ເຕະກະຕຸກໂຊ! ເຄນຣາຊາເກມເຢືອນ ສະເປີບຸກອັດໄບ້ຣຕັນ 2-0
March 17, 2022 - 1:00 PM


ພຣີເມຍລີກ 2021-2022 ນັດຕົກຄ້າງເປັນການພົບກັນລະຫວ່າງ ໄບ້ຣຕັນ ເປີດບ້ານຢູ່ທີ່ສະຫນາມ ອາແມັກ ສະເຕດ້ຽມຕ້ອນຮັບການມາຢາມຂອງ ທັອດແນມ ຮັອດສະເປີ
ເກມໃນຊ່ວງ 45 ນາທີທໍາອິດ ເປັນຝ່າຍຂອງ ສະເປີ ໄດ້ປະຕູຂຶ້ນນໍາໃນນາທີ 37 ຈາກຈັງຫວະທີ່ ຊອນ ເຮືອງ ມິນ ໄຫຼບານໃຫ້ ເດອັນ ກູລູເຊບສະກີ ຍິງດ້ວຍຊ້າຍໄປສະແລ໋ບ ຄຣິສຕຽນ ໂຣເມໂຣ່ ປ່ຽນທາງເຂົ້າປະຕູໄປ ສົ່ງ ໄກ່ງວງທອງ ບຸກນຳໃນເຄິ່ງເວລາທຳອິດ 1-0
ເຄິ່ງເວລາທີ 2 ທີມຢາມ ມາບວກເພີ່ມປະຕູທີ 2 ໃນນາທີ 57 ຈາກຈັງຫວະທີ່ ໂຣດຣິໂກ ເບນຕັງກູ ຜ່ານຊ່ອງໃຫ້ ແຮຣີ່ ເຄນ ແປດ້ວຍຊ້າຍຢ່າງສຽບຄົມ ພ້ອມກັບທ່າດີໃຈສຸດໂຫດໂດຍການກະໂດດເຕະກະຕຸກນ້ຳອັດລົມທີ່ແຟນບານໂຍນລົງໃນສະຫນາມ. ລວມທັງເຮັດສະຖິຕິເປັນນັກເຕະທີ່ຍິງປະຕູໄດ້ຫຼາຍທີ່ສຸດໃນເກມພຣີເມຍລີກຕະຫຼອດການຍິງໄປ 95 ປະຕູ ຊ່ວຍສະເປີ ໜີຫ່າງເປັນ 2-0
ຫຼັງຈາກນັ້ນ, ບໍ່ມີປະຕູເພີ່ມເຕີມອີກ. ເຮັດໃຫ້ຈົບເກມ Tottenham ສະເປີ ຊະນະ 2-0 ຄວ້າ 48 ຄະແນນຢູ່ອັນດັບທີ 7, ຂະນະທີ່ ໄບ້ຣຕັນ ຢູ່ອັນດັບທີ 13 ຍັງມີ 33 ຄະແນນເທົ່າເດີມ.