ແຕ່ວ່າເປັນຫຍັງບ່ອນສະຫລາກໝົດອາຍຸ ໂຕຫຍໍ້ບາງອັນເປັນ EXP ບາງອັນກໍເປັນ BBF ທ່ານເຄີຍສົງໄສກັນຫລືບໍ່ ? ມື້ນີ້ພວກເຮົາຈະພາໄປຫາຄຳຕອບເລື່ອງນີ້ນຳກັນ.
- ໂຕຫຍໍ້ EXP ຖືກຫຍໍ້ມາຈາກຄຳວ່າ Expiry ທີ່ແປວ່າ ໝົດອາຍຸ ເຊິ່ງຄວາມໝາຍຂອງຄຳວ່າ ໝົດອາຍຸ ກໍແປໂດຍກົງຢູ່ແລ້ວ ເຊິ່ງມັນໝາຍຄວາມວ່າອາຫານ ຫລື ສິ່ງຂອງຊະນິດນັ້ນບໍ່ສາມາດເອົາມາໃຊ້ ຫລື ກິນໄດ້ອີກແລ້ວ ເພາະໝົດອາຍຸໄປແລ້ວ ໂດຍມີຄວາມໝາຍຕາມປະກາດຂອງກະຊວງສາທາລະນະສຸກວ່າ ວັນທີທີ່ສະແດງການສິ້ນສຸດຂອງຄຸນນະພາບຂອງອາຫານພາຍໃຕ້ເງື່ອນໄຂການເກັບຮັກສາທີ່ລະບຸໄວ້ ແລະ ຫລັງຈາກວັນທີ່ລະບຸໄວ້ນັ້ນ ອາຫານນັ້ນວາງຈຳໜ່າຍບໍ່ໄດ້. ສ່ວນໂຕຫຍໍ້ BBF ຖືກຫຍໍ້ມາຈາກຄຳວ່າ Best Before ທີ່ແປວ່າ ຄວນບໍລິໂພກກ່ອນ.
- ກ່ອນອື່ນເຮົາຕ້ອງເຂົ້າໃຈຄວາມແຕກຕ່າງຂອງຄຳວ່າ ບໍລິໂພກກ່ອນ ກັບຄຳວ່າ ໝົດອາຍຸ ສາກ່ອນ ໂດຍເວົ້າງ່າຍໆເລີຍກໍຄື ຄຳວ່າ ຄວນບໍລິໂພກກ່ອນ ໝາຍເຖິງ ຄຸນນະພາບ ແລະ ລົດຊາດຂອງອາຫານຈະມີການປ່ຽນແປງໄປ ເຊິ່ງຄຸນນະພາບຈະຫລຸດລົງ ຫາກກາຍວັນທີກຳໜົດໄປແລ້ວ, ແຕ່ຍັງສາມາດບໍລິໂພກຕໍ່ໄດ້ອີກ 1 – 2 ວັນ ໂດຍມີຄວາມໝາຍຕາມປະກາດຂອງກະຊວງສາທາລະນະສຸກວ່າ ວັນທີທີ່ສະແດງການສິ້ນສຸດຂອງໄລຍະເວລາທີ່ອາຫານນັ້ນຍັງຄົງຄຸນນະພາບດີພາຍໃຕ້ເງື່ອນໄຂການເກັບຮັກສາທີ່ລະບຸໄວ້ ແລະ ຫລັງຈາກວັນທີ່ລະບຸໄວ້ນັ້ນ ອາຫານນັ້ນວາງຈຳໜ່າຍບໍ່ໄດ້.
- ທັງນີ້ ບໍ່ວ່າເທິງສະຫລາກຈະລະບຸເປັນ BBF ທີ່ແປວ່າ ຄວນບໍລິໂພກກ່ອນ ຫລື EXP ທີ່ແປວ່າ ໝົດອາຍຸແລ້ວ ເຮົາຕ້ອງເກັບມ້ຽນອາຫານນັ້ນໃຫ້ຖືກວິທີຕາມທີ່ສະຫລາກກຳນົດໄວ້ ເພາະຖ້າເກັບມ້ຽນບໍ່ຖືກວິທີ ອາຫານກໍມີໂອກາດບູດເນົ່າກ່ອນວັນທີ່ກຳນົດໄວ້ເທິງສະຫລາກໄດ້ ແລະ ຄວນກິນຢ່າງມີສະຕິ ແລະ ກວດເບິ່ງວັນເດືອນປີໝົດອາຍຸກ່ອນທຸກຄັ້ງ.