ເປແອສເຊ ຫມົດຄວາມອົດທົນ ກຽມຂາຍ ເນມາ ລະດູການນີ້

ເປແອສເຊ ຫມົດຄວາມອົດທົນ ກຽມຂາຍ ເນມາ ລະດູການນີ້ -                          - ເປແອສເຊ ຫມົດຄວາມອົດທົນ ກຽມຂາຍ ເນມາ ລະດູການນີ້
ເປແອສເຊ ຫມົດຄວາມອົດທົນ ກຽມຂາຍ ເນມາ ລະດູການນີ້ - kitchen vibe - ເປແອສເຊ ຫມົດຄວາມອົດທົນ ກຽມຂາຍ ເນມາ ລະດູການນີ້

ເປແອສເຊ ຫມົດຄວາມອົດທົນ ກຽມຂາຍ ເນມາ ລະດູການນີ້ -                          - ເປແອສເຊ ຫມົດຄວາມອົດທົນ ກຽມຂາຍ ເນມາ ລະດູການນີ້

ປາຣີສ ແຊັງ ແຊັກແມັງ ເສດຖີໃຫຍ່ແຫ່ງ ລີກ ເອິງ ຝຣັ່ງ ຫມົດຄວາມອົດທົນກັບ ເນມາ ດາວຍິງຕົວບັນຫາ ແລະ ກຽມປ່ອຍອອກຈາກຖິ່ນ ປາກ ເດ ແພຣັງ ແລ້ວໃນລະດູການນີ້.

ເປແອສເຊ ຫມົດຄວາມອົດທົນ ກຽມຂາຍ ເນມາ ລະດູການນີ້ - Visit Laos Visit SALANA BOUTIQUE HOTEL - ເປແອສເຊ ຫມົດຄວາມອົດທົນ ກຽມຂາຍ ເນມາ ລະດູການນີ້
ເປແອສເຊ ຫມົດຄວາມອົດທົນ ກຽມຂາຍ ເນມາ ລະດູການນີ້ - Visit Laos Visit SALANA BOUTIQUE HOTEL - ເປແອສເຊ ຫມົດຄວາມອົດທົນ ກຽມຂາຍ ເນມາ ລະດູການນີ້

ໂຣແມັງ ໂມລີນາ ນັກຂ່າວຄົນດັງຂອງ ຝຣັ່ງ ເປີດເຜີຍວ່າ : ເຈົ້າຂອງທີມ PSG  ຜິດຫວັງກັບຜົນງານຂອງ ເນມາ ທີ່ເຮັດໄດ້ພຽງ 4 ປະຕູ ກັບ 3​ ແອສຊິສ ຈາກການລົງສະຫນາມ 13 ນັດ ໃນລະດູການນີ້ ແລະຍັງຮູ້ສຶກເບື່ອກັບບັນຫານອກສະຫນາມຂອງນັກເຕະ ແລະ ບັນຫາອາການບາດເຈັບທີ່ເກີດຂຶ້ນຢ່າງຕໍ່ເນື່ອງນຳອີກ.

ດ້ວຍເຫດນີ້ ເປແອສເຊ ຈຶ່ງພ້ອມຈະປ່ອຍ ກອງຫນ້າອາຍຸ 30 ປີ ຫລັງຈາກຈົບລະດູການນີ້ ເຖິງແມ່ນວ່າຈະຮູ້ເຕັມເອິກວ່າ ຫນ້າຈະຂາດທຶນຢ່າງມະຫາສານແນ່ນອນ ຫລັງເຄີຍຊື້ມາໃນລາຄາ 190 ລ້ານປອນ ໃນການຊື້ມາຈາກ ບາເຊໂລນາ ເມື່ອປີ 2017.

ເນມາ ທີ່ມັກຈະຖືກຕຳນິເລື່ອງການເປັນນັກທ່ຽວກາງຄືນ ແລະ ຍັງບໍ່ສາມດພາ ເປແອສເຊ ໄປເຖິງຝັນໃນການຄວ້າແຊ໊ມ ແຊມປຽນ ລີກ  ໄດ້ເລີຍ ຫລັງຫາກໍຖືກ ເຣອັນ ມາດຣິດ ເຂ່ຍຕົກຮອບ 16 ທີມສຸດທ້າຍໃນລະດູການນີ້, ເຄີຍມີຂ່າວວ່າ ຢາກຈະຍ້າຍກັບໄປຫລິ້ນໃຫ້ ບາເຊໂລນາ ເມື່ອປີ 2019 ແລະ ຫນ້າຈະມີໂອກາດໄດ້ຍ້າຍກັບໄປຍັງຖິ່ນ ຄຳ ນູ ສົມໃຈນຶກແນ່ນອນ ຫາກ ບາເຊໂລນາ ຍັງຢາກໄດ້ລາວກັບໄປຮ່ວມທີມ ລວມທັງມີເງິນພຽງພໍຈະຈ່າຍຄ່າຕົວ ແລະ ຄ່າເມື່ອຍໃຫ້ກັບ ດາວເຕະທີມຊາດບຣາຊິລ.

ເປແອສເຊ ຫມົດຄວາມອົດທົນ ກຽມຂາຍ ເນມາ ລະດູການນີ້ - 3 - ເປແອສເຊ ຫມົດຄວາມອົດທົນ ກຽມຂາຍ ເນມາ ລະດູການນີ້
ເປແອສເຊ ຫມົດຄວາມອົດທົນ ກຽມຂາຍ ເນມາ ລະດູການນີ້ - 4 - ເປແອສເຊ ຫມົດຄວາມອົດທົນ ກຽມຂາຍ ເນມາ ລະດູການນີ້
ເປແອສເຊ ຫມົດຄວາມອົດທົນ ກຽມຂາຍ ເນມາ ລະດູການນີ້ - 5 - ເປແອສເຊ ຫມົດຄວາມອົດທົນ ກຽມຂາຍ ເນມາ ລະດູການນີ້