ນໍ້າມັນເຊື້ອໄຟແພງ ຍ້ອນ ສປປ ລາວ ເປັນປະເທດນຳເຂົ້າ ຕ້ອງອີງໃສ່ລາຄາຕະຫລາດໂລກ


ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໃຫ້ສໍາພາດຕໍ່ສື່ມວນຊົນ ໃນວັນທີ 4 ມິນາ 2022 ຜ່ານມາວ່າ: ຍ້ອນວ່າ ສປປ ລາວ ເປັນປະເທດນໍາເຂົ້ານ້ຳມັນເຊື້ອໄຟ ຈາກຕ່າງປະເທດ 100 ເປີເຊັນ, ເຖິງວ່າປັດຈຸບັນ ລາວມີໂຮງງານກັ່ນນໍ້າມັນໃນຂັ້ນຕອນສຸດທ້າຍໄດ້ເອງແລ້ວກໍຕາມ ແຕ່ວັດຖຸດິບກໍແມ່ນນ້ຳມັນທີ່ເກືອບສຳເລັດຮູບ ແລະ ທາດເຄມີທີ່ນໍາໃຊ້ເຂົ້າໃນຂະບວນການກັ່ນນໍ້າມັນເຊື້ອໄຟກໍຍັງຕ້ອງນໍາເຂົ້າຈາກຕ່າງປະເທດ 100 ເປີເຊັນເຊັນກັນ ພຽງແຕ່ສາມາດປະຢັດຕົ້ນທຶນລົງໃນລະດັບໜຶ່ງເທົ່ານັ້ນ. ລາຄານໍ້າມັນແມ່ນຖືກກໍານົດໂດຍກົນໄກລາຄານໍ້າມັນເຊື້ອໄຟໃນຕະຫລາດໂລກຊຶ່ງການເໜັງຕີງຂຶ້ນຂອງລາຄານໍ້າເຊື້ອໄຟ ສົ່ງຜົນກະທົບຕໍ່ລາຄາຂາຍຍ່ອຍພາຍໃນປະເທດເຮົາຄືກັບບັນດາປະເທດທີ່ນຳເຂົ້ານ້ຳມັນ ຫລື ແມ່ນແຕ່ປະເທດທີ່ຜະລິດນໍ້າມັນເອງ. ໃນຂະນະດຽວກັນ ລາຄານໍ້າມັນຢູ່ປະເທດເຮົາຍັງຖືກກໍານົດດ້ວຍອັດຕາແລກປ່ຽນເພາະການນໍາເຂົ້າຕ້ອງໄດ້ຊື້ເປັນເງິນຕາຕ່າງປະເທດ.
ເວົ້າລວມແລ້ວການເໜັງຕີງຂຶ້ນຂອງລາຄານໍ້າມັນເຊື້ອໄຟແມ່ນເປັນບັນຫາລວມຂອງໂລກໂດຍສະເພາະຂອງບັນດາປະເທດຜູ້ນໍາເຂົ້າ ລວມທັງ ສປປ ລາວ ຕ້ອງໄດ້ເພີ່ງພານ້ຳມັນເຊື້ອໄຟ ເຂົ້າໃນຂະບວນການຜະລິດ, ການຂົນສົ່ງສິນຄ້າ ແນ່ນອນວ່າ ລາຄານ້ຳມັນເຊື້ອໄຟຂຶ້ນ ສົ່ງຜົນເຮັດໃຫ້ຕົ້ນທຶນຂອງສິນຄ້າສູງຂຶ້ນເປັນເງົາຕາມມາ.
ທ່ານ ລັດຖະມົນຕີ ຍັງໄດ້ກ່າວອີກວ່າ: ນໍ້າມັນເຊື້ອໄຟກໍເປັນສິນຄ້ານໍາເຂົ້າຕົ້ນຕໍຂອງ ສປປ ລາວ ຫລື ກວມເອົາອັດຕາສ່ວນສຳຄັນຂອງການນໍາເຂົ້າທັງໝົດ, ສະເພາະປີ 2020 ການນໍາເຂົ້ານໍ້າມັນເຊື້ອໄຟ ມີມູນຄ່າສູງເຖິງ 5 ຕື້ກວ່າ ໂດລາ ຫລື ກວມ 9,4%, ຂະນະທີ່ ປີ 2021 ທະລຸເກືອບ 6 ຕື້ໂດລາ ຫລື ກວມ 10,2% ຂອງມູນຄ່າການນໍາເຂົ້າທັງໝົດ. ການນໍາເຂົ້າມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ ແລະ ນໍ້າມັນເຊື້ອໄຟທີ່ນໍາເຂົ້າມາແມ່ນນໍາໃຊ້ກັບພາຫະນະທາງບົກ ແລະ ທາງອາກາດ ເປັນສ່ວນໃຫຍ່, ສາມາດເວົ້າໄດ້ວ່າການນໍາເຂົ້ານໍ້າມັນເຊື້ອໄຟເປັນໜຶ່ງໃນຊ່ອງທາງຂອງການໄຫຼອອກຂອງເງິນຕາຕ່າງປະເທດຢູູ່ ສປປ ລາວ. ຍິ່ງມີການນໍາເຂົ້າຫຼາຍເທົ່າໃດຍິ່ງຕ້ອງການນໍາໃຊ້ເງິນຕາຫຼາຍຂຶ້ນ ແລະ ຍິ່ງສົ່ງຜົນເຮັດໃຫ້ເງິນກີບອ່ອນຄ່າ ແລະ ລາຄານໍ້າມັນກໍຍິ່ງສູງຂຶ້ນເທົ່ານັ້ນ.
ໃນໄລຍະຜ່ານມາ ລັດຖະບານໄດ້ສຸມຄວາມພະຍາຍາມຊອກວິທີທາງເພື່ອຫລຸດຜ່ອນຜົນກະທົບຕໍ່ເສດຖະກິດຕະຫຼອດຮອດຊີວິດການເປັນຢູ່ຂອງປະຊາຊົນຈາກການເໜັງຕີງຂຶ້ນຂອງລາຄານໍ້າມັນເຊື້ອໄຟ ເປັນຕົ້ນແມ່ນນະໂຍບາຍຫັນເຂົ້າສູ່ການນໍາໃຊ້ພະລັງງານທົດແທນໂດຍສະເພາະນະໂຍບາຍສົ່ງເສີມການນໍາໃຊ້ພະລັງງານໄຟຟ້ານໍ້າຕົກທີ່ ສປປ ລາວ ມີທ່າແຮງເພື່ອຫຼຸດຜ່ອນການນໍາເຂົ້າ ລວມທັງປະກາດໃຊ້ນະໂຍບາຍສົ່ງເສີມການນໍາເຂົ້າ, ຊົມໃຊ້ພາຫະນະໄຟຟ້າ ແລະໄດ້ມີນະໂຍບາຍຕ່າງໆເພື່ອດຶງດູດການລົງທຶນຈາກຕ່າງປະເທດ ໃຫ້ເຂົ້າມາລົງທຶນເຂົ້າໃສ່ເຕັກໂນໂລຊີທີ່ນໍາໃຊ້ພະລັງງານໄຟຟ້ານໍ້າຕົກ, ພະລັງງານສະອາດ ແລະພະລັງງານທົດແທນອື່ນໆ. ພ້ອມນັ້ນ,ກໍຍັງລົງທຶນໃສ່ການສ້າງເສັ້ນທາງລົດໄຟຄວາມໄວທີ່ຂັບເຂື່ອນດ້ວຍພະລັງງານໄຟຟ້າ ເພື່ອເປັນທາງເລືອກໃນການຂົນສົ່ງສິນຄ້າ ແລະ ໂດຍສານທາງບົກ. ແຕ່ແນວໃດກໍຕາມ, ການຫັນປ່ຽນຈາກພາຫະນະທີ່ນໍາໃຊ້ນໍ້າມັນໄປສູ່ພາຫະຫະໄຟຟ້າແມ່ນຕ້ອງໃຊ້ເວລາ ແລະ ຂຶ້ນກັບຄວາມພ້ອມພໍສົມຄວນ ໃນແຕ່ລະອົງກອນ ແລະ ບຸກຄົນ.
ການແກ້ໄຂບັນຫາໃນສ່ວນທີ່ຕິດພັນກັບພາລະບົດບາດ ແລະ ຄວາມຮັບຜິດຊອບ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງ ກໍໄດ້ເອົາໃຈໃສ່ຊີ້ນໍາພະແນກອຸດສາຫະກໍາ ແລະ ການຄ້າແຂວງ/ນະຄອນຫຼວງວຽງຈັນ ໃນນາມກອງເລຂາຄະນະຄຸ້ມຄອງສິນຄ້າ ແລະ ຄ່າບໍລິການຂັ້ນທ້ອງຖິ່ນ ເອົາໃຈໃສ່ການຄຸ້ມຄອງລາຄານໍ້າມັນເຊື້ອໄຟ ແລະ ໃຫ້ມີການປັບລາຄານໍ້າມັນທຸກໆ 15 ວັນ ເພື່ອໃຫ້ການປັບຂຶ້ນ-ລົງລາຄານໍ້າມັນເຊື້ອໄຟພາຍໃນ ທັນກັບສະພາບການເໜັງຕີງ ຂອງລາຄານໍ້າມັນເຊື້ອໄຟໃນຕະຫຼາດໂລກ. ພ້ອມນັ້ນ, ກໍໄດ້ຍົກເລີກການເກັບຄັງແຮນໍ້າມັນເຊື້ອໄຟທຸກຊະນິດ.
ສະນັ້ນ, ເພື່ອຮັກສາລາຄານ້ຳມັນເຊື້ອໄຟບໍ່ໃຫ້ເໜັງຕີງສູງຂຶ້ນເກີນໄປ, ທັ້ງນິ້ ກໍເພື່ອຊ່ວຍສັງຄົມ ແລະ ບໍ່ໃຫ້ສົ່ງຜົນກະທົບຕໍ່ການຂົນສົ່ງ, ອັດຕາເງິນເຟີ້ ກໍຄືລາຄາສິນຄ້າ ໂດຍທົ່ວໄປ, ການດຳລົງຊີວິດ ຂອງປະຊາຊົນ ແລະ ເພື່ອຊ່ວຍ ຊ່ວຍປະຄັບປະຄອງພາກທຸລະກິດໃຫ້ສາມາດຜ່ານວິກິດການໃນຄັ້ງນີ້.