ຢູນີເທວ ຈັດງານພົບປະແລກປ່ຽນລະຫວ່າງສື່ມວນຊົນ ແລະ ບໍລິສັດສະຕາໂທລະຄົມ


ໃນວັນທີ 15 ເດືອນມີນາ 2022 ທີ່ສໍານັກງານໃຫຍ່ ບໍລິສັດສະຕາ ໂທລະຄົມ ໄດ້ຈັດງານພົບປະແລກປ່ຽນລະ ຫວ່າງ ສື່ມວນຊົນ ແລະ ບໍລິສັດ ສະຕາ ໂທລະຄົມ ຈຳກັດ (ຢູນີເທວ). ຕາງໜ້າ ບໍລິສັດ ສະຕາ ໂທລະຄົມ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ລີວ ເມັ໋ງ ຮ່າ ຜູ້ອໍານວຍການໃຫຍ່ ບໍລິສັດສະຕາ ໂທລະຄົມ ຈໍາກັດ (ຢູນີເທວ) ພ້ອມດ້ວຍ ຄະນະອໍານວຍການ ບໍລິສັດ ສະຕາ ໂທລະຄົມ ແລະ ໃຫ້ກຽດເຂົ້າຮ່ວມພິທີໃນຄັ້ງນີ້ມີ ຜູ້ອຳນວຍການໃຫຍ່ ສະຖານີ ວິທະຍຸ ແລະ ໂທລະພາບນະຄອນຫຼວງວຽງຈັນ, ຫົວຫນ້າບັນນາທິການ ໜັງສືພິມກອງທັບ, ອໍານວຍການໃຫຍ່ ໜັງສືພິມວຽງຈັນທາມ, ຜູ້ອໍານວນການໃຫຍ່ ສຳນັກຂ່າວສານປະເທດລາວ, ຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ, ຜູ້ບໍລິຫານ ສະຖານີວິທະຍຸກະຈາຍສຽງ ຊາວໜຸ່ມລາວສິນໄຊຍຸກໃຫມ່ FM90.0 Mhz, ຜູ້ຕາງໜ້າຈາກ ໂທລະພາບລາວສະຕາຣ໌, ໂທລະພາບກອງທັບ. ໜັງສືພິມ ເສດຖະກິດການຄ້າ, ໜັງສືພິມ ປະຊາຊົນ, ໜັງສືພິມລາວພັດທະນາ, ໜັງສືພິມເສດຖະກິດສັງຄົມ. ວິທະຍຸກະຈາຍສຽງແຫ່ງຊາດ, ວິທະຍຸກະຈາຍສຽງ ກອງທັບປະຊາຊົນລາວ, ຕາງໜ້າວິທະຍຸກະຈາຍສຽງ Climax radio fm 95 mhz. ຕາງໜ້າສື່ອອນລາຍຈາກ ໂທລະໂຄງ ແລະ ສື່ມວນຊົນຈາກຫວຽດນາມປະຈຳລາວ.
ຈຸດປະສົງຂອງງານພົບປະແລກປ່ຽນໃນມື້ນີ້ ແມ່ນເພື່ອສ້າງສາຍສໍາພັນທີ່ດີ ລະຫວ່າງຄະນະອໍານວຍການ ບໍລິສັດ ສະຕາ ໂທລະຄົມ ແລະ ຄະນະນໍາສື່ມ່ວນຊົນ ໃນການແລກປ່ຽນຮັບຮູ້ຂໍ້ມູນ, ເປົ້າໝາຍ, ວິໄສທັດ ການດໍາເນີນທຸລະກິດຂອງຢູນີເທວໃນອະນາຄົດ ສຳຄັນທີ່ສຸດກໍເພື່ອຮ່ວມມືກັບບັນດາສື່ມ່ວນຊົນຊ່ວຍຜັນຂະຫຍາຍເປົ້າໝາຍ ສົ່ງຕໍ່ຂ່າວ ສານຂອງຢູນີເທວໄດ້ໃນຫຼາຍໆຊ່ອງທາງ.
ທ່ານ ພົນຈັດຕະວາ ບີ ມົວໄຟດາເຢຍຈ່າ – ຮອງຜູ້ອໍານວຍການໃຫຍ່ ຈັດຕັ້ງບໍລິຫານ ບໍລິສັດ ສະຕາ ໂທລະຄົມ ໄດ້ກ່າວວ່າ:
ບໍລິສັດ ສະຕາ ໂທລະຄົມ ເຊິ່ງມີເຄື່ອງໝາຍການຄ້າ ຢູນີເທວ, ກ້າວເຂົ້າຂວບປີທີ 13 ແລ້ວ ຢູນີເທວໄດ້ປະກອບສ່ວນໃນການສະໜອງບໍລິການທາງດ້ານໂທລະຄົມ ແລະ ການສື່ສານໃຫ້ກັບປະຊາຊົນລາວ ໄປຍັງເຂດຫ່າງໄກສອກຫຼີກ. ໂດຍຢຶດໝັ້ນວິໄສທັດຮັບໃຊ້ປະຊາຊົນ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນ ແລະ ປະຊາຊົນມີສ່ວນຮ່ວມ ຢູນີເທວ ພວກເຮົາຍາມໃດກໍ່ຖືເອົາວຽກງານການພັດທະນາຕົນເອງເປັນໜ້າທີ່ສຳຄັນ ຈົນສາມາດຍົກລະດັບຕົນເອງກາຍເປັນ ບໍລິສັດໂທລະຄົມມະນາຄົມ ທີ່ນອນຢູ່ໃນລະດັບແຖວໜ້າຂອງ ສປປ ລາວ, ກັບພື້ນທີ່ປົກຄຸ້ມສັນຍານກວ້າງຂວາງ, ມີລະບົບເຄືອຂ່າຍໃຫຍ່ສຸດ ແລະ ຮັບໃຊ້ໃຫ້ລູກຄ້າຫຼາຍສຸດ.
ໃນຍຸກປະຕິວັດອຸດສະຫະກໍາ 4.0 ພວກເຮົາໄດ້ຢືນຢັນວ່າ ຢູນີເທວ ໄດ້ກ້າວເຂົ້າສູ່ໄລຍະໃໝ່ຢ່າງເປັນທາງການ ແລະ ມີຄວາມກຽມພ້ອມທີ່ຈະກາຍເປັນບໍລິສັດ ເຕັກໂນໂລຊີ ແລະ ການສື່ສານ, ທີ່ນໍາໜ້າໃນການປະຕິວັດຫັນເປັນດີຈີ ຕອ໋ນຂອງປະເທດ, ນໍາເອົາລະບົບດີຈີຕ໋ອນເຂົ້າສູ່ການດໍາລົງຊີວິດຂອງປະຊາຊົນ, ຄຽງຄູ່ກັນນັ້ນ ຢູນີເທວ ຈະພະຍາຍາມສູ້ຊົນຖືເອົາການພົວພັນຮ່ວມມືກັບ ບັນດາຂະແໜງສື່ສານມວນຊົນ ໃນທຸກຂະແໜງການເພື່ອເຮັດແນວໃດໃຫ້ທັງສອງພາກສ່ວນໄດ້ຮ່ວມມືກັນຫຼາຍຂຶ້ນ ໂດຍສະເພາະແມ່ນການສ້າງລະບົບ ທີ່ທັນສະໄໝໃນການນໍາໃຊ້ເຂົ້າໃນວຽກງານຂ່າວສານການເອົາຂໍ້ມູນ, ການສົ່ງຂໍ້ມູນ ຫຼື ອື່ນໆ ທີ່ຈໍາເປັນຕໍ່ວຽກງານຂ່າວສານໃນປັດຈຸບັນກໍຄືອະນາຄົດ.
ພ້ອມກັນນັ້ນ, ອີງໃສ່ພາລະບົດບາດ ວິໄສທັດຂອງບໍລິສັດ ບໍລິສັດສະຕາໂທລະຄົມຂອງພວກເຮົາບໍ່ພຽງແຕ່ຈະໃຫ້ບໍລິການດ້ານໂທລະຄົມມະນາຄົມຄົບວົງຈອນແຕ່ ບໍລິສັດ ສະຕາໂທລະຄົມ ຫຼື ຢູນີເທວ ຂອງພວກເຮົາ ແມ່ນໄດ້ປະ ຕິບັດການສະໜອງລະບົບເທັກໂນໂລຊີທີ່ທັນສະໄໝ, ບໍລິສັດເຮົາບໍ່ພຽງສະໜອງ ແຕ່ພວກເຮົາມີທັງວີຊາການຊ່ຽວຈາກຕ່າງປະເທດ ສາມາດໃຫ້ຄໍາປຶກສາ ແລະ ອອກແບບລະບົບຄົບຊຸດ ເຊິ່ງເປັນທ່າແຮງຄວາມອາດສາມາດໃນການ ຈັດຕັ້ງຜັນຂະຫຍາຍ ບັນດາວິທີການທາງດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ຂອງ ບໍລິສັດ ສະຕາ ໂທລະຄົມ, ຍ້ອນແນວນັ້ນຈຶ່ງເຮັດໃຫ້ຢູນີເທວ ໄດ້ເຊັນສັນຍາຮ່ວມກັບ ພາກລັດຖະບານ ໃນໄລຍະຜ່ານມາໃນຫຼາຍໆໂຄງການເຊັ່ນ:
– ລະບົບ Smart city ຂອງນະຄອນຫຼວງພະບາງ ແລະ ຂອງນະຄອນຫຼວງປາກເຊ.
– ລະບົບຄຸ້ມຄອງຖານຂໍ້ມູນຄຸນນະພາບການສຶກສາ ຂອງສູນປະກັນຄຸນນະພາບການສຶກສາ, ກະຊວງສຶກສາທິການ ແລະ ກິລາ ປີ 2016.
– ລະບົບ Font (ຟັອນ) ເພັດຊະລາດ ແລະ ແປ້ນພິມພາສາລາວໃນລະບົບຄອມພິວເຕີ ແລະ ໂທລະສັບມືຖື ຂອງສູນບໍລິຫານລັດເອເລັກໂຕນິກ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ປີ 2017.
– ລະບົບຄຸ້ມຄອງພົນລະເມືອງໄລຍະທີ 01 ໃຫ້ກັບກະຊວງພາຍໃນ ປີ 2019.
– ການຮ່ວມມືກັບ ກະຊວງກະສິກຳ ແລະ ປ່າໄມ້ ເພື່ອການພັດທະນາຫັນເປັນດີຕີຈີຕອນ 4.0 ປີ 2020.
– ລະບົບ Smart city ເຊື່ອມຕໍ່ກັບສັງຄົມ ເພື່ອຂັບເຄື່ອນເສດຖະກິດຜ່ານເຕັກໂນໂລຊີ (GNSS and CORS) 4.0 ປີ 2020.
– ການຮ່ວມມືກັບ ລັດວິສາຫະກິດ ເພື່ອສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ – ເຕັກນິກ ປີ 2020.
– ການຮ່ວມມືກັບ ກົມຊົນລະປະທານ, ກະຊວງກະສິກໍາ ແລະ ປ່າໄມ້ ເພື່ອຫັນເປັນລັດຖະບານດີຈີຕອນ ປີ 2020.
– ການຮ່ວມມືກັບ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສຶກສາຄວາມເປັນໄປໄດ້ໂຄງການຫັນເປັນດິຈິຕອລ ຢູ່ ສປປ ລາວ ປີ 2020.
– ຮ່ວມມືກັບ ລັດວິາຫະກິດ ໄຟຟ້າລາວ (ຟຟລ) ດ້ານໂທລະຄົມມະນາຄົມ ແລະ ເຕັກໂນໂລຊີ ຂໍ້ມູນຂ່າວສານ ປີ 2022.
ນອກຈາກນັ້ນ, ການບໍລິການຂອງຢູນີເທວ ໃນບໍລິສັດລູກ ກໍມີການໃຫ້ບໍລິການດ້ານຟິນເທັກ ເຊິ່ງມີເຄື່ອງໝາຍການຄ້າ ຢູມັນນີ ອອກແບບການບໍລິການ ທີ່ຖືກກັບສະພາບເສດຖະກິດສັງຄົມໃນປັດຈຸບັນ ສະດວກຂຶ້ນ ໃນຮູບແບບການຊໍາລະ, ໄດ້ອອກແບບໂຄງລ່າງພື້ນຖານໃຫ້ເຊື່ອມຕໍ່ກັບ ບັນດາສະຖາບັນການເງິນຕ່າງໆ ເປັນຕົ້ນບັນດາທະນາຄານໃຫຍ່ໆ, ບັນດາຫ້າງຮ້ານຕ່າງໆ ໃນ ສປປລາວ ເພື່ອສະດວກແກ່ລູກຄ້າ ໂດຍສະເພາະແມ່ນການຊໍາລະດ້ວຍມືຖືເຖິງປັດຈຸບັນ ຢູມັນນີ ໄດ້ກາຍເປັນຊ່ອງທາງໃນການເບີກຈ່າຍເງິນເດືອນ ແກ່ພະນັກງານໃນຕ່າງແຂວງທີ່ບໍ່ມີທະນາຄານ, ເບີກຈ່າຍເງິນອຸດໜູນ ຂອງອົງການຈັດຕັ້ງສາກົນ ແລະ ສືບຕໍ່ພັດນະທະໃຫ້ບໍລິການ ໄດ້ເຊື່ອມຕໍ່ຢ່າງກ້ວາງຂວາງເພືອສ້າງໃຫ້ ຢູມັນນີ ກາຍເປັນສູນກາງທີ່ໃຫຍ່ໃນການເລືອກຈ່າຍ, ເລືອກຊໍາລະໄດ້ທັນເວລາ ໂດຍຜ່ານ ຢູມັນນີ ບໍ່ວ່າຈະແມ່ນພາຍໃນ ລວມເຖິງຕ່າງປະເທດ ແລະ ໄດ້ໃຫ້ບໍລິການລວມໄດ້ 3 ປີ ໂດຍຜ່ານຊ່ອງທາງຂອງຢູມັນນີ;
– ຄັງເງິນແຫ່ງຊາດ ໄດ້ນຳໃຊ້ເປັນຊ່ອງທາງ U-money ເຂົ້າໃນການເບີກຈ່າຍເງິນເດືອນ, ເງິນອຸດໜູນໃຫ້ກັບພະນັກ ງານລັດຖະກອນ ຈຳນວນ 9 ເມືອງ ທີ່ບໍ່ມີໜ່ວຍບໍລິການທະນາຄານ, ການນໍາຂັ້ນເມືອງ ຫັນການເບີກຈ່າຍເງິນເດືອນນາຍບ້ານ ຜ່ານ ຢູມັນນີ ຫຼາຍກວ່າ 5000 ກວ່າບ້ານ;
– ເບີກຈ່າຍເງິນຊ່ວຍເຫຼືອ ໃຫ້ແກ່ບັນດາໂຄງການຂອງລັດເຊັ່ນ: ອຸດໜູນແບບມີເງື່ອນໄຂໃຫ້ແກ່ຜູ້ໄດ້ຮັບຜົນປະ ໂຫຍດຂອງໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ ກະຊວງກະສິກຳ ແລະ ປ່າໄມ້, ກົມພັດທະນາຊົນນະບົດ ແລະ ສະຫະກອນ ເຊິ່ງບັນດາຄອບຄົວດັ່ງກ່າວ ເປັນຄອບຄົວທີ່ທຸກຍາກ ແລະ ຫາກໍ່ພົ້ນທຸກຢູ່ 4 ແຂວງ ພາກເໜືອ ເຊັ່ນ: ແຂວງຜົ້ງສາລີ, ອຸດົມໄຊ, ຫົວພັນ, ຊຽງແຂວງ.
– ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ນຳໃຊ້ U-money ເພື່ອເບີກຈ່າຍເງິນອຸດໜູນ ໃຫ້ແກ່ແມ່ຍິງຖືພາ ແລະ ເດັກກ່ອນໄວຮຽນ (ອາຍຸຕໍ່າກວ່າ 6 ເດືອນ) ຢູ່ເມືອງສະໜາມໄຊ ແຂວງອັດຕະປື ແລະ ເມືອງນອງ ແຂວງສະຫວັນນະເຂດ. ສຳລັບການຂະຫຍາຍບັນຊີລົງທະບຽນ ບໍລິການເຖີງ 1,6 ລ້ານເລກໝາຍ, ມີການຂະຫຍາຍຮ້ານຕົວແທນ ຫຼາຍກວ່າ 10.000 ຮ້ານຕົວແທນ, ຂະຫຍາຍຮ້ານຮັບຊຳລະຜ່ານ QR Code ຮ້ານຄ້າຕ່າງໆ ຫຼາຍກວ່າ 70.000 ຮ້ານຄ້າ ໃນຂອບເຂດທົ່ວປະເທດ.