ຈາກຮຸ່ນພໍ່ສູ່ຮຸ່ນລູກ, ລູກໂຣນັລໂດ-ຣູນີ ຄວງກັນຍິງປະຕູໃຫ້ທີມເຍົາວະຊົນແມນຢູ




ລູກຊາຍຂອງ ຄຣິສຕຽນໂນ ໂຣນັລໂດ ແລະ ເວນ ຣູນີ ຕ່າງກໍຍິງປະຕູໃຫ້ກັບທີມຮຸ່ນເຍົາວະຊົນອາຍຸບໍ່ເກີນ 12 ປີ ແມນເຊສເຕີ ຢູໄນເຕັດ ໄດ້ ໂດຍລູກຂອງ ຣູນີ ພວມສ້າງຜົນງານດີນຳອີກ.
ຄຣິສຕຽນໂນ ໂຣນັລໂດ ຈູເນຍ ລູກຊາຍຂອງ ຄຣິສຕຽນໂນ ໂຣນັລໂດ ແລະ ໄຄ ຣູນີ ລູກຊາຍກົກຂອງ ເວນ ຣູນີ ຕ່າງກໍຍິງປະຕູໃຫ້ກັບທີມຮຸ່ນອາຍຸບໍ່ເກີນ 12 ປີ ຂອງ ແມນເຊສເຕີ ຢູໄນເຕັດ ໄດ້ໃນການພົບກັບທີມຮຸ່ນດຽວກັນຂອງ ເວສບຣອມວິດ ອັນບຽນ.
ໄຄ ຣູນີ ຢູ່ກັບແມນເຊສເຕີ ຢູໄນເຕັດ ມາຕັ້ງແຕ່ປີ 2020 ແລ້ວ, ສ່ວນ ໂຣນັລໂດ ຈູເນຍ ຫາຫໍເຊັນສັນຍາເຂົ້າຮ່ວມສະໂມສອນຢ່າງເປັນທາງການເມື່ອເດືອນກຸມພາຜ່ານມາ ຫລັງຈາກຕ້ອງຍ້າຍມາຢູ່ປະເທດອັງກິດຕາມພໍ່ຂອງລາວ.
ບໍ່ມີການເປີດເຜີຍວ່າ ສຸດທ້າຍແລ້ວເກມນີ້ຈົບລົງດ້ວຍຜົນປະຕູແບບໃດ ແຕ່ສຳລັບ ໄຄ ຣູນີ ນັ້ນ ຖືວ່າລາວພວມຢູ່ໃນຜົນງານຮ້ອນແຮງ ເພາະພຽງເດືອນນີ້ ລາວກໍຍິງໄປແລ້ວ 10 ປະຕູ ຈາກການລົງສະຫນາມ 5 ນັດ ໂດຍຫາກຢ້ອນໄປເມື່ອໄລຍະເດືອນຕຸລາປີກ່ອນ ລູກຊາຍຂອງ ຮູນີ ກໍເຄີຍຍິງເຫມົາຄົນດຽວ 4 ປະຕູ ໃນເກມທີ່ທີມເຍົາວະຊົນຂອງ ແມນຢູ ເສຍໃຫ້ ລີເວີພູລ 4-5 ມາແລ້ວ.