ສ.ເກົາຫລີ ເລືອກຕັ້ງຜູ້ນຳປະເທດຄົນໃໝ່ ແກ້ບັນຫາເສດຖະກິດ-ໂຄວິດ
ສ.ເກົາຫລີ ຈັດການເລືອກຕັ້ງປະທານາທິບໍດີຄົນໃໝ່ ທ່າມກາງສະຖານະການໂຄວິດ-19 ແລະ ບັນຫາເສດຖະກິດຊຳເຮື້ອ.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 9 ມີນາ 2022 ຜ່ານມາ, ເວລາ 06:00-18:00 ໂມງ ຕາມເວລາທ້ອງຖິ່ນ (04:00-16:00 ໂມງ ຕາມເວລາຢູ່ລາວ). ຊາວ ສ.ເກົາຫລີ ຜູ້ມີສິດອອກສຽງປະມານ 44,2 ລ້ານຄົນ ໄດ້ອອກໄປລົງຄະແນນເລືອກຕັ້ງປະທານາທິບໍດີ. ຂະນະທີ່ຜູ້ຕິດເຊື້ອໂຄວິດ-19 ທັງກຳລັງປິ່ນປົວຢູ່ໂຮງໝໍ ແລະ ກັກຕົວຢູ່ເຮືອນ ສາມາດອອກໄປລົງຄະແນນໄດ້ເຊັ່ນກັນ ແຕ່ຕ້ອງໃຊ້ພາຫະນະທີ່ລັດຖະບານກະກຽມໄວ້ໃຫ້ ແລະ ໃຊ້ສິດພຽງ 90 ນາທີ ລະຫວ່າງ 18:00-19:30 ໂມງ ຕາມເວລາທ້ອງຖິ່ນ (16:00-17:30 ໂມງ ຕາມເວລາຢູ່ລາວ).
ການເລືອກຕັ້ງຜູ້ນຳ ສ.ເກົາຫລີ ຄັ້ງນີ້ ມີຜູ້ສະໝັກ 14 ຄົນ ໂດຍຜູ້ຊະນະຈະຮັບຕຳແໜ່ງຕໍ່ຈາກປະທານາທິບໍດີ ມຸນ ແຈອິນ ເຊິ່ງຢູ່ໃນວາລະຄົບ 5 ປີ ແລະ ບໍ່ສາມາດລົງສະໝັກໄດ້ອີກ ຕາມລັດຖະທຳມະນູນ ທີ່ກຳນົດໃຫ້ຜູ້ດຳລົງຕຳແໜ່ງປະທານາທິບໍດີຢູ່ໃນວາລະໄດ້ສະໄໝດຽວ ໂດຍຜູ້ຊະນະຈະຮັບຕຳແໜ່ງຢ່າງເປັນທາງການໃນວັນທີ 10 ພຶດສະພານີ້.
ແຕ່ເກືອບທຸກຝ່າຍຍົກໃຫ້ມີຜູ້ສະໝັກຕົວເກັງພຽງ 2 ຄົນ ຄືທ່ານ ຢຸນ ຊ໊ອກຢໍ ອະດີດໄອຍະການສູງສຸດ ຕົວແທນພັກພະລັງປະຊາຊົນ (ພີພີພີ) ເຊິ່ງເປັນພັກແກນນຳຝ່າຍຄ້ານ ແລະ ທ່ານ ອີ ແຈມອງ ນັກການເມືອງ ແລະ ນັກກົດໝາຍອາວຸໂສ ລົງສະໝັກໃນນາມຕົວແທນພັກປະຊາທິປະໄຕເກົາຫລີ (ດີພີເຄ) ເຊິ່ງເປັນພັກແກນນຳລັດຖະບານ ສ.ເກົາຫລີ ໃນຊຸດປັດຈຸບັນ.
ສຳລັບປັດໄຈສຳຄັນບວກການຕັດສິນໃຈຂອງຊາວ ສ.ເກົາຫລີ ນັ້ນ ນອກຈາກການພົວພັນລະຫວ່າງປະເທດ ທັງອາເມລິກາ ແລະ ສ.ເກົາຫລີ ຍັງມີເລື່ອງເສດຖະກິດ ແລະ ປາກທ້ອງ ໂດຍສະເພາະການແກ້ໄຂບັນຫາເລື່ອງອະສັງຫາລິມະຊັບ ແລະ ການຄວບຄຸມພະຍາດໂຄວິດ-19 ເຊິ່ງວັນລົງຄະແນນເປັນວັນທີ່ສຳນັກງານຄວບຄຸມພະຍາດເກົາຫລີ (ເຄຊີດີເອ) ລາຍງານວ່າ: ສ.ເກົາຫລີ ມີຜູ້ຕິດເຊື້ອເພີ່ມຂຶ້ນຫລາຍກວ່າ 300.000 ຄົນພາຍໃນວັນດຽວເປັນຄັ້ງທຳອິດ.