ໄຣ ກຽມຂຶ້ນທຳນຽບນັກເຕະອັງກິດຄ່າຕົວແພງທີ່ສຸດໃນການຍ້າຍທີມ

ໄຣ ກຽມຂຶ້ນທຳນຽບນັກເຕະອັງກິດຄ່າຕົວແພງທີ່ສຸດໃນການຍ້າຍທີມ - rice - ໄຣ ກຽມຂຶ້ນທຳນຽບນັກເຕະອັງກິດຄ່າຕົວແພງທີ່ສຸດໃນການຍ້າຍທີມ
ໄຣ ກຽມຂຶ້ນທຳນຽບນັກເຕະອັງກິດຄ່າຕົວແພງທີ່ສຸດໃນການຍ້າຍທີມ - kitchen vibe - ໄຣ ກຽມຂຶ້ນທຳນຽບນັກເຕະອັງກິດຄ່າຕົວແພງທີ່ສຸດໃນການຍ້າຍທີມ

ໄຣ ກຽມຂຶ້ນທຳນຽບນັກເຕະອັງກິດຄ່າຕົວແພງທີ່ສຸດໃນການຍ້າຍທີມ - rice - ໄຣ ກຽມຂຶ້ນທຳນຽບນັກເຕະອັງກິດຄ່າຕົວແພງທີ່ສຸດໃນການຍ້າຍທີມ

ເດແຄລນ ໄຣ ກອງກາງຂອງ ເວສແຮມ ຢູໄນເຕັດ ກຽມຂຶ້ນທຳນຽບນັກເຕະຊາວອັງກິດທີ່ຄ່າຕົວໃນການຍ້າຍທີມແພງທີ່ສຸດ ຫາກມີສະໂມສອນໃດກ້າຈ່າຍຄ່າຕົວ 150 ລ້ານປອນ ຕາມທີ່ ເວສແຮມ ຢູໄນເຕັ ຕິດປ້າຍລາຄາເອົາໄວ້.

ໄຣ ກຽມຂຶ້ນທຳນຽບນັກເຕະອັງກິດຄ່າຕົວແພງທີ່ສຸດໃນການຍ້າຍທີມ - Visit Laos Visit SALANA BOUTIQUE HOTEL - ໄຣ ກຽມຂຶ້ນທຳນຽບນັກເຕະອັງກິດຄ່າຕົວແພງທີ່ສຸດໃນການຍ້າຍທີມ

ແມນເຊສເຕີ ຢູໄນເຕັດ ສະແດງຄວາມສົນໃຈຢາກໄດ້ ໄຣ ມາດົນແລ້ວ ແລະ ຕອນນີ້ມີລາຍງານວ່າ ຖ້າ ເອຣິກ ເທນ ຮາກ ໄດ້ຮັບການແຕ່ງຕັ້ງໃຫ້ເຮັດຫນ້າທີ່ຜູ້ຈັດການທີມ ພວກເຂົາພ້ອມຈ່າຍເງິນຢ່າງເຕັມທີ່ໃຫ້ລາວພ້ອມສ້າງທີມໃຫມ່ ແລະ ຫນຶ່ງໃນນັກເຕະທີ່ຜູ້ຈັດການທີມຊາດຮອນແລນຕ້ອງການກໍຄືກອງກາງຊາວອັງກິດຄົນນີ້.

ແນວໃດກໍຕາມ ແມນເຊສເຕີ ຊິຕີ ແລະ ເຊລຊີ ກໍສົນໃຈຢາກໄດ້ ໄຮ ເຊັ່ນດຽວກັນ ດັ່ງນັ້ນ ຫາກມີການຊື້ຂາຍເກີດຂຶ້ນແທ້ ບໍ່ວ່າທີມໃດຈະໄດ້ຕົວໄປ ນັ້ນຫມາຍຄວາມວ່າ ໄຣ ຈະກາຍເປັນນັກເຕະຊາວອັງກິດທີ່ມີຄ່າຕົວແພງທີ່ສຸດ.

ກ່ອນຫນ້ານີ້ ແຈັກ ກຣີລິດ ເປັນເຈົ້າຂອງຕຳແຫນ່ງໂດຍ ແມນເຊສເຕີ ຊິຕີ ຍອມຈ່າຍສູງເຖິງ 100 ລ້ານປອນ ເພື່ອເປັນຄ່າເສຍຫາຍໃຫ້ກັບ ແອສຕັນ ວິລລ່າ ໃນການດຶງຕົວນັກເຕະມາຫລິ້ນໃນຖິ່ນເອຕິຮັດ ເມື່ອໄລຍະລະດູການຜ່ານມາ.

ຄວາມຈິງແລ້ວ ສະຖິຕິກ່ອນຫນ້າ ກຣີລິສ ໃນຖານະນັກເຕະອັງກິດທີ່ມີຄ່າຕົວແພງທີ່ສຸດເປັນຂອງ ແຮຣີ ແມັກໄກວ ກອງຫລັງຫົວຫນ້າທີມ ແມນເຊສເຕີ ຢູໄນເຕັດ ທີ່ຍ້າຍຈາກ ເລສເຕີ ຊິຕີ ດ້ວຍລາຄາ 78 ລ້ານປອນ ເຊິ່ງເປັນສະຖິຕິກອງຫລັງແພງທີ່ສຸດໃນໂລກ ເມື່ອປີ 2019.

ນັກເຕະອັງກິດທີ່ລາຄາແພງທີ່ສຸດໃນການຍ້າຍທີມໃນປະຈຸບັນ.

  1. ແຈັກ ກຣີລິດ ໄປ ແມນເຊັສເຕີ ຊິຕີ້ 100 ລ້ານປອນ.
  2. ແຮຣີ ແມັກໄກວ ໄປ ແມນເຊສເຕີ ຢູໄນເຕັດ 78 ລ້ານປອນ.
  3. ຈາດອນ ຊານໂຊ ໄປ ແມນເຊສເຕີ ຢູໄນເຕັດ 73 ລ້ານ.
  4. ເບນ ໄວ ໄປ ອາເຊນອນ 50 ລ້ານປອນ.
  5. ຣາຮິມ ສະເຕີລິງ ໄປ ແມນເຊສເຕີ ຊິຕີ 49 ລ້ານປອນ.
ໄຣ ກຽມຂຶ້ນທຳນຽບນັກເຕະອັງກິດຄ່າຕົວແພງທີ່ສຸດໃນການຍ້າຍທີມ - 3 - ໄຣ ກຽມຂຶ້ນທຳນຽບນັກເຕະອັງກິດຄ່າຕົວແພງທີ່ສຸດໃນການຍ້າຍທີມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!