ອົງການໄອຍະການປະຊາຊົນສູງສຸດ ຈະສຸມໃສ່ການແກ້ໄຂຄະດີທີ່ຍັງຄ້າງໃຫ້ຫລຸດລົງ

ອົງການໄອຍະການປະຊາຊົນສູງສຸດ ຈະສຸມໃສ່ການແກ້ໄຂຄະດີທີ່ຍັງຄ້າງໃຫ້ຫລຸດລົງ - 277531804 1858159527721152 8032425518546670781 n - ອົງການໄອຍະການປະຊາຊົນສູງສຸດ ຈະສຸມໃສ່ການແກ້ໄຂຄະດີທີ່ຍັງຄ້າງໃຫ້ຫລຸດລົງ
ອົງການໄອຍະການປະຊາຊົນສູງສຸດ ຈະສຸມໃສ່ການແກ້ໄຂຄະດີທີ່ຍັງຄ້າງໃຫ້ຫລຸດລົງ - kitchen vibe - ອົງການໄອຍະການປະຊາຊົນສູງສຸດ ຈະສຸມໃສ່ການແກ້ໄຂຄະດີທີ່ຍັງຄ້າງໃຫ້ຫລຸດລົງ

ວັນທີ 29 ມີນາ 2022 ນີ້, ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຈັດກອງປະຊຸມສະໄໝສາມັນເທື່ອ ທີ 3 ຂອງຄະນະກຳມະການໄອຍະການປະຊາຊົນສູງສຸດ ຊຸດທີ II ພາຍໃຕ້ການເປັນປະທານຂອງ ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ປະທານຄະນະກໍາມະການໄອຍະການປະຊາຊົນສູງສຸດ, ມີຮອງປະທານຄະນະກໍາມະການ, ຄະນະກຳມະການໄອຍະການປະຊາຊົນສູງສຸດ ເຂົ້າຮ່ວມ.

ກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄຳເຫັນຕໍ່ບົດສະຫລຸບ ປະຈຳໄຕມາດ I ແລະ ແຜນວຽກຈຸດສຸມ ໃນໄຕມາດ II ປີ 2022 ພ້ອມທັງໄດ້ຕົກລົງ ບັນຫາກ່ຽວກັບການດຳເນີນຄະດີອາຍາ, ການດຳເນີນຄະດີແພ່ງ ແລະ ຕົກລົງແຕ່ງຕັ້ງຍົກຍ້າຍພະນັກງານຂັ້ນກົມຈຳນວນໜຶ່ງໃນໄຕມາດ I ປີ 2022, ການຈັດຕັ້ງປະຕິບັດວຽກງານສໍາເລັດເປັນສ່ວນຫລາຍ ແລະ ສາມາດສັງລວມໄດ້ອັນທີ່ພົ້ນເດັ່ນ ເປັນຕົ້ນ ສໍາເລັດການຈັດກອງປະຊຸມວຽກງານໄອຍະການປະຊາຊົນ ແລະ ວຽກງານອະໄພຍະໂທດ ທົ່ວປະເທດ ປະຈໍາປີ 2021, ຄະນະພັກ-ຄະນະນໍາ ໄດ້ຜັດປ່ຽນກັນລົງເຄື່ອນໄຫວຊຸກຍູ້ການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ໃນຂອບເຂດທົ່ວປະເທດ, ໄດ້ປັບປຸງກົນໄກການຜ່ານຄະດີ ໂດຍມອບຄວາມຮັບຜິດຊອບໂດຍກົງໃຫ້ຜູ້ຊີ້ນໍາ ແລະ ຫົວໜ້າກົມ ນໍາພາຈັດຕັ້ງປະຕິບັດ ຕາມແຜນເຄື່ອນໄຫວປະຈໍາເດືອນຂອງຄະນະພັກ, ສໍາເລັດການປະຊຸມທາງໄກຮ່ວມກັບອົງການໄອຍະການປະຊາຊົນສູງສຸດ ສສ ຫວຽດນາມ, ອົງການໄອຍະການ ຣາຊະອານາຈັກກໍາປູເຈຍ ແລະ ຣາຊະອານາຈັກໄທ, ສໍາເລັດການຂຶ້ນແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ສໍາລັບຂັ້ນອົງການຄຸ້ມຄອງ ຮອບ 1 ແລະ ສົ່ງພະນັກງານໄປຮຽນທິດສະດີ 45 ວັນ, 5 ເດືອນ ແລະ ຈັດຊຸດອົບຮົມກ່ຽວກັບວຽກງານໄອຍະການປະຊາຊົນ. ພ້ອມນີ້ ຍັງໄດ້ຍົກໃຫ້ເຫັນ ດ້ານອ່ອນ-ຂໍ້ຄົງຄ້າງຈຳນວນໜຶ່ງ ທີ່ຈະຕ້ອງໄດ້ສືບປັບປຸງແກ້ໄຂ.
ໂອກາດນີ້, ທ່ານ ໄຊຊະນະ ໂຄດພູທອນ ກໍໄດ້ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິ ບັດບາງວຽກງານໃນຕໍ່ໜ້າ ເປັນຕົ້ນ ຕ້ອງສຸມໃສ່ການແກ້ໄຂຄະດີທີ່ຍັງຄ້າງໃຫ້ຫລຸດລົງ ໂດຍສະເພາະຄະດີອາຍາຂັ້ນລົບລ້າງ ແລະ ຂັ້ນຮື້ຟື້ນໃຫ້ຍັງເຫລືອ 2 ຕົວເລກ; ຕ້ອງຫັນລົງເຄື່ອນໄຫວວຽກງານຢູ່ທ້ອງຖິ່ນ ເພື່ອຈັດຕັ້ງເຜີຍແຜ່ການຕິດຕາມກວດກາດຳເນີນຄະດີປົກຄອງໃຫ້ພະນັກງານໄອຍະການ ຮັບຮູ້ເຂົ້າໃຈ ແລະ ຈັດຕັ້ງປະຕິບັດເປັນເອກະພາບກັນ; ສືບຕໍ່ສ້າງກົນໄກເຮັດວຽກຮ່ວມກັບກະຊວງການເງິນ, ສານປະຊາຊົນສູງສຸດ, ກະຊວງກະສິກຳ ແລະ ປ່າໄມ້, ອົງການກວດກາແຫ່ງລັດ ແລະ ກະຊວງຍຸຕິທຳ ໃຫ້ສຳເລັດໃນເດືອນ 6 ປີ 2022; ຕ້ອງໄດ້ສຸມໃສ່ການກະກຽມສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ໂດຍສ້າງແຜນວຽກ ແລະ ແຜນງົບປະມານເຮັດໃຫ້ວຽກງານດັ່ງກ່າວ ປະສົບຜົນສຳເລັດຢ່າງສະຫງ່າງາມ.
อาจเป็นรูปภาพของ 9 คน, ผู้คนกำลังนั่ง, ผู้คนกำลังยืน และ สถานที่ในร่ม ອົງການໄອຍະການປະຊາຊົນສູງສຸດ ຈະສຸມໃສ່ການແກ້ໄຂຄະດີທີ່ຍັງຄ້າງໃຫ້ຫລຸດລົງ - 277585022 1858159781054460 2280441397654601799 n - ອົງການໄອຍະການປະຊາຊົນສູງສຸດ ຈະສຸມໃສ່ການແກ້ໄຂຄະດີທີ່ຍັງຄ້າງໃຫ້ຫລຸດລົງ
ອົງການໄອຍະການປະຊາຊົນສູງສຸດ ຈະສຸມໃສ່ການແກ້ໄຂຄະດີທີ່ຍັງຄ້າງໃຫ້ຫລຸດລົງ - 4 - ອົງການໄອຍະການປະຊາຊົນສູງສຸດ ຈະສຸມໃສ່ການແກ້ໄຂຄະດີທີ່ຍັງຄ້າງໃຫ້ຫລຸດລົງ
ອົງການໄອຍະການປະຊາຊົນສູງສຸດ ຈະສຸມໃສ່ການແກ້ໄຂຄະດີທີ່ຍັງຄ້າງໃຫ້ຫລຸດລົງ - Visit Laos Visit SALANA BOUTIQUE HOTEL - ອົງການໄອຍະການປະຊາຊົນສູງສຸດ ຈະສຸມໃສ່ການແກ້ໄຂຄະດີທີ່ຍັງຄ້າງໃຫ້ຫລຸດລົງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!