ກອງປະຊຸມກໍາມາທິການຕ່າງປະເທດ CLV ຄັ້ງທີ 6 ອັດລົງດ້ວຍຜົນສຳເລັດຈົບງາມ

- 1 - ກອງປະຊຸມກໍາມາທິການຕ່າງປະເທດ CLV ຄັ້ງທີ 6 ອັດລົງດ້ວຍຜົນສຳເລັດຈົບງາມ
- kitchen vibe - ກອງປະຊຸມກໍາມາທິການຕ່າງປະເທດ CLV ຄັ້ງທີ 6 ອັດລົງດ້ວຍຜົນສຳເລັດຈົບງາມ

ກອງປະຊຸມຮ່ວມລະຫວ່າງກຳມາທິການຕ່າງປະເທດສະພາແຫ່ງຊາດກຳປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 6 ພາຍໃຕ້ຫົວຂໍ້: “ການເພີ່ມທະວີການຕິດຕາມກວດກາຂອງລັດຖະສະພາຕໍ່ກັບບັນດາຂໍ້ລິເລີ່ມການຮ່ວມມືໃນເຂດສາມຫລ່ຽມພັດທະນາກຳປູເຈຍ-ລາວ-ຫວຽດນາມ” ໄດ້ອັດລົງດ້ວຍຜົນສຳເລັດຈົບງາມໃນທ້າຍອາທິດຜ່ານມານີ້ທີ່ນະຄອນຫລວງວຽງຈັນ, ໂດຍການເປັນປະທານຮ່ວມຂອງທ່ານ ເອກສະຫວ່າງ ວົງວິຈິດ ປະທານກຳມາທິການຕ່າງປະເທດສະພາແຫ່ງຊາດ, ທ່ານ ຊຽງວຸນ ປະທານກຳມາທິການຕ່າງປະເທດ, ການຮ່ວມມືສາກົນ, ໂຄສະນາ ແລະ ຂ່າວສານສະພາແຫ່ງຣາຊະອານາຈັກກຳປູເຈຍ ແລະ ທ່ານ ຫງວຽນ ວັນ ເຢົ່າ ປະທານກຳມາທິການຕ່າງປະເທດສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ.

ກອງປະຊຸມໄດ້ຮັບຟັງການລາຍງານຄວາມຄືບໜ້າກ່ຽວກັບເຂດສາມຫລ່ຽມພັດທະນາ, ຮັບຟັງບົດລາຍງານຈາກຜູ້ຕາງໜ້າຂອງຄະນະຜູ້ແທນກຳປູເຈຍ, ສປປ ລາວ ແລະ ຫວຽດນາມ, ໄດ້ປະກອບຄຳເຫັນໃສ່ບົດລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ ແລະ ຂໍ້ລິເລີ່ມການຮ່ວມມືໃນເຂດສາມ ຫລ່ຽມພັດທະນາກຳປູເຈຍ-ລາວ-ຫວຽດ ນາມຈາກຕົວແທນຂອງກຳມາທິການການຕ່າງປະເທດຂອງສາມສະພາແຫ່ງຊາດກຳປູເຈຍ-ລາວ-ຫວຽດນາມ. ກອງປະຊຸມໄດ້ປຶກສາຫາລືບັນດານະໂຍບາຍ ແລະ ນິຕິກຳກ່ຽວກັບການເຄື່ອນຍ້າຍ ແລະ ການຕັ້ງຖິ່ນຖານຕາມລຳພັງໃຈ, ການເຂົ້າ-ອອກປະເທດແບບຜິດກົດໝາຍ ແລະ ການແຕ່ງງານແບບຜິດກົດໝາຍຂອງປະຊາຊົນຢູ່ລຽບຕາມຊາຍແດນຂອງສາມປະເທດ, ບັນຫາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ການພັດທະນາໃນເຂດດັ່ງກ່າວ ແລະແລກປ່ຽນທັດສະນະແນວທາງໃນການສົ່ງເສີມການຮ່ວມມືເພື່ອຕໍ່ສູ້ກັບບັນຫາການຄ້າຂາຍຜິດກົດໝາຍ, ການຄ້າຂາຍຢາເສບຕິດ, ການຄ້າມະນຸດ, ອາດຊະຍາກຳຂ້າມຊາດ, ການກໍ່ການຮ້າຍ ແລະ ການເກັບກູ້ລະເບີດທີ່ບໍ່ທັນແຕກທີ່ຕົກຄ້າງຈາກສົງຄາມໃນເຂດສາມຫລ່ມພັດທະນາ. ນອກຈາກນີ້ກອງປະຊຸມໄດ້ປຶກສາຫາລືກ່ຽວກັບການບໍລິຫານແບບຍືນຍົງ, ການຂຸດຄົ້ນ ແລະ ການນຳໃຊ້ແມ່ນ້ຳຂອງລວມທັງຊັບພະຍາກອນທຳມະຊາດເພື່ອປົກປ້ອງແມ່ນ້ຳຂອງ ແລະ ຊັບພະຍາກອນທຳມະຊາດ ເພື່ອການພັດທະນາແບບຍືນຍົງ, ພ້ອມທັງປຶກສາຫາລືກ່ຽວກັບແນວທາງໃນການຮັດແໜ້ນການຮ່ວມມືດ້ານການຮັບມື, ການປັບໂຕ ແລະ ການຕອບໂຕ້ຕໍ່ ການປ່ຽນແປງດິນຟ້າອາກາດ, ການບໍລິຫານນ້ຳ ແລະ ທໍລະນີວິທະຍາຂອງແຕ່ລະປະເທດ.

ກອງປະຊຸມໄດ້ສະແດງການໜັບສະໜູນເນື້ອໃນ 14 ຂໍ້ຂອງຖະແຫລ່ງການຮ່ວມຂອງກອງປະຊຸມສຸດຍອດເຂດສາມຫລ່ຽມພັດທະນາກຳປູເຈຍ-ລາວ- ຫວຽດນາມຄັ້ງທີ 8 ຊຶ່ງຈັດຂຶ້ນໃນລະຫວ່າງວັນທີ 24-25 ພະຈິກ 2014 ທີ່ນະຄອນຫລວງວຽງຈັນ ສປປ ລາວ ແລະ ກອງປະຊຸມສຸດຍອດເຂດສາມຫລ່ຽມພັດທະນາກຳປູເຈຍ-ລາວ-ຫວຽດນາມຄັ້ງທີ 9 ຊຶ່ງຈັດຂຶ້ນໃນວັນທີ 23 ພະຈິກ 2016 ທີ່ສຽມຣຽບ ກຳປູເຈຍ ແລະ ກອງປະຊຸມກ່ຽວຂ້ອງອື່ນໆຂອງລັດຖະບານສາມປະເທດຈັດຂຶ້ນ. ນອກນີ້, ກອງປະຊຸມໄດ້ສະແດງຄວາມຊົມເຊີຍຕໍ່ຄວາມພະຍາຍາມຂອງຄະນະກຳມະການປະສານງານຮ່ວມໃນການສ້າງແຜນປະຕິບັດງານກ່ຽວກັບການເຊື່ອມຈອດເສດຖະກິດກຳປູເຈຍ-ລາວ-ຫວຽດນາມ ຮອດປີ 2030, ແຜນພັດທະນາອຸດສາຫະກຳຢາງພາລາຮອດປີ 2020, ສັນຍາວ່າດ້ວຍການສົ່ງເສີມ ແລະ ອຳນວຍຄວາມສະດວກດ້ານການຄ້າຢູ່ໃນເຂດ ສາມຫລ່ຽມພັດທະນາ CLV ແລະ ແຜນການພັດທະນາທ່ອງທ່ຽວ, ພ້ອມທັງສະໜັບສະໜູນຕໍ່ບົດລາຍງານການສຶກສາເບື້ອງຕົ້ນກ່ຽວກັບແຜນພັດທະນາຢາງພາລາຢູ່ເຂດສາມຫລ່ຽມພັດທະນາ CLV. ກອງປະຊຸມຍັງໄດ້ສະໜັບສະໜູນຄະນະປະສານງານຮ່ວມໃຫ້ສ້າງຕັ້ງໜ່ວຍງານສະເພາະກິດ ເພື່ອຮ່ວມກັນສ້າງແຜນພັດທະນາການທ່ອງທ່ຽວສຳລັບເຂດພັດທະນາ CLV ເພື່ອສ້າງຜົນປະໂຫຍດມາສູ່ປະຊາຊົນໃນເຂດດັ່ງກ່າວ. ກອງປະຊຸມໄດ້ສະແດງຄວາມຊົມເຊີຍຕໍ່ການຕັດສິນໃຈຂອງນາຍົກລັດຖະມົນຕີສາມປະເທດທີ່ມອບໃຫ້ຄະນະປະສານງານຮ່ວມເຂດສາມຫລ່ຽມພັດທະນາຂອງ CLV ສ້າງຕັ້ງໜ່ວຍງານສະເພາະກິດຂຶ້ນ ເພື່ອສຶກສາຄວາມເປັນໄປໄດ້ໃນການຂະຫຍາຍຂອບເຂດການຮ່ວມມືຂອງເຂດສາມຫລ່ຽມພັດທະນາ CLV ໃຫ້ກວ້າງອອກ ແລະ ກຳນົດໂຄງການບຸລິມະສິດ ຂອງການພັດທະນາເສດຖະກິດ-ສັງຄົມຂອງເຂດສາມຫລ່ຽມພັດທະນາ ເພື່ອຈັດວາງສະແດງສິນຄ້າ ແລະ ສົ່ງເສີມການທ່ອງທ່ຽວ ແລະ ສືບຕໍ່ຂໍການສະໜັບສະໜູນດ້ານການເງິນຈາກປະເທດຍີ່ປຸ່ນ, ບັນດາປະເທດຄູ່ຮ່ວມພັດທະນາ ແລະ ບັນດາສະຖາບັນການເງິນສາກົນອື່ນໆ.

ກອງປະຊຸມໄດ້ສະແດງຄວາມຍິນດີຕໍ່ຜົນສຳເລັດຂອງການເຈລະຈາສັນຍາ ວ່າດ້ວຍການສົ່ງເສີມ ແລະ ອຳນວຍຄວາມສະດວກດ້ານການຄ້າຢູ່ເຂດສາມຫລ່ຽມພັດທະນາດັ່ງກ່າວ, ຊຶ່ງລັດຖະບານສາມປະເທດ CLV ໄດ້ລົງນາມຮ່ວມກັນທີ່ຊຽມຣຽບກຳປູເຈຍໃນປີ 2016 ຜ່ານມາ, ພ້ອມທັງສະໜັບສະໜູນລັດຖະບານສາມປະເທດ CLV ທີ່ໄດ້ຮັບຮອງເອົາໂຄງການບຸລິມະສິດ 15 ໂຄງການ (ປະເທດລະ 5 ໂຄງການ) ພັດທະນາພື້ນຖານໂຄງລ່າງເພື່ອແນໃສ່ອຳນວຍ ຄວາມສະດວກໃຫ້ແກ່ການຄ້າ, ການລົງທຶນ, ການທ່ອງທ່ຽວ, ການແລກປ່ຽນສິນຄ້າ ແລະ ການໄປມາຫາສູ່ກັນໃນເຂດສາມຫລ່ຽມພັດທະນາໃຫ້ນັບມື້ດີຂຶ້ນ.

- 4 - ກອງປະຊຸມກໍາມາທິການຕ່າງປະເທດ CLV ຄັ້ງທີ 6 ອັດລົງດ້ວຍຜົນສຳເລັດຈົບງາມ
- 3 - ກອງປະຊຸມກໍາມາທິການຕ່າງປະເທດ CLV ຄັ້ງທີ 6 ອັດລົງດ້ວຍຜົນສຳເລັດຈົບງາມ
- 5 - ກອງປະຊຸມກໍາມາທິການຕ່າງປະເທດ CLV ຄັ້ງທີ 6 ອັດລົງດ້ວຍຜົນສຳເລັດຈົບງາມ