ການໂຄສະນາຂອງສື່ເຮົາຍັງມີລັກສະນະ ກະແຈກກະຈາຍ ແລະ ນຳຫາງສຽງໄດ້ໜ້ອຍ

- ZSHHwjh - ການໂຄສະນາຂອງສື່ເຮົາຍັງມີລັກສະນະ ກະແຈກກະຈາຍ ແລະ ນຳຫາງສຽງໄດ້ໜ້ອຍ
- kitchen vibe - ການໂຄສະນາຂອງສື່ເຮົາຍັງມີລັກສະນະ ກະແຈກກະຈາຍ ແລະ ນຳຫາງສຽງໄດ້ໜ້ອຍ

ເພື່ອນຜູ້ອ່ານທີ່ຮັກແພງ, ຫລາຍທ່ານກໍຈະສັງເກດເຫັນໄດ້ວ່າ: ໃນປັດຈຸບັນນີ້ ເຖິງວ່າກຳລັງສື່ເຮົາໄດ້ເຕີບໃຫຍ່ຂະຫຍາຍຕົວດີ ຂຶ້ນກວ່າແຕ່ກ່ອນຕັ້ງຫລາຍເທົ່າ ແລະ ກໍມີທິດທາງການໂຄສະນາເປັນແຕ່ລະໄລຍະ ເພື່ອສາມາດຕອບສະໜອງຄວາມຮຽກຮ້ອງ ຕ້ອງການຂອງໜ້າທີ່ການເມືອງ ແລະ ສັງຄົມໃນໄລຍະໃໝ່, ຍຸກສະໄໝຂໍ້ມູນຂ່າວສານທີ່ມີການແກ່ງແຍ້ງແຂ່ງຂັນສູງ, ແຕ່ໂດຍ ທົ່ວໄປແລ້ວ ການເຮັດວຽກງານດັ່ງກ່າວຂອງສື່ເຮົານັ້ນຍັງເປັນແບບລັກສະນະກະແຈກກະຈາຍ ເວົ້າໃຜເວົ້າມັນ ຈຶ່ງເປັນສາເຫດ ຕົ້ນຕໍໜຶ່ງທີ່ເຮັດໃຫ້ປະສິດທິພາບຂອງການໂຄສະນາ ແລະ ນຳຫາງສຽງຂອງສັງຄົມໄດ້ໜ້ອຍ ເຊິ່ງມັນຕ່າງກັບໄລຍະກ່ອນ ເຖິງວ່າ ກຳລັງສື່ມີໜ້ອຍ ແຕ່ການໂຄສະນາປຸກລະດົມຂະບວນການແມ່ນເຮັດໄດ້ດີຫລາຍ. ຕົວຢ່າງໄລຍະເຮັດການປະຕິວັດປົດປ່ອຍຊາດ ໃນເມື່ອກ່ອນ, ການໂຄສະນາປຸກລະດົມຂະບວນການຊາວໜຸ່ມຍິງ-ຊາຍທົ່ວສັງຄົມປະກອບສ່ວນເຂົ້າໃນຖັນແຖວກຳລັງປະຕິວັດ ແມ່ນເກືອບວ່າຈະບໍ່ມີຜູ້ປະຕິເສດ ດ້ວຍການສະໝັກໃຈເສຍສະຫລະເລືອດເນື້ອເພື່ອການປະຕິວັດຢ່າງບໍ່ຮູ້ອິດຮູ້ເມື່ອຍ ອັນເປັນ ກຳລັງແຮງສຳຄັນຊ່ວຍໃຫ້ກຳລັງປະຕິວັດສາມາດຍາດໄດ້ໄຊຊະນະເປັນກ້າວໆມາ ແລະ ຜົນສຳເລັດດັ່ງກ່າວກໍແມ່ນຍ້ອນການເອົາ ໃຈໃສ່ ແລະ ໃຫ້ຄວາມສຳຄັນເປັນພິເສດ ນັບແຕ່ການນຳສູງສຸດລົງມາ ແລະ ຍາມໃດເວລາໃດເພິ່ນກໍໄດ້ເອົາໃຈໃສ່ຕໍ່ວຽກງານໂຄ ສະນາດັ່ງກ່າວ ແລະ ເຮັດຢ່າງມີຈຸດສຸມ ນັບທັງທຶນຮອນ ແລະ ສະຕິປັນຍາເຂົ້າໃນວຽກງານນີ້. ແຕ່ປັດຈຸບັນ ເຊິ່ງຕາມການຕີລາຄາ ຂອງອົງການຄະນະພັກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ຮູ້ວ່າ: ຮູບການ ແລະ ເນື້ອໃນຂອງສື່ມວນຊົນເຮົາ ບໍ່ທັນເລິກເຊິ່ງປານໃດ, ບໍ່ຕອບສະໜອງໄດ້ເຖິງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ບໍ່ທັນດຶງດູດ ຄວາມສົນໃຈຜູ້ອ່ານ, ຜູ້ເບິ່ງ, ຜູ້ຟັງໄດ້ຫລາຍ, ການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານສາລະຄວາມຮູ້ທີ່ເປັນປະໂຫຍດ ແລະ ການ ບັນເທີງທີ່ມີເນື້ອໃນຕິດພັນກັບການຍົກສູງນ້ຳໃຈຮັກຊາດ, ຮັກລະບອບໃໝ່ຍັງບໍ່ທັນອຸດົມສົມບູນ, ເນື້ອໃນສ່ອງແສງສະພາບ ຄວາມເປັນຈິງຂອງຊີວິດສັງຄົມຢູ່ຮາກຖານຍັງບໍ່ທັນຫລາຍ, ບໍ່ທັນຮູ້ເລືອກເຟັ້ນເອົາຄຳຕຳນິຕິຊົມ ແລະ ຄຳຄິດຄຳເຫັນຂອງມະ ຫາຊົນມາລົງໃນສື່, ຄວາມເປັນເຈົ້າການ ແລະ ຄວາມສະດຸ້ງໄວ້ໃນການຕອບຕ້ານຖ້ອຍທຳນອງໂຄສະນາບິດເບືອນໃສ່ຮ້າຍປ້າຍສີ ຂອງພວກອິດທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ດີຍັງບໍ່ທັນການ ແລະ ພ້ອມນັ້ນ ກໍຍັງສັງເກດເຫັນວ່າການໂຄສະນາກໍຍັງເຮັດແບບ ພໍໃຜພໍລາວ ອັນເປັນຈຸດຕົ້ນຕໍໜຶ່ງທີ່ສື່ເຮົານຳຫາງສຽງສັງຄົມໄດ້ໜ້ອຍ ເຊິ່ງທັງໝົດນີ້ເປັນບັນຫາທີ່ກຳລັງສື່ເຮົາຈະຕ້ອງໄດ້ເພີ່ມ ທະວີປັບປຸງຕົນເອງຫລາຍຂຶ້ນ.

- 3 - ການໂຄສະນາຂອງສື່ເຮົາຍັງມີລັກສະນະ ກະແຈກກະຈາຍ ແລະ ນຳຫາງສຽງໄດ້ໜ້ອຍ
- 4 - ການໂຄສະນາຂອງສື່ເຮົາຍັງມີລັກສະນະ ກະແຈກກະຈາຍ ແລະ ນຳຫາງສຽງໄດ້ໜ້ອຍ
- 5 - ການໂຄສະນາຂອງສື່ເຮົາຍັງມີລັກສະນະ ກະແຈກກະຈາຍ ແລະ ນຳຫາງສຽງໄດ້ໜ້ອຍ
- Visit Laos Visit SALANA BOUTIQUE HOTEL - ການໂຄສະນາຂອງສື່ເຮົາຍັງມີລັກສະນະ ກະແຈກກະຈາຍ ແລະ ນຳຫາງສຽງໄດ້ໜ້ອຍ