ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກຸມພາ 2022 ຈະພິຈາລະນາ 9 ວຽກສຳຄັນ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກຸມພາ 2022 ຈະພິຈາລະນາ 9 ວຽກສຳຄັນ - PRD 2126 e1645434362868 - ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກຸມພາ 2022 ຈະພິຈາລະນາ 9 ວຽກສຳຄັນ
ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກຸມພາ 2022 ຈະພິຈາລະນາ 9 ວຽກສຳຄັນ - kitchen vibe - ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກຸມພາ 2022 ຈະພິຈາລະນາ 9 ວຽກສຳຄັນ

ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນກຸມພາ 2022 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 21 ກຸມພາ 2022 ທີ່ສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໂດຍມີບັນດາຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມຄົ້ນຄວ້າ, ປະກອບຄໍາຄິດຄຳເຫັນ ເພື່ອພິຈາລະນາຮັບຮອງເອກະສານສຳຄັນເປັນຕົ້ນ:

ไม่มีคำอธิบาย ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກຸມພາ 2022 ຈະພິຈາລະນາ 9 ວຽກສຳຄັນ - 273840482 486013092902929 1112574768322955629 n - ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກຸມພາ 2022 ຈະພິຈາລະນາ 9 ວຽກສຳຄັນ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກຸມພາ 2022 ຈະພິຈາລະນາ 9 ວຽກສຳຄັນ - Visit Laos Visit SALANA BOUTIQUE HOTEL - ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກຸມພາ 2022 ຈະພິຈາລະນາ 9 ວຽກສຳຄັນ
ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກຸມພາ 2022 ຈະພິຈາລະນາ 9 ວຽກສຳຄັນ - Visit Laos Visit SALANA BOUTIQUE HOTEL - ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກຸມພາ 2022 ຈະພິຈາລະນາ 9 ວຽກສຳຄັນ

1. ສະຫຼຸບການປະຕິບັດວຽກງານຈຸດສຸມ ປະຈຳເດືອນກຸມພາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນມີນາ 2022 ຂອງລັດຖະບານ;
2. ລາຍງານກ່ຽວກັບການຄົ້ນຄວ້າສ້າງແຜນການລົງທຶນຂອງລັດ ປະຈຳປີ 2022.
3. ຮ່າງກົດໝາຍວ່າດ້ວຍການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (ສະບັບປັບປຸງ).
4. ຮ່າງດຳລັດວ່າດ້ວຍການຄຸ້ມຄອງການຄ້າຂາຍຊະນິດພັນ ສັດນໍ້າ, ສັດປ່າ ແລະ ພືດປ່າທີ່ໃກ້ຈະສູນ ພັນ ລະຫວ່າງຊາດ.
5. ຮ່າງດຳລັດວ່າດ້ວຍ ສະຖາບັນການເງິນຈຸລະພາກ (ສະບັບປັບປຸງ).
6. ຮ່າງຍຸດທະສາດ ການພັດທະນາຕະຫຼາດທຶນຂອງ ສປປ ລາວ 10 ປີ (2021-2030) ແລະ ວິໄສທັດຮອດປີ 2035 (ສະບັບປັບປຸງ).
7. ຮ່າງຍຸດທະສາດການພັດທະນາ ການບິນພົນລະເຮືອນ 2021-2025 ແລະ ວິໄສທັດຮອດປີ 2030.
8. ການສ້າງລະບົບຄຸ້ມຄອງ ຕົວຕົນທາງດີຈີຕອນ (DIGITAL ID).
9. ຮ່າງແຜນຄຸ້ມຄອງອ່າງຮັບນໍ້າ, ນໍ້າອູ, ນໍ້າງື່ມ ແລະ ນໍ້າເທີນ-ນໍ້າກະດິງ.

ไม่มีคำอธิบาย ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກຸມພາ 2022 ຈະພິຈາລະນາ 9 ວຽກສຳຄັນ - 273173371 321410626693004 1701034139450365301 n - ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກຸມພາ 2022 ຈະພິຈາລະນາ 9 ວຽກສຳຄັນ

ໃນເດືອນກຸມພານີ້ ມີຫຼາຍເຫດການສໍາຄັນພົ້ນເດັ່ນຢູ່ປະເທດເຮົາ ເປັນຕົ້ນລັດຖະບານ ໄດ້ແຕ່ງຕັ້ງ, ຍົກຍ້າຍ ແລະ ສັບປ່ຽນຄວາມຮັບຜິດຊອບຂອງສະມາຊິກລັດຖະບານ ແລະ ພະນັກງານຂອງບັນດາກະຊວງຈຳນວນໜຶ່ງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່. ສຳລັບການພັດທະນາເສດ ຖະກິດ-ສັງຄົມ ເຖິງວ່າພະຍາດໂຄວິດ-19 ຍັງສືບຕໍ່ແພ່ລະບາດໃນຊຸມຊົນ, ແຕ່ໂດຍລວມເຫັນວ່າ ພາຍຫຼັງເປີດນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ແຕ່ຕົ້ນເດືອນທັນວາ 2021 ເປັນຕົ້ນມາ, ບັນຍາກາດການລົງທຶນ ແລະ ການຟື້ນຟູເສດຖະກິດ ມີທ່າອ່ຽງດີຂຶ້ນ; ການແກ້ໄຂບັນຫາທີ່ປິ່ນອ້ອມການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໂດຍສະເພາະການແກ້ໄຂບັນຫາຂັ້ນຂອດທີ່ເປັນອຸປະສັກຕໍ່ການລົງທຶນລວມທັງການກຳນົດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແພ່ລະບາດຂອງພະຍາດໂຄວິດ-19 ໃຫ້ແທດເໝາະກັບສະພາບຄວາມເປັນຈິງ ຈຶ່ງເປັນວຽກບູລິມະສິດ ທີ່ລັດຖະບານ ຈະໄດ້ສືບຕໍ່ບຸກບືນສູ້ຊົນແກ້ໄຂໃຫ້ດີຂຶ້ນໃນຕໍ່ໜ້າ.

ໃນການກ່າວເປີດກອງປະຊຸມ, ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງບັນດາທ່ານສະມາຊິກລັດຖະບານ ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນດ້ວຍຄວາມຮັບຜິດຊອບສູງ, ກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ເພື່ອບັນລຸຕາມຄາດໝາຍທີ່ກຳນົດໄວ້.

ກອງປະຊຸມລັດຖະບານສະໄໝສາມັນຄັ້ງນີ້ຈະດຳເນີນເປັນເວລາ 2 ວັນແຕ່ວັນທີ 21-22 ກຸມພາ 2022.

ไม่มีคำอธิบาย ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກຸມພາ 2022 ຈະພິຈາລະນາ 9 ວຽກສຳຄັນ - 273876262 258012789828490 888458010087188902 n - ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກຸມພາ 2022 ຈະພິຈາລະນາ 9 ວຽກສຳຄັນ

 

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກຸມພາ 2022 ຈະພິຈາລະນາ 9 ວຽກສຳຄັນ - 3 - ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກຸມພາ 2022 ຈະພິຈາລະນາ 9 ວຽກສຳຄັນ
ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກຸມພາ 2022 ຈະພິຈາລະນາ 9 ວຽກສຳຄັນ - 5 - ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກຸມພາ 2022 ຈະພິຈາລະນາ 9 ວຽກສຳຄັນ
ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກຸມພາ 2022 ຈະພິຈາລະນາ 9 ວຽກສຳຄັນ - 4 - ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກຸມພາ 2022 ຈະພິຈາລະນາ 9 ວຽກສຳຄັນ