ສານຂອງ​ທ່ານນາ​ຍົກ​ລັດ​ຖະມົນ​ຕີ ທອງລຸນ ສີສຸລິດ ເນື່ອງໃນ​ໂອກາດ​ວັນຄົບຮອບ 50 ປີ ​​ແຫ່ງ​ການສ້າງຕັ້ງອາ​ຊຽນ ​ແລະ ຄົບຮອບ 20 ປີ ສປປ ລາວ ​ເຂົ້າເປັນສະມາຊິກ​​ອາ​ຊຽນ

- PM thongloun 1 - ສານຂອງ​ທ່ານນາ​ຍົກ​ລັດ​ຖະມົນ​ຕີ ທອງລຸນ ສີສຸລິດ ເນື່ອງໃນ​ໂອກາດ​ວັນຄົບຮອບ 50 ປີ ​​ແຫ່ງ​ການສ້າງຕັ້ງອາ​ຊຽນ ​ແລະ ຄົບຮອບ 20 ປີ ສປປ ລາວ ​ເຂົ້າເປັນສະມາຊິກ​​ອາ​ຊຽນ
- kitchen vibe - ສານຂອງ​ທ່ານນາ​ຍົກ​ລັດ​ຖະມົນ​ຕີ ທອງລຸນ ສີສຸລິດ ເນື່ອງໃນ​ໂອກາດ​ວັນຄົບຮອບ 50 ປີ ​​ແຫ່ງ​ການສ້າງຕັ້ງອາ​ຊຽນ ​ແລະ ຄົບຮອບ 20 ປີ ສປປ ລາວ ​ເຂົ້າເປັນສະມາຊິກ​​ອາ​ຊຽນ

ປີ 2017 ນີ້ເປັນປີຄົບຮອບ 50 ປີແຫ່ງການສ້າງຕັ້ງສະມາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້ ຫລື ອາຊຽນ (8 ສິງຫາ 1967-8 ສິງຫາ 2017) ແລະ ເປັນປີຄົບຮອບ 20 ປີທີ່ ສປປ ລາວ ເຂົ້າເປັນສະມາຊິກ (23 ກໍລະກົດ 1997-23 ກໍລະກົດ 2017).

ຂ້າພະເຈົ້າ ຂໍຖືໂອກາດນີ້ຕາງຫນ້າລັດຖະບານແຫ່ງ ສປປ ລາວ ສະ​ແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວອັນອົບອຸ່ນມາຍັງບັນດາທ່ານຜູ້ນຳພັກ-ລັດ, ພະນັກງານ, ທະຫານ, ຕຳຫລວດ ແລະ ພີ່ນ້ອງຊາວລາວທຸກຖ້ວນໜ້າທັງຢູ່ພາຍໃນ ແລະ ຕ່າງປະເທດ ກໍ​ຄືຊາວຕ່າງປະ​ເທດທີ່ພວມປະຕິບັດຫນ້າທີ່ ແລະ ດໍາລົງຊີວິດຢູ່ ສປປ ລາວ.

- Visit Laos Visit SALANA BOUTIQUE HOTEL - ສານຂອງ​ທ່ານນາ​ຍົກ​ລັດ​ຖະມົນ​ຕີ ທອງລຸນ ສີສຸລິດ ເນື່ອງໃນ​ໂອກາດ​ວັນຄົບຮອບ 50 ປີ ​​ແຫ່ງ​ການສ້າງຕັ້ງອາ​ຊຽນ ​ແລະ ຄົບຮອບ 20 ປີ ສປປ ລາວ ​ເຂົ້າເປັນສະມາຊິກ​​ອາ​ຊຽນ
- Visit Laos Visit SALANA BOUTIQUE HOTEL - ສານຂອງ​ທ່ານນາ​ຍົກ​ລັດ​ຖະມົນ​ຕີ ທອງລຸນ ສີສຸລິດ ເນື່ອງໃນ​ໂອກາດ​ວັນຄົບຮອບ 50 ປີ ​​ແຫ່ງ​ການສ້າງຕັ້ງອາ​ຊຽນ ​ແລະ ຄົບຮອບ 20 ປີ ສປປ ລາວ ​ເຂົ້າເປັນສະມາຊິກ​​ອາ​ຊຽນ

ຄືດັ່ງພວກເຮົາຊາບດີນຳກັນແລ້ວວ່າຕະຫລອດໄລຍະ 50 ປີທີ່ຜ່ານມາ, ອາຊຽນ ​ໄດ້​ພັດທະນາ​ຕົນ​ເອງ​ໃຫ້ສອດຄ່ອງ​ກັບສະພາບການຂອງ​ພາກ​ພື້​ນ ​ແລະ ສາກົນທີ່ມີການປ່ຽນແປງ​ໃນ​​ແຕ່ລະ​ໄລຍະ, ຊຶ່ງ​ໄດ້​ເຮັດ​ໃຫ້ອາຊຽນເຕີບ​ໃຫຍ່​ຂະຫຍາ​ຍຕົວ​​ເທື່ອ​ລະກ້າວ. ອາຊຽນໄດ້ຂະຫຍາຍສະມາຊິກຂອງຕົນໃຫ້ກວມເອົາ 10 ປະເທດໃນອາຊີຕາເວັນອອກສ່ຽງໃຕ້ ແລະ ​ເພີ່ມທະວີ​ການຮ່ວມມືກັນທັງລວງເລິກ ແລະ ລວງກວ້າງ​​ເທື່ອ​ລະ​ກ້າວ ຈົນ​ກວມ​ເອົາ​ທຸກ​ຂົງ​ເຂດ ນັບແຕ່ດ້ານເສດຖະກິດ, ສັງຄົມ-ວັດທະນະທໍາ ໄປເຖິງດ້ານການເມືອງ-ຄວາມໝັ້ນຄົງ. ອາຊຽນ​ໄດ້ຮັດແໜ້ນການ​ພົວພັນກັບ​ພາຍ​ນອກ ​ໂດຍ​ຜ່ານ​ບັນດາ​ກົນ​ໄກ​ທີ່​ອາ​ຊຽນລິ​ເລີ່​ມຂຶ້ນ ຄື: ອາຊຽນບວກໜຶ່ງ, ອາຊຽນບວກ​ສາມ, ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ບວກ, ​ເວທີ​ປຶກສາ​ຫາລືພາກ​ພື້ນ​ອາຊຽນ ​ແລະ ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ ​ແລະ ມີ​ຮູບ​​ແບບ​ການ​ຮ່ວມ​ມືກັບ​ຄູ່ຮ່ວມ​ມື​ພາຍ​ນອກ​ຕາມ​ທ່າ​ແຮງ ​ແລະ ຄວາມ​ເໝາ​ະສົມກັບສະພາບການຕົວຈິງຂອງແຕ່ລະປເທດ. ສິ່ງ​ສໍາຄັນ​ທີ່​ສຸດ ຄວາມ​ເປັນ​ແກນ​ກາງຂອງ​ອາຊຽນເປັນທີ່ຮັບຮູ້​ໃນໂຄງ​ສ້າງ​ພາກ​ພື້ນທີ່​ພວມ​​ຜັນ​ແປ, ຊຶ່ງໂຄງສ້າງດັ່ງກ່າວໄດ້ຮັບການ​ເສີມ​ຂະຫຍາຍຈາກບັນດາ​ກົນ​ໄກທີ່​ອາຊຽນ​ເປັນ​ຜູ້​ລິ​ເລີ່​ມຂຶ້ນ.

ຜົນສຳ​ເລັດ​ອັນພົ້ນເດັ່ນທີ່ສຸດຂອງອາ​ຊຽນ ​ແມ່ນການປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງ, ແລະ ສະຖຽນລະພາບ​ຢູ່​ອາຊີຕາ​ເວັນ​ອອກສ່ຽງ​ໃຕ້ ​ຊຶ່ງ​ໄດ້​ກາຍ​ເປັນ​ເງື່ອນ​ໄຂ​ທີ່​ເອື້ອ​ອຳນວຍ​ໃຫ້​ແກ່​ການ​ພັດທະນາ​​​ເສດຖະກິດ-ສັງຄົມ ຂອງບັນດາປະເທດສະມາຊິກອາຊຽນ ແລະ ການເພີ່ມທະວີການຮ່ວມມືພາຍໃນອາຊຽນ  ​ແລະ ລະຫວ່າງ​ອາ​ຊຽນ​ກັບ​ພາຍ​ນອກ ອັນໄດ້​ນໍາ​ໄປ​ສູ່​ການ​ສ້າງ​ຕັ້ງ​ເປັນປະຊາ​ຄົມ​ອາຊຽນ​ໃນ​ວັນ​ທີ 31 ທັນວາ 2015 ຊຶ່ງເປັນປະຊາຄົມທີ່ມີຮາກຖານອັນແໜ້ນແກ່ນສູ່ອະນາຄົດ.

ຜົນ​ສໍາ​ເລັດ​ທີ່​ອາຊຽນ​ຍາດ​ມາ​ໄດ້ໃນ​ໄລຍະ 5 ທົດ​ສະວັດທີ່ຜ່ານ​ມານີ້ ​ກໍແມ່ນຍ້ອນຫລາຍໆປັດ​ໄຈ, ແຕ່ອັນສໍາຄັນ​ແມ່ນ ​“ວີ​ຖີທາງອາຊຽນ” ທີ່ອີງໃສ່​ລັກສະນະ​ສະ​ເພາະ​ຂອງ​ພາກ​ພື້ນອາຊຽນທີ່ມີຄວາມຫລາກຫລາຍ, ອີງໃສ່ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ ​ແລະ ການ​ຍຶດໝັ້ນ​ໃນບັນດາ​ຫລັກການ​ພື້ນຖານ​ຂອງ​ອາຊຽນດັ່ງ​ທີ່ລະບຸໃນ​ສົນ​ທິສັນຍາ​ໄມຕີ​ຈິດ ​ແລະ ການ​ຮ່ວມ​ມື​ໃນ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້, ກົດ​ບັດ​ອາຊຽນ ​ແລະ ​ເອກະສານອື່ນໆຂອງ​ອາຊຽນ.

​ໃນ​ທ່າມກາງ​ສະພາບການຜັນແປທີ່ສັບສົນຂອງ​ພາກ​ພື້ນ ​ແລະ ຂອງໂລກ​ ​ໃນ​ປະຈຸ​ບັນທີ່ເຕັມໄປດ້ວຍຄວາມສ່ຽງນີ້, ອາຊຽນ ຈະ​ຕ້ອງໄດ້ສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາ​ຜົນສຳ​ເລັດ​ທີ່​ຍາດ​ມາ​ໄດ້, ​ເພີ່ມ​ທະວີການ​ເຊື່ອມ​ໂຍງ​ເສດຖະກິດ​ພາຍ​ໃນພາກ​ພື້ນອາຊຽນ ​ແລະ ​ກັບ​ພາຍ​ນອກ, ດໍາ​ເນີນ​ນະ​ໂຍບາຍ​​ເປີດ​ກວ້າງ​ການຮ່ວມ​ມື​ກັບ​ພາຍ​ນອກ ໂດຍການເສີມຂະຫຍາຍທ່ວງທ່າທີ່ດີໃນການພົວພັນກັບ​ບັນດາຄູ່ເຈລະຈາຂອງອາຊຽນ ລວມທັງ​ເສີມ​ຂະຫຍາຍ​​ການພົວພັນກັບ​ຄູ່​ຮ່ວມ​ມື​ພາຍ​ນອກອື່ນໆ​​ ໂດຍ​ນໍາ​ໃຊ້​ຮູບ​ແບບການ​ຮ່ວມ​ມື​ຕ່າງໆທີ່​​ແທດເໝາະ ແລະ ປັບຕົວໄດ້ຢ່າງຄ່ອງແຄ້ວ, ໜັກແໜ້ນ ແລະ ສະເໝີຕົ້ນສະເໝີປາຍ. ພ້ອມດຽວກັນນີ້, ອາຊຽນ ຍັງ​ຈະ​ສົ່ງເສີມບັນດາກົນ​ໄກ​ທີ່​ອາຊຽນສ້າງຕັ້ງຂຶ້ນໃຫ້ເຂັ້ມແຂງ ​ແລະ ສົ່ງເສີມຄວາມ​ເປັນ​ແກນ​ກາງ​ ​ແລະ ຄວາມ​ເປັນ​ເອກະພາບຂອງຕົນໃນ​ການ​​ພົວພັນ​ກັບພາຍ​ນອກ ແລະ ​​ໃນໂຄງ​ສ້າງ​ພາກ​ພື້ນ​ທີ່​ພວມ​ຜັນ​ແປ. ​ສໍາຄັນທີ່ສຸດ, ອາຊຽນ ຈະ​ສືບຕໍ່​ກ້າວ​ໄປ​​ໃນຫລັກການແຫ່ງຄວາມເປັນເຈົ້າການ ຍຶດໝັ້ນໃນ ​“ວີ​ຖີທາງອາຊຽນ” ກໍຄືບັນດາຫລັກການທີ່ໄດ້ກໍານົດໄວ້ໃນກົດບັດອາຊຽນ ທັງເປັນປະຊາຄົມທີ່ສ້າງຄວາມເພິ່ງພໍໃຈ ແລະ ສະບາຍໃຈໃຫ້ແກ່ກັນ  ແລະ ກັນ ​ແລະ ສືບ​ຕໍ່​ປະກອບ​ສ່ວນ​ເຂົ້າ​ໃນການ​ປົກ​ປັກ​ຮັກສາ ​ແລະ ສົ່ງ​ເສີມ​ສັນຕິພາບ, ສະຖຽນລະ​ພາບ ​ແລະ ຄວາມ​ວັດທະນາ​ຖາວອນໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ສປປ ລາວ ມີ​ຄວາມພາກ​ພູມ​ໃຈເປັນຢ່າງຍິ່ງ​ທີ່ເປັນ​ສ່ວນໜຶ່ງ​​ຂອງຄອບຄົວ​ອາຊຽນ. ນັບແຕ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນໃນປີ 1997 ອາຊຽນ​ ໄດ້ກາຍເປັນ​ເສົາ​ຄ້ຳໜຶ່ງທີ່​ສໍາຄັນໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດຂອງ ສປປ ລາວ. ຕະຫລອດ​​ໄລຍະ 20 ປີ​ຜ່ານ​ມາ, ສປປ ລາວ ໄດ້ເຄື່ອນໄຫວວຽກງານອາຊຽນຢ່າງຕັ້ງໜ້າ​ ​ແລະ ໄດ້​ປະຕິບັດພັນທະ​ຕ່າງໆຂອງ​ຕົນ ອັນໄດ້ນໍາຜົນປະໂຫຍດມາສູ່ປະ​ເທດ​ຊາດ ​ແລະ ປະຊາຊົນ​ລາວ. ອັນສໍາຄັນໃນ​ໄລຍະ​ຜ່ານ​ມາ, ສປປ ລາວ ກໍໄດ້ສໍາເລັດການເປັນປະທານອາຊຽນ 2 ຄັ້ງຄື: ຄັ້ງທີ 1 ໃນປີ 2004-2005 ແລະ ຄັ້ງທີ 2 ໃນປີ 2016. ໃນການເປັນປະທານອາຊຽນ ຄັ້ງທີ 2 ທີ່ຫາກໍສໍາເລັດລົງພາຍໃຕ້ຄໍາຂວັນ ຫັນວິໄສທັດໃຫ້ເປັນຮູບປະທຳ ເພື່ອຄວາມເຂັ້ມແຂງຂອງປະຊາຄົມອາຊຽນພວກເຮົາໄດ້ສໍາເລັດການສ້າງເອກະສານຫລາຍສະບັບອັນເປັນພື້ນຖານສໍາລັບການຮ່ວມມືພາຍໃນອາຊຽນ ແລະ ການຮ່ວມມືລະຫວ່າງອາຊຽນກັບພາຍນອກ. ຜົນສໍາເລັດດັ່ງກ່າວໄດ້ສົ່ງເສີມຖານະບົດບາດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນໃຫ້ສູງເດັ່ນຂຶ້ນ.

​  ໂດຍ​ລວມ​ແລ້ວ, ການ​ເປັນ​ສະມາຊິກ​ອາ​ຊຽນ ຕະຫລອດ​ໄລຍະສອງ​ທົດ​ສະ​ວັດຜ່ານ​ມາ,​ ໄດ້​ນຳ​ຜົນ​ປະ​ໂຫຍ​ດມາສູ່ ສປປ ລາວ ຫລາຍ​ດ້ານ​ເຊັ່ນ: (1) ຖານະບົດບາດຂອງ ສປປ ລາວ ໃນ​ເວທີພາກພື້ນ ແລະ ສາກົນ​ໄດ້​ສູງເດັ່ນຂຶ້ນ. (2) ພວກ​​ເຮົາ​ໄດ້ປະກອບສ່ວນສ້າງສະພາບແວດລ້ອມພາກພື້ນແຫ່ງສັນຕິພາບ ແລະ ສະຖຽນລະພາບທີ່ອຳນວຍ​​ໃຫ້​ແກ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ, ພ້ອມທັງໄດ້ມີສ່ວນຮ່ວມອັນສຳຄັນໃນການກຳນົດຫລັກການ ແລະ ສ້າງລະບຽບການອັນສຳຄັນຂອງອາຊຽນ. (3) ຕະຫລອດ 20 ປີແຫ່ງການເປັນສະມາຊິກອາຊຽນນີ້, ສປປ ລາວ ໄດ້ຮັບການສະໜັບສະໜູນຊ່ວຍເຫລືອຫລາຍດ້ານຈາກປະເທດສະມາຊິກອາຊຽນ, ຄູ່ເຈລະຈາ ແລະ ຄູ່ຮ່ວມພາຍນອກອື່ນໆ ​ໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ເພື່ອສົ່ງເສີມ ແລະ ຊຸກຍູ້ຄວາມພະຍາຍາມຂອງ ສປປ ລາວ ໃນການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນເຊັ່ນ: ອາຊຽນ ເປັນໜຶ່ງໃນປັດໄຈຊ່ວຍຊຸກຍູ້ ສປປ ລາວ ເຂົ້າອົງການການຄ້າໂລກ ​ໄດ້ສຳເລັດ. (4) ພວກເຮົາໄດ້ກາຍເປັນສ່ວນຫນຶ່ງຂອງຕະຫລາດອາຊຽນ ທີ່ມີເສດຖະກິດໃຫຍ່ອັນດັບ 6 ຂອງໂລກ, ຊຶ່ງ​ໄດ້ເປີດໂອກາດໃຫ້ແກ່ ສປປ ລາວ ສາມາດ​​ເຂົ້າ​ເຖິງຕະຫລາດສາກົນຫລາຍຂຶ້ນ ​ໂດຍ​ຜ່ານ​ເຂດການຄ້າເສລີ ລະຫວ່າງອາຊຽນກັບແຕ່ລະຄູ່ເຈລະຈາ ແລະ ເຂດການຄ້າເສລີໃນຂອບການເປັນຄູ່ຮ່ວມເສດຖະກິດແບບຮອບດ້ານລະດັບພາກພື້ນ (RCEP) ຊຶ່​ງຄາດ​ວ່າ​ຈະ​ສຳ​ເລັດ​ໃນ​ໄວໆ​ນີ້. (5) ພວກ​ເຮົາ​ໄດ້​ປັບປຸງ​ນິຕິ​ກຳ ​ແລະ ລະບຽບພາຍ​ໃນ​ຂອງ​ຕົນ, ຊຶ່ງ​ໄດ້​​ອຳ​ນວຍຄວາມສະດວກ​ເຮັດໃຫ້ບໍລິ​ມາດການຄ້າ ​ແລະ ການລົງທຶນ ​ໃນ ສປປ ລາວ ​ເພີ່ມ​ຂຶ້ນ. (6) ການ​ໄປມາຫາສູ່​ກັນຂ​ອງປະຊາ​ຊົນມີ​ຄວາມ​ສະດວກຫລາຍ​ຂຶ້ນ ​ເຮັດ​​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າມາ ສປປ ລາວ ​​ເປັນ​ຈຳນວນ​ຫລວງ​ຫລາຍ. (7) ວັດທະນະທຳ-ຮີດຄອງ​ປະ​ເພນີ​ອັນ​ດີງາມທີ່ເປັນເອກະລັກຂອງ ລາວ ໄດ້ຮັບການສົ່ງເສີມ ແລະ ເປັນທີ່ຮັບຮູ້ຂອງວົງຄະນາຍາດສາກົນ ແລະ (8) ການເຂົ້າຮ່ວມວຽກງານອາຊຽນ ເປັນການສ້າງຊັບພະຍາກອນມະນຸດໃຫ້ມີຄວາມສາມາດ ໄດ້ມາດຕະຖານພາກພື້ນ ແລະ ສາກົນເທື່ອລະກ້າວ.

ຂ້າພະເຈົ້າຂໍຖືໂອກາດນີ້ສະແດງຄວາມຊົມເຊີຍມາຍັງບັນດາທ່ານ ກໍຄືບັນດາຂະແຫນງການທີ່ໄດ້ປະກອບສ່ວນຢ່າງຫ້າວຫັນເຂົ້າໃນການເຄື່ອນໄຫວວຽກງານອາຊຽນໃນໄລຍະຜ່ານມາ ລວມທັງສະແດງຄວາມຂອບໃຈມາຍັງພໍ່ແມ່ພີ່ນ້ອງປວງຊົນລາວ ທີ່ໄດ້ປະກອບສ່ວນຕໍ່ການເປັນເຈົ້າພາບຈັດກອງປະຊຸມອາຊຽນຕ່າງໆ ໂດຍສະເພາະກອງປະຊຸມສຸດຍອດອາຊຽນຄັ້ງທີ 28 ແລະ 29 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງໃນເດືອນກັນຍາ 2016 ດ້ວຍຜົນສໍາເລັດຢ່າງຈົບງາມ.

ໃນການເປັນປະຊາຄົມອາຊຽນ, ຊຶ່ງລາວເຮົາໄດ້ເປັນໜຶ່ງໃນສິບປະເທດນັ້ນ, ໃນຕໍ່ໜ້າພວກເຮົາຈະຕ້ອງໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ເພື່ອເປັນສະມາຊິກທີ່ດີ, ມີຄວາມເຂັ້ມແຂງໄປຄຽງຄູ່ກັບປະເທດສະມາຊິກໃນປະຊາຄົມເຊັ່ນ: (1) ສົ່ງເສີມຄວາມຮັບຮູ້ຂອງປະຊາຊົນກ່ຽວກັບປະຊາຄົມອາຊຽນ .(2) ປັບປຸງກົນໄກການປະສານງານພາຍໃນຂອງພວກເຮົາລະຫວ່າງຂະແຫນງການດ້ວຍກັນ ແລະ ລະຫວ່າງສູນກາງກັບທ້ອງຖິ່ນໃຫ້ວ່ອງໄວ ແລະ ທັນການ. (3) ສົ່ງເສີມການຜະລິດເປັນສິນຄ້າ ແລະ ການບໍລິການທີ່ຕິດພັນກັບທ່າແຮງຂອງ ລາວໃຫ້ສາມາດແຂ່ງຂັນໃນຕະຫລາດອາຊຽນ ແລະ ນອກອາຊຽນ, ໂດຍສະເພາະໃນປະເທດຄູ່ເຈລະຈາ. (4) ປັບປຸງນິຕິກຳ ແລະ ລະບຽບການຕ່າງໆ ສຳລັບການສ້າງຕັ້ງ ແລະ ດຳເນີນທຸລະກິດ ເພື່ອໃຫ້ພາກທຸລະກິດປັບປຸງຕົນແລະ ເພີ່ມຄວາມສາມາດໃນການແຂ່ງຂັນໃຫ້ນັບມື້ນັບສູງຂຶ້ນ ແລະ (5) ສ້າງຄະລາກອນທັງສູນກາງ ແລະ ທ້ອງຖິ່ນທີ່ເຂົ້າຮ່ວມເຄື່ອນໄຫວການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ.

ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າຂໍເຊີນຊວນບັນດາທ່ານ, ບັນດາສະຫາຍ ແລະ ພໍ່​ແມ່ພີ່ນ້ອງ​​ປວງຊົນລາວທັງຊາດ ຈົ່ງພ້ອມກັນສະເຫລີມສະຫລອງຄົບຮອບ 50 ປີແຫ່ງການສ້າງຕັ້ງອາຊຽນ ແລະ ຄົບຮອບ 20 ປີທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນຢ່າງເບີກບານມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມທະນົງໃຈ. ສຸດທ້າຍນີ້, ຂ້າພະເຈົ້າຂໍອວຍພອນໄຊອັນປະເສີດມາຍັງບັນດາຜູ້ນໍາພັກ-ລັດ, ພະນັກງານ, ທະຫານ, ຕໍາຫລວດ, ນັກທຸລະກິດ, ພໍ່ຄ້າຊາວຂາຍ ແລະ ປວງຊົນລາວທຸກຖ້ວນຫນ້າທັງຢູ່ພາຍໃນ ແລະ ຕ່າງປະເທດ ກໍຄື ຊາວຕ່າງປະເທດທີ່ເຮັດວຽກ ແລະ ດໍາລົງຊີວິດຢູ່ ສປປ ລາວ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກກາຍສະບາຍໃຈ, ປະສົບຜົນສໍາເລັດໃນຫນ້າທີ່ການງານທຸກປະການ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ເຮົາ ກໍຄືການຮັດແຫນ້ນປະຊາຄົມອາຊຽນ ໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

 

 

 

 

- 3 - ສານຂອງ​ທ່ານນາ​ຍົກ​ລັດ​ຖະມົນ​ຕີ ທອງລຸນ ສີສຸລິດ ເນື່ອງໃນ​ໂອກາດ​ວັນຄົບຮອບ 50 ປີ ​​ແຫ່ງ​ການສ້າງຕັ້ງອາ​ຊຽນ ​ແລະ ຄົບຮອບ 20 ປີ ສປປ ລາວ ​ເຂົ້າເປັນສະມາຊິກ​​ອາ​ຊຽນ
- 5 - ສານຂອງ​ທ່ານນາ​ຍົກ​ລັດ​ຖະມົນ​ຕີ ທອງລຸນ ສີສຸລິດ ເນື່ອງໃນ​ໂອກາດ​ວັນຄົບຮອບ 50 ປີ ​​ແຫ່ງ​ການສ້າງຕັ້ງອາ​ຊຽນ ​ແລະ ຄົບຮອບ 20 ປີ ສປປ ລາວ ​ເຂົ້າເປັນສະມາຊິກ​​ອາ​ຊຽນ
- 4 - ສານຂອງ​ທ່ານນາ​ຍົກ​ລັດ​ຖະມົນ​ຕີ ທອງລຸນ ສີສຸລິດ ເນື່ອງໃນ​ໂອກາດ​ວັນຄົບຮອບ 50 ປີ ​​ແຫ່ງ​ການສ້າງຕັ້ງອາ​ຊຽນ ​ແລະ ຄົບຮອບ 20 ປີ ສປປ ລາວ ​ເຂົ້າເປັນສະມາຊິກ​​ອາ​ຊຽນ