ຟີຟາ-ຢູຟາ ສັ່ງຢຸດເກມຊີງປີ້ບານໂລກ 2022 ທີ່ມີ ຢູເຄຣນ ຢູ່ຮ່ວມສາຍ




ຟີຟາ ແລະ ຢູຟາ ເຫັນກົງກັນວ່າ ການແຂ່ງຂັນບານໂລກ ຮອບເພລອອບເຂດເອີໂຣບ ໃນສາຍຂອງ ຢູເຄຣນ ຈະຕ້ອງຖືກເລື່ອນອອກໄປກ່ອນ ແລະ ຄາດວ່າຈະໄດ້ເຕະໃນໄລຍະກາງເດືອນແທນ.
The Mirror ສື່ກິລາຊື່ດັງຂອງອັງກິດລາຍງານວ່າ ສະຫະພັນບານເຕະນາໆຊາດ ຫລື ຟີຟາ (FIFA) ແລະສະຫະພັນບານເຕະແຫ່ງຊາດຢູໂຣບ ຫລື ຢູຟາ (EUFA) ໄດ້ອອກມາປະກາດຢ່າງເປັນທາງການ ສັ່ງເລື່ອນ 2 ເກມໃນການແຂ່ງຂັນບານໂລກ ຮອບເພລອອບເຂດຢູໂຣບ ທັງເກມທີ່ແຂ່ງຂັນຢູ່ ສະກັອດແລນ ຈະພົບກັບ ຢູເຄຣນ ແລະ ເວລ ຈະພົບກັບ ອອສເຕຣຍ ອອກໄປຈາກກຳນົດເກ່ົາທີ່ທັງສອງເກມຈະແຂ່ງໃນວັນທີ 24 ມີນາ.
ໂດຍສາເຫດມີຜົນມາຈາກສົງຄາມໃນຢູເຄຣນ ທີ່ກອງທັບຣັສເຊຍພວມເດີນຫນ້າບຸກເຂົ້າໃສ່ເວລານີ້ ສົ່ງຜົນໃຫ້ ຢູເຄຣນ ອາດຈະບໍ່ພ້ອມທີ່ຈະລົງແຂ່ງຂັນເນື່ອງຈາກນັກເຕະຕົວຫລັກຂອງທີມຊາດຫລິ້ນໃນແຜ່ນດິນເກີດ ແລະ ຍັງຄົງຕິດຢູ່ໃນສົງຄາມ ແລະ ຕ້ອງການທີ່ຈະເລື່ອນເກມການແຂ່ງຂັນຂອງສາຍນີ້ອອກໄປກ່ອນ ແລະ ຄາດວ່າຈະໄດ້ກັບມາເຕະອີກຄັ້ງໃນເດືອນມິຖຸນາ.
ສະຖານະການຂອງສົງຄາມໃນຢູເຄຣນ ພວມເຂົ້າຂັ້ນວິກິດ ເມື່ອກອງທັບຂອງຣັສເຊຍ ພາຍໃຕ້ຄຳສັ່ງຂອງ ວະລາດີເມຍ ປູຕິນ ພວມເດີນຫນ້າເຂົ້າໄປຍຶດທຸກເມືອງໃນຢູເຄຣນ ແລະ ໂຈມຕີດ້ວຍອາວຸດທຸກຢ່າງທີ່ມີ ເຊິ່ງມີຜູ້ບາດເຈັບລົ້ມຕາຍເປັນຈຳນວນຫລາຍ ໂດຍທີ່ເປົ້າຫມາຍຂອງການບຸກຍຶດຄັ້ງນີ້ຄືນະຄອນຫລວງຄຽບ ເມືອງຫລວງຂອງປະເທດຢູເຄຣນ.