ຊາອຸດິດອາຣັບບີຄົ້ນພົບ ບໍ່ອາຍແກັສທຳມະຊາດຂະໜາດໃຫຍ່ 5 ແຫ່ງຢູ່ພາຍໃນປະເທດ
February 28, 2022 - 11:44 PM


ວັນທີ 27 ກຸມພາ, ປະເທດຊາອຸດິດອາຣັບບີໄດ້ປະກາດວ່າ: ໄດ້ຄົ້ນພົບບໍ່ອາຍແກັສທຳມະຊາດຂະໜາດໃຫຍ່ 5 ແຫ່ງຢູ່ພາຍໃນປະເທດ ເຊິ່ງຈະມີປະລິມານການຜະລິດຫລາຍກວ່າ 2.831.700 ແມັດກ້ອນຕໍ່ມື້.
ໃນຖານະເປັນປະເທດໃຫຍ່ດ້ານການຜະລິດພະລັງງານ, ປະເທດຊາອຸດິດອາຣັບບີໄດ້ສຸມກຳລັງການນຳໃຊ້ເຊື້ອໄຟຟອດຊິວໃສ່ໃນການສຳຫຼວດ, ການຂຸດຄົ້ນ ແລະ ການກັ່ນນ້ຳມັນມາໂດຍຕະຫຼອດ, ແຕ່ເຖິງວ່າປະລິມານສະສົມອາຍແກັສທຳມະຊາດຂອງປະເທດຊາອຸດິດອາຣັບບີຈັດຢູ່ແຖວໜ້າຂອງໂລກ ເປັນຮອງແຕ່ປະເທດກາຕາໃນກຸ່ມປະເທດອາຣັບເທົ່ານັ້ນ, ແຕ່ໃນສູ່ມື້ນີ້ຍັງບໍ່ທັນໄດ້ສົ່ງອອກອາຍແກັສທຳມະຊາດຊະນິດນີ້ເທື່ອ.