ຄົ້ນຄວ້າ-ປັບປຸງຮ່າງກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະ


ວັນທີ 24 ກຸມພາ 2022 ນີ້, ກະຊວງການເງິນ, ໄດ້ຈັດກອງປະຊຸມປຶກສາຫາລືຄົ້ນຄວ້າ ແລະ ປັບປຸງຮ່າງກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະ (ສະບັບປັບປຸງ), ໂດຍການເປັນປະທານຂອງທ່ານ ສຸລິວັດ ສຸວັນນະຈູມຄໍາ ຫົວໜ້າກົມຄຸ້ມຄອງໜີ້ສິນສາທາລະນະ ກະຊວງການເງິນ, ມີທ່ານ ຮອງຫົວໜ້າຫ້ອງການກະຊວງ, ຫົວໜ້າພະແນກ, ຮອງຫົວໜ້າພະແນກຂອງບັນດາກົມທີ່ກ່ຽວຂ້ອງອ້ອມຂ້າງກະຊວງການເງິນເຂົ້າຮ່ວມ.
ກົດໝາຍວ່າດ້ວຍ ການຄຸ້ມຄອງໜີ້ສິນສາທາລະນະ (ສະບັບນໍາໃຊ້ປັດຈຸບັນ) ເປັນນິຕິກໍາໃນການຄຸ້ມຄອງວຽກງານການຄຸ້ມຄອງໜີ້ສິນສາທາລະນະໃຫ້ລວມສູນ ແລະ ເພື່ອຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ ໃນການຈັດຕັ້ງປະຕິບັດມາດຕະການກ່ຽວກັບວຽກງານໜີ້ສິນສາທາລະນະເປັນຕົ້ນ:ແມ່ນການປະຕິບັດຂັ້ນຕອນການກູ້ຢືມ, ການໃຫ້ກູ້ຢືມຕໍ່, ການຄໍ້າປະກັນ ແລະ ການນໍາໃຊ້ແຫຼ່ງທຶນໃຫ້ຖືກຕ້ອງຕາມກົດໝາຍ.
ສຳລັບການຄົ້ນຄວ້າປັບປຸງຮ່າງກົດໝາຍວ່າດ້ວຍ ການຄຸ້ມຄອງໜີ້ສິນສາທາລະນະ ໃນຄັ້ງນີ້, ຄະນະຮັບຜິດ ຊອບໄດ້ອີງໃສ່ບັນດາບັນຫາທີ່ຕິດພັນກັບວຽກງານການຄຸ້ມຄອງໜີ້ສິນສາທາລະນະ, ເຫັນວ່າມີຄວາມຈຳເປັນຈະໄດ້ມີການປັບປຸງບາງເນື້ອໃນໃຫ້ມີຄວາມສອດຄ່ອງ ແລະ ຮັດກຸມຂຶ້ນກ່ວາເກົ່າ, ເນື່ອງຈາກວຽກງານການຄຸ້ມຄອງໜີ້ສິນ ແມ່ນມີຄວາມສຳຄັນໃນສະພາບເງື່ອນໄຂຂອງປະເທດເຮົາໃນປັດຈຸບັນ.
ພ້ອມນີ້, ກໍເພື່ອຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໃຫ້ມີປະສິດທິຜົນ, ການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການເງິນໄລຍະ 5 ປີ (2021-2025) ແລະ ວິໄສທັດຮອດປີ 2030, ພ້ອມທັງຮັບປະກັນຄວາມສອດຄ່ອງກັບນະໂຍບາຍ ແລະ ນິຕິກໍາອື່ນໆທີ່ກ່ຽວຂ້ອງ, ຄະນະວິຊາການຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະ, ຈຶ່ງໄດ້ມີການຄົ້ນຄ້ວາຄືນກົດໝາຍດັ່ງກ່າວເປັນຕົ້ນແມ່ນ: ຄົ້ນຄວ້າປັບປຸງທຶນທາງດ້ານໂຄງສ້າງ ແລະ ເນື້ອໃນຂອງຮ່າງກົດໝາຍ; ຫຼັກການລວມໃນການຄຸ້ມຄອງ ແລະ ບໍລິຫານໜີ້ສິນສາທາລະນະ, ການປະເມີນປະສິດທິຜົນຂອງບັນດາໂຄງການຕ່າງໆກ່ອນການກູ້ຢືມ ແລະ ພາຍຫຼັງການກູ້ຢືມ, ການຄ້ຳປະກັນໃຫ້ແກ່ວິສາຫະກິດເອກະຊົນ, ການກູ້ຢືມຕໍ່ໃຫ້ບັນດາລັດວິສາຫະກິດ, ການສ້າງຄັງຊຳລະໜີ້ສິນສາທາລະນະ, ການຊຳ ລະໜີ້ສິນ, ການຄຸ້ມຄອງຖານຂໍ້ມູນ ແລະ ການລາຍງານໜີ້ສິນສາທາລະນະ, ການກໍານົດຄວາມຮັບຜິດຊອບຂອງບັນດາກະຊວງ, ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນລວມທັງສະພາແຫ່ງຊາດທີ່ພົວພັນກັບໜີ້ສິນສາທາລະນະ.
ປັດຈຸບັນຮ່າງກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະ (ສະບັບປັບປຸງ) ຢູ່ໃນຂັ້ນຕອນຄົ້ນຄວ້າທາງດ້ານວິຊາການເບື້ອງຕົ້ນເພື່ອທົບທວນຄືນໂຄງສ້າງ ແລະ ເນື້ອໃນຂອງກົດໝາຍທີ່ເຫັນວ່າຍັງບໍ່ທັນສອດຄ່ອງ ແລະ ມີຄວາມຈຳເປັນຈະຕ້ອງໄດ້ປັບປຸງເພີ່ມເຕີມໃຫ້ມີຄວາມຄົບຖ້ວນຮັດກຸມ ແລະ ຮັບປະກັນໃຫ້ສາມາດປະຕິບັດກົດໝາຍເຂັ້ມງວດຂຶ້ນກວ່າເກົ່າ, ດຳເນີນຂັ້ນຕອນການທາບທາມຄຳເຫັນພາຍໃນກະຊວງ, ການທາບທາມແບບເປີດກວ້າງກັບບັນດາຂະແໜງການ ແລະ ທ້ອງຖິ່ນ, ພ້ອມທັງບັນດາພາກສ່ວນອື່ນໆໃນຂອບເຂດທົ່ວປະເທດຕາມລະບຽບການກ່ຽວກັບຂັ້ນຕອນການປັບປຸງກົດໝາຍ.