ຄະນະກຳມະການໂອລິມປິກ ຕັ້ງກອງທຶນຊ່ວຍເຫລືອນັກກິລາ-ຄູເຝິກ ຢູເຄຣນ

ຄະນະກຳມະການໂອລິມປິກ ຕັ້ງກອງທຶນຊ່ວຍເຫລືອນັກກິລາ-ຄູເຝິກ ຢູເຄຣນ - oic - ຄະນະກຳມະການໂອລິມປິກ ຕັ້ງກອງທຶນຊ່ວຍເຫລືອນັກກິລາ-ຄູເຝິກ ຢູເຄຣນ
ຄະນະກຳມະການໂອລິມປິກ ຕັ້ງກອງທຶນຊ່ວຍເຫລືອນັກກິລາ-ຄູເຝິກ ຢູເຄຣນ - kitchen vibe - ຄະນະກຳມະການໂອລິມປິກ ຕັ້ງກອງທຶນຊ່ວຍເຫລືອນັກກິລາ-ຄູເຝິກ ຢູເຄຣນ

ຄະນະກຳມະການໂອລິມປິກ ຕັ້ງກອງທຶນຊ່ວຍເຫລືອນັກກິລາ-ຄູເຝິກ ຢູເຄຣນ - oic - ຄະນະກຳມະການໂອລິມປິກ ຕັ້ງກອງທຶນຊ່ວຍເຫລືອນັກກິລາ-ຄູເຝິກ ຢູເຄຣນ

ໄອໂອຊີ (IOC) ຄະນະກຳມະການໂອລິມປິກສາກົນ ຈົກກະເປົາ 200.000 ໂດລາ ຕັ້ງກອງທຶນຊ່ວຍເຫລືອນັກກິລາ ແລະ ຄູເຝິກ ຊາວຢູເຄຣນ ລວມເຖິງຄອບຄົວ ທີ່ໄດ້ຮັບຜົນກະທົບຈາກສົງຄາມຣັສເຊຍ-ຢູເຄຣນ.

ໄອໂອຊີ ປະກາດມອບເງິນເບື້ອງຕົ້ນ 200,000 ໂດລາ ສະຫະລັດ ເພື່ອກໍ່ຕັ້ງກອງທຶນເພື່ອຊ່ວຍເຫລືອນັກກິລາ ແລະ ຄູເຝິກຊາວຢູເຄຣນ ລວມເຖິງຄອບຄົວ ທີ່ໄດ້ຮັບຜົນກະທົບຈາກສົງຄາມຣັສເຊຍຢູເຄຣນ ໂດຍຕັ້ງຂຶ້ນຈາກຄວາມຮ່ວມມືຂອງກອງທຶນຂອງ ໄອໂອຊີ, ຄະນະກຳມະການໂອລິມປິກຢູໂຣບ ລວມເຖິງທີມງານ ເຊິ່ງນຳໂດຍ ເຊີເກ ບຸບກາ ຕຳນານນັກຄຳ້ທໍ່ທີມຊາດຢູເຄຣນ ແລະ ປະທານຄະນະກຳມະການໂອລິມປິກຢູເຄຣນ.

ກອງທຶນດັ່ງກ່າວ ຈະນຳໄປໃຊ້ເປັນທຶນໃນການພານັກກິລາ-ຄູເຝິກ ແລະ ຄອບຄົວ ອົບພະຍົບອອກຈາກພື້ນທີ່ອັນຕະລາຍ ລວມເຖິງຈັດຫາ ແລະ ຊ່ວຍເຫລືອໃນດ້ານການບໍລິການຕ່າງໆ ທັງການຂົນສົ່ງຜູ້ຄົນ ແລະ ສິນຄ້າ ທີ່ຢູ່ອາໄສ, ອາຫານ, ຢາ ແລະ ຂອງໃຊ້ທົ່ວໄປໃນຊີວິດປະຈຳວັນໃນພື້ນທີ່ປອດໄພຕ່າງໆ ລວມເຖິງການຈັດຫາສະຖານທີ່ຢູ່ອາໄສໃນປະເທດອື່ນສຳລັບນັກກິລາ ແລະ ຄອບຄົວທີ່ຕ້ອງການອົບພະຍົບຈາກຢູເຄຣນນຳອີກ.

ຄະນະກຳມະການໂອລິມປິກ ຕັ້ງກອງທຶນຊ່ວຍເຫລືອນັກກິລາ-ຄູເຝິກ ຢູເຄຣນ - 5 - ຄະນະກຳມະການໂອລິມປິກ ຕັ້ງກອງທຶນຊ່ວຍເຫລືອນັກກິລາ-ຄູເຝິກ ຢູເຄຣນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!