ຄະນະກໍາມະການສາມຝ່າຍ ກຽມສະເໜີລັດຖະບານ ພິຈາລະນາການປັບຄ່າແຮງຂັ້ນຕ່ຳ

ວັນທີ 4 ມີນາ 2022 2022, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຮ່ວມກັບສູນກາງສະຫະພັນກໍາມະບານລາວ ແລະ ສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດລາວ ປະຊຸມ 3 ຝ່າຍຮ່ວມກັນ ເພື່ອປຶກສາກ່ຽວກັບການປັບຂຶ້ນຄ່າແຮງຂັ້ນຕ່ຳ ຕາມຜົນການຈັດຕັ້ງປະຕິບັດກອງປະຊຸມສາມຝ່າຍ ກ່ຽວກັບວຽກງານສາຍພົວພັນແຮງງານ ຄັ້ງທີ 19 ໂດຍການເປັນປະທານຂອງ ທ່ານນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງ ຮສສ, ທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານ ສູນກາງສະຫະພັນກໍາມະບານລາວ ແລະ ທ່ານ ວັນທອງ ສິດທິກຸນ ຮອງປະທານສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດລາວ.
ທ່ານ ນາງ ໃບຄໍາ ຂັດທິຍະ ໄດ້ກ່າວວ່າ: ບັນຫາຜົນກະທົບຕ່າງໆທີ່ເກີດຂຶ້ນ ອັນເນື່ອງມາຈາກການແຜ່ລະບາດຂອງ ພະຍາດໂຄວິດ-19 ທີ່ແກ່ຍາວເວລາມາແລ້ວ 3 ປີ ໄດ້ເຮັດໃຫ້ບັນດາຫົວໜ່ວຍການຜະລິດ, ທຸລະກິດ ແລະ ການບໍລິການ ຫລາຍແຫ່ງຖືກປິດລົງ ຫລື ຖືກໂຈະ ໂດຍບໍ່ມີກຳນົດເວລາ ເຮັດໃຫ້ຜູ້ອອກແຮງງານລາວ ກໍຕ້ອງໄດ້ອອກຈາກວຽກ ຫລື ໂຈະການເຮັດວຽກ ເປັນຈຳນວນຫລວງຫລາຍ ເຮັດໃຫ້ອັດຕາການວ່າງງານ ເພີ່ມຈາກ 9,7% ມາເປັນ 21,8% ໃນທ້າຍປີ 2021.
ວຽກງານແຮງງານ ແມ່ນວຽກໜຶ່ງທີ່ພັກ ແລະ ລັດຖະບານ ຖືເປັນວຽກທີ່ສຳຄັນ ແລະ ໄດ້ມອບໝາຍໃຫ້ພວກເຮົາສາມອົງການຈັດຕັ້ງ ປະຕິບັດຕາມພາລະບົດບາດ ແລະ ໜ້າທີ່ຂອງຕົນໃຫ້ໄດ້ເປັນຢ່າງດີ ແນໃສ່ການສ້າງຜົນປະໂຫຍດຮ່ວມກັນ ຕາມແນວທາງປ່ຽນໄປໃໝ່ຮອບດ້ານ ແລະ ມີຫລັກການຂອງພັກ ນັ້ນຄື ການສ້າງ ແລະ ພັດທະນາສີມືແຮງງານໃຫ້ສອດຄ່ອງກັບຄວາມຕ້ອງການ ຂອງຕະຫລາດແຮງງານ, ສົ່ງເສີມການມີວຽກເຮັດງານທຳ ທີ່ມີຄຸນຄ່າ ແລະ ເປັນທຳ, ຂະຫຍາຍການປົກຄຸມດ້ານການປະກັນສັງຄົມ, ເອົາໃຈໃສ່ປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານຕາມທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍແຮງງານ, ທັງໝົດນັ້ນ ເພື່ອກ້າວໄປສູ່ການບັນລຸຄາດໝາຍການພັດທະນາແບບຍືນຍົງ ໂດຍສະເພາະຄາດໝາຍທີ 8 ຂອງສາກົນ.
ທ່ານລັດຖະມົນຕີ ກະຊວງ ຮສສ ຍັງໃຫ້ຮູ້ຕື່ມວ່າ: ກອງປະຊຸມຄັ້ງນີ້, ໄດ້ເຫັນດີເປັນເອກະພາບຮ່ວມກັນກຳນົດບັນດາໜ້າວຽກຕົ້ນຕໍ ທັງໝົດ 12 ໜ້າວຽກ, ໃນນັ້ນ ການປັບ ປຸງຄ່າແຮງງານຂັ້ນຕໍ່າສຸດ ໃຫ້ແກ່ຜູ້ອອກແຮງງານພາກວິສາຫະກິດ ເປັນບຸລິມະສິດໜຶ່ງທີ່ໄດ້ມີການຄົ້ນຄວ້າຄ່າແຮງງານຕໍ່າສຸດ ເຊິ່ງຄະນະກຳມະການສາມຝ່າຍຂັ້ນສູນກາງ ໄດ້ດຳ ເນີນການຄົ້ນຄວ້າ ພິຈາລະນາການປັບປຸງຄ່າແຮງງານຂັ້ນຕ່ຳສຸດຢູ່ ສປປ ລາວ ໂດຍໄດ້ມອບໜ້າທີ່ໃຫ້ແຕ່ລະຝ່າຍ ດຳເນີນການຄົ້ນຄວ້າຄວາມເປັນໄປ ໄດ້ໃນການເພີ່ມຄ່າແຮງງານຂັ້ນຕ່ຳສຸດດັ່ງກ່າວ, ເບື້ອງຕົ້ນຄາດວ່າຈະປັບຂຶ້ນໃນວັນທີ 1 ພຶດສະພາ 2022 ນີ້, ແຕ່ດ້ວຍເງື່ອນໄຂ ແລະ ຄວາມພ້ອມຕ່າງໆຍັງບໍ່ອຳນວຍ ສະພາການຄ້າ ແລະ ອຸດສາ ຫະກຳແຫ່ງຊາດລາວ ຈຶ່ງສະເໜີຂໍເລື່ອນໄປເປັນວັນທີ 1 ເດືອນພຶດສະພາ 2023, ນັ້ນກໍເປັນພຽງຂໍ້ສະຫລຸບ ທີ່ຍັງຕ້ອງສະເໜີໃຫ້ລັດຖະບານ ພິຈາລະນາຄືນອີກຄັ້ງໜຶ່ງ ກ່ອນຈະມີການປະກາດຢ່າງເປັນທາງການ.