3 ເດືອນຕົ້ນປີ 2022 ປະກັນສັງຄົມແຫ່ງຊາດຈ່າຍອຸດໜູນວ່າງງານໃຫ້ຜູ້ປະກັນຕົນ 14,93 ຕື້ກ່ວາກີບ


ທ່ານ ນາງ ແກ້ວ ຈັນທະວິໄຊ ຫົວໜ້າອົງການປະກັນສັງຄົມແຫ່ງຊາດ ໄດ້ລາຍງານ ສະໄໝສາມັນຄັ້ງທີ VI ຄະນະສະພາບໍລິຫານອົງການປະກັນສັງຄົມແຫ່ງຊາດ ວັນທີ 28 ມີນາ 2022 ນີ້ວ່າ: ທ່ານ ນາງ ແກ້ວ ຈັນທະວິໄຊ ຫົວໜ້າອົງການປະກັນສັງຄົມແຫ່ງຊາດ ໄດ້ລາຍງານວ່າ: ປັດຈຸບັນ ມີຜູ້ປະກັນຕົນທີ່ຂຶ້ນທະ ບຽນ ແລະ ຈ່າຍເງິນສົມທົບ 327.392 ຄົນ, ຍິງ 150.744 ຄົນ (ບໍ່ລວມພາກ ສ່ວນ ປກຊ, ປກສ) ພາກລັດ 178.069 ຄົນ, ພາກວິສາຫະກິດ 133.255 ຄົນ, ແລະ ຜູ້ສະໝັກໃຈ 16.068 ຄົນ.
ສຳລັບງວດທຳອິດຂອງປີ 2022 ຂຶ້ນທະບຽນໃໝ່ໄດ້ 9.175 ຄົນ, ພະນັກງານ-ລັດຖະກອນໄດ້ 452 ຄົນ, ຜູ້ອອກແຮງງານໃໝ່ໄດ້ 7.740 ຄົນ, ຜູ້ສະໝັກໃຈໃໝ່ໄດ້ 983 ຄົນ ແລະ ຫົວໜ່ວຍວິສາຫະ 103 ຫົວໜ່ວຍ, ສາມາດເກັບລາຍຮັບໄດ້ທັງໝົດ 403.88 ຕື້ກີບ; ປະຕິບັດລາຍຈ່າຍທັງໝົດ 358,84 ຕື້ກີບ, ຜົນໄດ້ຮັບໃນງວດ I ມີຍອດຜິດດ່ຽງລາຍຮັບ-ລາຍຈ່າຍ ທັງໝົດ 45,04 ຕື້ກີບ.
ນັບແຕ່ມີການລະບາດຂອງພະຍາດໂຄວິດ-19 ໄດ້ປະຕິບັດນະໂຍບາຍອຸດໜູນວ່າງງານສະເພາະໂຄວິດ-19 ທັງໝົດ 1.105 ເທື່ອຈ່າຍບໍລິສັດ, ມີຜູ້ອອກແຮງງານ 66.941 ເທື່ອຄົນ, ເປັນເງິນທັງໝົດ 58,84 ຕື້ກວ່າກີບ, ໃນງວດທຳອິດຂອງປີ 2022 ໄດ້ປະຕິບັດນະໂຍບາຍອຸດໜູນວ່າງງານສະເພາະໂຄວິດ-19 ໃຫ້ຜູ້ປະກັນຕົນທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດດັ່ງ ກ່າວ 164 ເທື່ອຈ່າຍບໍລິສັດ, ມີຜູ້ອອກແຮງງານ 15.139 ເທື່ອ ເປັນເງິນ 14,93 ຕື້ກ່ວາກີບ.
ງວດທີ 2 ຂອງປີ, ຈະສືບຕໍ່ວຽກງານການຂຶ້ນທະບຽນໃຫ້ຫົວໜ່ວຍວິສາຫະກິດເຂົ້າໃໝ່ໃຫ້ໄດ້ 88 ຫົວໜ່ວຍ, ຂຶ້ນທະບຽນຜູ້ປະກັນຕົນພາກລັດໃຫ້ໄດ້ 375 ຄົນ, ຂຶ້ນທະບຽນຜູ້ອອກແຮງງານໃໝ່ຈາກວິສາຫະກິດໃໝ່ ແລະ ເກົ່າໃຫ້ໄດ້ 6.750 ຄົນ ແລະ ຜູ້ປະກັນຕົນລະບົບສະໝັກໃຈໃໝ່ໃຫ້ໄດ້ 750 ຄົນ, ພ້ອມທັງ ຈະພິຈາລະ ນາ ແລະ ຈ່າຍເງິນອຸດໜູນປະກັນສັງຄົມປະເພດຕ່າງໆທັງໝົດ 88.321 ເທື່ອຄົນ ມີ 195.210 ເທື່ອຈ່າຍ, ຈະເກັບລາຍຮັບໃຫ້ໄດ້ 427,97 ຕື້ກີບ.