ສັນຍານໄຟຈະລາຈອນ ຫລື ລະບົບໄຟອຳນາດເປ່ເພ ສ່ຽງການເກີດອຸບັດເຫດທ້ອງຖະໜົນ

- 2a7392dc 8bd2 461a 9361 ea4501e01320 - ສັນຍານໄຟຈະລາຈອນ ຫລື ລະບົບໄຟອຳນາດເປ່ເພ ສ່ຽງການເກີດອຸບັດເຫດທ້ອງຖະໜົນ
- kitchen vibe - ສັນຍານໄຟຈະລາຈອນ ຫລື ລະບົບໄຟອຳນາດເປ່ເພ ສ່ຽງການເກີດອຸບັດເຫດທ້ອງຖະໜົນ

ປະຕິເສດບໍ່ໄດ້ເລີຍວ່າອຸບັດເຫດທາງຖະໜົນ ສົ່ງຜົນໃຫ້ເກີດການສູນເສຍບໍ່ໜ້ອຍ ໂຊກດີແດ່ອາດຈະເຈັບເລັກໜ້ອຍຖ້າໂຊກຮ້າຍອາດເຖິງຂັ້ນເສຍຊີວິດ. ການເກີດອຸບັດເຫດທາງຖະໜົນມາຈາກການບໍ່ມີວິໄນຂອງ ຜູ້ຂັບຂີ່ບໍ່ວ່າຈະເປັນການປະໝາດ ລະເຫລີງບໍ່ປະຕິບັດລະບຽບຈະລາຈອນ ຫລື ທັດສະນາວິໄສການເບິ່ງ ຫລື ພື້ນຖານໂຄງລ່າງເຊັ່ນຖະໜົນເປ່ເພ, ສັນຍານໄຟຈະລາຈອນ. ເມື່ອເວົ້າເຖິງສັນຍານໄຟຈະລາຈອນ ຫລື ລະບົບໄຟອຳນາດແລ້ວ ຜ່ານມາສັງເກດເຫັນມີທັງການຝ່າຝືນ ຫລື ພາສາຊາວວ່າລ່ວງໄຟແດງ ພາໃຫ້ເກີດອຸບັດເຫດ. ຂະນະທີ່ການເປ່ເພຂອງສັນຍານໄຟຈະລາຈອນໂດຍສະເພາະຢູ່ນະຄອນຫລວງວຽງຈັນ ກໍເປັນສ່ວນສຳຄັນເຮັດໃຫ້ເກີດອຸບັດເຫດເຊັ່ນດຽວກັນ.

ຄວາມຈິງແລ້ວ, ການມີກົດຈະລາຈອນນັ້ນບໍ່ແມ່ນມີເພື່ອບັງຄັບ, ແຕ່ມີເພື່ອຄວາມປອດໄພຂອງຊີວິດ ແລະ ຊັບສິນຂອງຜູ້ໃຊ້ລົດໃຊ້ຖະໜົນ ເຊິ່ງບາງເທື່ອຫລາຍທ່ານອາດຈະບໍ່ມັກ ແຕ່ກໍໃຫ້ເຂົ້າໃຈນຳກັນວ່າມັນສາມາດປົກປ້ອງໄດ້ດີທີ່ສຸດ ເຊັ່ນດຽວກັນການມີລະບົບໄຟອຳນາດກໍແມ່ນສິ່ງຈຳເປັນເພາະມັນຄືເຄື່ອງປົກປ້ອງ ຊີວິດຄົນ, ແຕ່ຖ້າບໍ່ມີເດ ຫລື ມີແຕ່ໃຊ້ການບໍ່ໄດ້ ຫລື ມັນເປ່ເພແຕ່ບໍ່ໄດ້ຮັບການຫລຽວແລ ສ້ອມແປງຈາກພາກສ່ວນກ່ຽວຂ້ອງ ເຊິ່ງເທົ່າທີ່ເຫັນໃນປັດຈຸບັນມີຢູ່ 4 ແຍກໜອງດ້ວງເພເບື່ອງມາແຕ່ຄຣາວພາຊ່າບໍ່ມີໄຟຂຽວ, 4 ແຍກຮ່ອງໄກ່ແກ້ວ, ……. ທີ່ເປ່ເພມາເປັນເວລາດົນສົມຄວນແລ້ວ

ການປ້ອງກັນບໍ່ໃຫ້ເກີດອຸບັດເຫດທາງຖະໜົນທີ່ກໍ່ເກີດຄວາມສູນເສຍທັງຕົນເອງ ແລະ ຜູ້ອື່ນ ນອກຈາກຜູ້ຂັບຂີ່ຈະຄຳນຶງເຖິງການຂັບລົດຢ່າງບໍ່ປະໝາດ ແລະ ເຄົາລົບກົດຈະລາຈອນແລ້ວ, ພາກສ່ວນກ່ຽວຂ້ອງກໍ ຕ້ອງເປີດໃຈໃຫ້ກວ້າງ ໂດຍການສ້າງຄວາມພ້ອມ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການຂັບຂີ່ເຊັ່ນດຽວກັນ ພະຍາຍາມຕິດຕາມ ກວດກາຈຸດໃດເພ ເຫັນແລ້ວກໍຕ້ອງສ້ອມແປງ ບໍ່ຄວນປ່ອຍປະລະເລີຍ ເພື່ອເຮັດແນວໃດໃຫ້ສາມາດແກ້ໄຂອຸບັດເຫດໄດ້.

- 5 - ສັນຍານໄຟຈະລາຈອນ ຫລື ລະບົບໄຟອຳນາດເປ່ເພ ສ່ຽງການເກີດອຸບັດເຫດທ້ອງຖະໜົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!