ບຸບຟອນ ຕໍ່ສັນຍາໃຫມ່ກັບ ປາມາ ເຖິງປີ 2024

- dFQROr7oWzulq5Fa4MVTDxCUMPpXSOPsolwTDmn26utr5e29WjQmcEIsgXuHzLOxP5V - ບຸບຟອນ ຕໍ່ສັນຍາໃຫມ່ກັບ ປາມາ ເຖິງປີ 2024
- kitchen vibe - ບຸບຟອນ ຕໍ່ສັນຍາໃຫມ່ກັບ ປາມາ ເຖິງປີ 2024

- dFQROr7oWzulq5Fa4MVTDxCUMPpXSOPsolwTDmn26utr5e29WjQmcEIsgXuHzLOxP5V - ບຸບຟອນ ຕໍ່ສັນຍາໃຫມ່ກັບ ປາມາ ເຖິງປີ 2024

ຈິນອັນລຸຈິ ບຸບຟອນ ຜູ້ຮັກສາປະຕູປະສົບການຫລາຍຂອງ ປາມາ ໄດ້ຕໍ່ສັນຍາໃຫມ່ກັບສະໂມສອນຕົ້ນສັງກັດອອກໄປອີກເຖິງປີ 2024 ຮຽບຮ້ອຍແລ້ວ ພ້ອມເປີດເຜີຍໄລຍະອາຍຸທີ່ຈະເລີກເຝົ້າເສົາ.

- Visit Laos Visit SALANA BOUTIQUE HOTEL - ບຸບຟອນ ຕໍ່ສັນຍາໃຫມ່ກັບ ປາມາ ເຖິງປີ 2024

ຈິອັນລຸຍຈິ ບຸບຟອນ ຕຳນານຜູ້ຮັກສາປະຕູອິຕາລີ ທີມຊາດອິຕາລີ ແລະ ຢູເວນຕຸສ ທີ່ປັດຈຸບັນກັບໄປເຝົ້າໃຫ້ກັບ ປາມາ ເຮັດການຍືດສັນຍາໃຫມ່ກັບສະໂມສອນຕົ້ນສັງກັດອອກໄປຈົນເຖິງ 2024 ຮຽບຮ້ອຍແລ້ວ ໂດຍທີ່ບໍ່ໄດ້ດົນມານີ້ ລາວເຄີຍບອກວ່າຈະເຝົ້າເສົາໄປຈົນເຖິງອາຍຸ 50 ປີ.

ບຸບຟອນ ຍ້າຍຈາກ ຢູເວນຕູສ ກັບຄືນສູ່ ປາມາ ສະໂມສອນຕົ້ນສັງກັດໃນອາຍຸໃກ້ກະສຽນເມື່ອລະດູການທີ່ຜ່ານມາ ແລະຫລ້າສຸດຕົວລາວກໍສ້າງສິ່ງປະຫລາດໃຈດ້ວຍການຕໍ່ສັນຍາກັບທີມອອກໄປຈົນເຖິງປີ 2024 ນັ້ນເທົ່າກັບວ່າເປັນການດັບຂ່າວລືທີ່ວ່າຕົວລາວຈະຍ້າຍອອກໄປໂກຍເງິນທີ່ຕ່າງແດນອີກເທື່ອຫນຶ່ງ ໂດຍມີທີມຈາກສະຫະລັດອາເມລິກາ ແລະເມັກຊິໂກ ມີຂ່າວພົວພັນ.

ສຳລັບ ຈິອັນລຸຍຈິ ບຸບຟອນ ປະສົບຄວາມສຳເລັດຄວ້າແຊ໊ມມາຢ່າງຫລວງຫລາຍກັບທີມຊາດອິຕາລີ ເຊັ່ນ : ແຊ໊ມບານໂລກ ລວມເຖິງກັບ ຢູເວນຕູສ ທີ່ຄວ້າແຊ໊ມລີກໄດ້ເຖິງ 11 ສະໄຫມ ແຕ່ລາວກໍຍັງບໍ່ເຄີຍສຳຜັດກັບຂັນ ຢູຟາ ແຊ໊ມປຽນລີກ ເລີຍແມ່ນແຕ່ຄັ້ງດຽວ.

- 4 - ບຸບຟອນ ຕໍ່ສັນຍາໃຫມ່ກັບ ປາມາ ເຖິງປີ 2024
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!