ຄະນະສະຖາບັດຕະຍະກຳສາດ ມຊ ສ້າງສວນສາທາລະນະເພື່ອການຮຽນຮູ້ ແລະ ເປັນສັນຍະລັກຂອງການພັດທະນາວິຊາການ

- 392b6fa2 bb1c 437e 8413 6a4129c66dd9 - ຄະນະສະຖາບັດຕະຍະກຳສາດ ມຊ ສ້າງສວນສາທາລະນະເພື່ອການຮຽນຮູ້ ແລະ ເປັນສັນຍະລັກຂອງການພັດທະນາວິຊາການ
- kitchen vibe - ຄະນະສະຖາບັດຕະຍະກຳສາດ ມຊ ສ້າງສວນສາທາລະນະເພື່ອການຮຽນຮູ້ ແລະ ເປັນສັນຍະລັກຂອງການພັດທະນາວິຊາການ

ເມື່ອບໍ່ດົນມານີ້, ຄະນະສະຖາປັດຕະຍະກຳສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ເປີດໂຄງການກໍ່ສ້າງສວນສາທາລະນະເພື່ອການຮຽນຮູ້ ແລະ ກາຍເປັນສັນຍະລັກຂອງການພັດທະນາວິຊາການລວມທັງເປັນສັນຍະລັກຂອງຄວາມສາມັກຄີ.

ທ່ານ ສິນທະວອນ ດາລາວົງ ຄະນະບໍດີ ຄສປ ກ່າວວ່າ: ການສ້າງສວນສາທາລະນະເພື່ອການຮຽນຮູ້ຢູ່ສວນປ່າສັກໃນປັດຈຸບັນ ເປັນບໍລິເວນ ຄສປ ໂດຍກວມເນື້ອທີ່ 4 ເຮັກຕາກວ່ານັ້ນ ຈະສ້າງສິ່ງອຳນວຍຄວາມສະດວກ ໂດຍນຳໃຊ້ທ່າແຮງຂອງບໍລິເວນນີ້ໃຫ້ສາມາດຕອບສະໜອງກິດຈະກຳການສຶກສາໃຫ້ຄົບຖ້ວນຕາມ 5 ຫຼັກມູນ ທີ່ກະຊວງສຶກສາທິການ ແລະ ກິລາວາງອອກ ທັງເປັນການປະຕິບັດຕາມວິໄສທັດການພັດທະນາຮອດປີ 2030 ແລະ ແຜນຍຸດທະສາດການພັດທະນາປີ 2016-2025 ຂອງ ມຊ ເຊິ່ງສວນນີ້ຈະສ້າງເງື່ອນໄຂໃຫ້ແກ່ການຫັນການຮຽນ-ການສອນລົງສູ່ພາກປະຕິບັດຕົວຈິງ ທັງເຮັດໃຫ້ນັກສຶກສາມີໂອກາດຮຽນຮູ້ຕົວຈິງຈາກພາກສະໜາມຫຼາຍຂຶ້ນ.

- Visit Laos Visit SALANA BOUTIQUE HOTEL - ຄະນະສະຖາບັດຕະຍະກຳສາດ ມຊ ສ້າງສວນສາທາລະນະເພື່ອການຮຽນຮູ້ ແລະ ເປັນສັນຍະລັກຂອງການພັດທະນາວິຊາການ

ການສ້າງເປັນສວນສາທາລະນະ ນອກຈາກເພື່ອການຮຽນຮູ້ວິຊາການຕ່າງໆຕິດພັນກັບວິຊາການຮຽນ-ການສອນ ແລະ ການຝຶກຫັດຂອງຄູ-ອາຈານ ແລະ ນັກສຶກສາບໍ່ສະເພາະແຕ່ຄະນະ ຄສປ ຍັງລວມເຖິງຄະນະອື່ນໆອີກແລ້ວຍັງສ້າງເປັນພິພິທະພັນວັດທະນະທໍາບັນດາເຜົ່າ ໂດຍການເຕົ້າໂຮມເອົາບັນດາເຮືອນ ພ້ອມດ້ວຍອຸປະກອນເຄື່ອງໃຊ້ ທີ່ຕິດພັນກັບວິຖີຊີວິດມາໄວ້ຢູ່ສະຖານທີ່ນີ້ ເຊິ່ງຈະເຮັດໃຫ້ນັກສຶກສາໄດ້ຮູ້ສະຖາປັດຕະຍະກຳທ້ອງຖິ່ນ, ພູມປັນຍາການອອກແບບ, ການກໍ່ສ້າງ, ການນໍາໃຊ້ວັດສະດຸ ແລະ ວິຖີຊີ ວິດທີ່ຕິດພັນກັບທີ່ຢູ່ອາໄສ, ສ້າງເປັນສວນຕົ້ນໄມ້ ແລະ ດອກໄມ້ສາຍພັນຕ່າງໆ ເພື່ອເຮັດໃຫ້ນັກສຶກສາຮຽນຮູ້ການອອກແບບຈັດສວນຕົ້ນໄມ້, ສວນດອກໄມ້ຊະນິດຕ່າງໆໃສ່ເນື້ອທີ່ຢ່າງເໝາະສົມສວຍງາມ ລວມທັງໄດ້ຮຽນຮູ້ວິທີປູກ, ການບົວລະບັດຮັກສາຢ່າງຖືກຕ້ອງ, ສ້າງເປັນສະຖານທີ່ເຕົ້າໂຮມຄູ-ອາຈານ ແລະ ນັກສຶກສາ ຈັດກິດຈະກຳອະເນກປະສົງຕ່າງໆເຊັ່ນ: ເປັນສະຖານທີ່ພັກຜ່ອນຢ່ອນໃຈ, ເປັນບ່ອນອອກກໍາລັງກາຍ, ຈັດຕະຫຼາດນັດຜະລິດຕະພັນຂອງນັກສຶກສາ, ຈັດວາງສະແດງຜົນງານທາງວິຊາການຕ່າງໆຂອງຄູ-ອາຈານ, ນັກສຶກສາ ແລະ ເທດສະການຕ່າງໆຂອງ ມຊ, ສ້າງຫໍມູນເຊື້ອເປັນບ່ອນວາງສະແດງການກຳເນີດ ແລະ ການຂະຫຍາຍຕົວຂອງ ມຊ ແຕ່ເລີ່ມຕົ້ນຈົນເຖິງປັດຈຸບັນ, ສ້າງຮ້ານອາຫານ, ຮ້ານເຄື່ອງດື່ມ, ຮ້ານຂາຍອຸປະກອນຮັບໃຊ້ການຮຽນ-ການສອນ, ສ້າງຄວາມໂດດເດັ່ນສວຍງາມປະດັບເອ້ໃຫ້ ມຊ.

ທ່ານ ສິນທະວອນ ກ່າວອີກວ່າ: ໃນເບື້ອງຕົ້ນໃຊ້ງົບປະມານກໍ່ສ້າງ 6 ຕື້ກີບ ແລະ ຈະໃຊ້ເວລາກໍ່ສ້າງ 4 ປີ ໂດຍທີ່ຕັ້ງສວນສາທາລະນະນີ້ຢູ່ຈຸດຍຸດທະສາດສໍາຄັນຂອງ ມຊ, ຢູ່ຈຸດໃຈກາງວິທະຍາເຂດດົງໂດກ ຕິດກັບເສັ້ນທາງເຊື່ອມຕໍ່ທີ່ສໍາຄັນ ເປັນເຂດທີ່ມີນັກລົງທຶນສົນໃຈ ແລະ ຕ້ອງການ ແລະ ການທີ່ ມຊ ໄດ້ມອບເນື້ອທີ່ດັ່ງກ່າວໃຫ້ແກ່ ຄສປ ຄຸ້ມຄອງພັດທະນາຍ້ອນຄວາມຕັ້ງໃຈຂອງພະນັກງານຄູ-ອາຈານຫວັງສ້າງໃຫ້ເປັນສວນສັນຍະລັກຂອງການພັດທະນາວິຊາການ ແລະ ຄວາມສາມັກຄີ.

- 3 - ຄະນະສະຖາບັດຕະຍະກຳສາດ ມຊ ສ້າງສວນສາທາລະນະເພື່ອການຮຽນຮູ້ ແລະ ເປັນສັນຍະລັກຂອງການພັດທະນາວິຊາການ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!