ຜົນກະທົບຈາກການໃຊ້ໂນ໊ດບຸກສຳລັບຜູ້ຊາຍ
ນັກວິໄຈນິວຢອກເກີ ອອກມາລາຍງານເຖິງຜົນກະທົບທີ່ເກີດກັບຜູ້ຊາຍໄອທີ ແລະ ຜູ້ຊາຍທີ່ໃຊ້ໄອທີໃນການເຮັດວຽກທັງຫລາຍວ່າ : ການເຮັດວຽກໂດຍວາງ Laptop ໄວ້ບໍລິເວນຂາໂຕ້ ຫລື ວາງໄວ້ເທິງຕັກ ອາດເຮັດໃຫ້ຜູ້ຊາຍທັງຫລາຍເປັນໝັນໄດ້ ໂດຍຈາກການສຶກສາອ້າງເຖິງທິດສະດີຄວາມຮ້ອນທີ່ອາດມີຜົນຕໍ່ການສ້າງໂຕຂອງອະສຸຈິ.
ໂດຍໃນລາຍງານໄດ້ກ່າວວ່າ : Laptop ຫລື Notebook ຫາກວາງໄວ້ເທິງຕັກຍັງມີສ່ວນເສີມໃຫ້ການສ້າງໂຕອະສຸຈິຕາມທຳມະຊາດເກີດຂຶ້ນໄດ້ໜ້ອຍລົງນຳອີກ ເນື່ອງຈາກຈະຕ້ອງນັ່ງແອບຂາ ເພື່ອໃຫ້ເກີດພື້ນທີ່ສຳລັບວາງໂນ໊ດບຸກໄດ້ ຈາກການສຶກສາພົບວ່າ : ເມື່ອເຮົານັ່ງຫຸບຂາໃຫ້ຕິດກັນເປັນເວລາດົນ (ປະມານ 1 ຊົ່ວໂມງ) ໃນກຸ່ມໂຕຢ່າງຜູ້ຊາຍທີ່ແຂງແຮງ ຈຳນວນ 29 ຄົນພົບວ່າອຸນຫະພູມສູງຂຶ້ນ 2 – 3 ອົງສາ ເຊິ່ງເບິ່ງແລ້ວອາດຈະເປັນໂຕເລກທີ່ບໍ່ສູງປານໃດ, ແຕ່ໃນຄວາມຈິງ ຮ່າງກາຍມະນຸດ ເຊິ່ງອຸນຫະພູມພາຍໃນປົກກະຕິແມ່ນ 37 ອົງສາ ການເພີ່ມຂຶ້ນອີກ 2 – 3 ອົງສາກໍເທົ່າກັບ 39 ຫລື 40 ອົງສາ ເຊິ່ງເປັນ ອຸນຫະພູມຂອງຄົນທີ່ເປັນໄຂ້ໂຕຮ້ອນຈົນເກືອບຊັອກໄດ້.