ວຽກງານຈຸດສຸມຂອງລັດຖະບານເດືອນມີນາ ໃນຂົງເຂດເສດຖະກິດ


ກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນກຸມພາ 2022 ທີ່ຈັດຂຶ້ນໃນວັນທີ 21-22 ກຸມພານີ້ ໄດ້ເປັນເອກະພາບກັນໃຫ້ສືບຕໍ່ຊຸກຍູ້ ແລະ ຕິດຕາມການປະຕິບັດ 2 ວາລະແຫ່ງຊາດໃຫ້ເປັນຮູບປະທຳຫລາຍຂຶ້ນໂດຍສະເພາະການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ການນຳໃຊ້ລົດລັດ, ການແກ້ໄຂລົດທີ່ນຳໃຊ້ບໍ່ຖືກຕ້ອງຕາມກົດໝາຍ, ການແກ້ໄຂຄວາມຫຍຸ້ງຍາກໃນການດຳເນີນທຸລະກິດ, ການຂຸດຄົ້ນແຮ່ທາດ, ການສົ່ງອອກສິນຄ້າຢູ່ດ່ານຊາຍແດນ ແລະ ບັນຫາທີ່ດິນ ຄຽງຄູ່ກັບການດຳເນີນມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແພ່ລະບາດຂອງພະຍາດໂຄວິດ-19.
ສຳລັບຂົງເຂດເສດຖະກິດແມ່ນໄດ້ເລັງໃສ່11 ໜ້າວຽກຕົ້ນຕໍຄື:
1.ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປີ 2022 ແລະ ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນຢ່າງແຂງແຮງ ແລະ ໄດ້ຮັບຜົນດີກວ່າເກົ່າໂດຍເລັ່ງທວງໃຫ້ຫັນເປັນວຽກ ລະອຽດຂອງແຕ່ລະຂະແໜງການຢ່າງຈະແຈ້ງ, ມີຄາດໝາຍເວລາເພື່ອກຽມສະຫລຸບໃນເດືອນມີນາ 2022
2. ເອົາໃຈໃສ່ແກ້ໄຂສິ່ງກີດຂວາງການລົງທຶນພາຍໃນ ແລະ ຕ່າງປະເທດ ໃຫ້ຫັນປ່ຽນຢ່າງຈະແຈ້ງ ແລະ ມີປະສິດທິຜົນສູງຂຶ້ນ.
3.ເລັ່ງຈັດຕັ້ງປະຕິບັດບັນດາໂຄງການແຮ່ທາດ, ການເຮັດທົດລອງທຸລະກິດ ດີຈີຕອນ ແລະ ບັນດາໂຄງການທີ່ລັດຖະບານໄດ້ອະນຸຍາດໃຫ້ເຮັດທົດລອງແລ້ວນັ້ນ ໃຫ້ຄືບໜ້າ ແລະ ມີປະສິດທິຜົນ.
4. ສືບຕໍ່ປະຕິບັດມາດຕະການຄຸ້ມຄອງການຈັດເກັບລາຍຮັບພາສີ, ອາກອນ ແລະ ຄ່າບໍລິການຕ່າງໆຕາມທິດຫັນເປັນທັນສະໄໝ.
5.ສືບຕໍ່ປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການກວດກາ ແລະ ປະຕິບັດມາດຕະການຕໍ່ຜູ້ທີ່ນໍາເຂົ້າ ແລະ ນໍາໃຊ້ຍານພາຫະນະທຸກປະເພດແບບບໍ່ຖືກຕ້ອງໃຫ້ສໍາເລັດລວມທັງເລັ່ງຜັນຂະຫຍາຍນິຕິກຳວ່າດ້ວຍການນຳໃຊ້ລົດລັດໃນຂອບເຂດທົ່ວປະ ເທດໃຫ້ເປັນຮູບປະທຳ ແລະ ສົ່ງເສີມການນໍາໃຊ້ລົດໄຟຟ້າ.
6. ເອົາໃຈໃສ່ສົ່ງເສີມການຜະລິດ, ການປຸງແຕ່ງ, ການຄ້າ, ການບໍລິການ ແລະ ການທ່ອງທ່ຽວປິ່ນອ້ອມແລວທາງເສດຖະ ກິດລົດໄຟລາວ-ຈີນ ໃຫ້ຮັບປະກັນປະລິມານ ແລະ ຄຸນນະພາບ.
7. ສືບຕໍ່ພົວພັນ ແລະ ປຶກ ສາຫາລືກັບປະເທດໃກ້ຄຽງເພື່ອສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ການນຳເຂົ້າ-ສົ່ງອອກສິນຄ້າ.
8. ເພີ່ມຄວາມເອົາໃຈໃສ່ຄຸ້ມຄອງ ແລະ ຮັກສາສະຖຽນລະພາບເງິນຕາ ໃຫ້ໝັ້ນທ່ຽງ ແລະ ອັດຕາແລກປ່ຽນໃຫ້ເໜັງຕີງໃນລະດັບທີ່ກໍານົດໄວ້ ຕິດພັນກັບການເອົາໃຈໃສ່ຄຸ້ມຄອງການເຄື່ອນໄຫວຂອງທະນາຄານທຸລະກິດ, ສະຖາບັນການເງິນໃຫ້ປະຕິບັດມາດຕະ ການຕາມກົດໝາຍ, ລະບຽບການ ແລະ ຕາມແຜນທີ່ກຳນົດ.
9. ສືບຕໍ່ເອົາໃຈໃສ່ຄຸ້ມຄອງລາ ຄາສິນຄ້າອຸປະໂພກ-ບໍລິໂພກ ແລະ ລາຄານໍ້າມັນຢ່າງເຂັ້ມງວດ ທັງຊຸກຍູ້, ສົ່ງເສີມການຜະລິດ ແລະ ສົ່ງເສີມການຊົມໃຊ້ສິນຄ້າພາຍໃນໃຫ້ຫລາຍຂຶ້ນ.
10. ສືບຕໍ່ປັບປຸງແກ້ໄຂກົນໄກການຂຶ້ນທະບຽນ ແລະ ອອກໃບຕາດິນໃນຂອບເຂດທົ່ວປະເທດໃຫ້ສະດວກວ່ອງໄວແລະ ຮັບປະກັນຄວາມຖືກຕ້ອງ.
11.ສືບຕໍ່ປັບປຸງ ແລະ ຍົກສູງຄຸນນະພາບການບໍລິການຜູ້ໂດຍສານທາງລົດໄຟ ແລະ ການບໍລິການຂົນສົ່ງສິນຄ້າໃຫ້ສະດວກ, ວ່ອງໄວ ແລະ ມີປະສິດທິຜົນສູງຂຶ້ນ.